logo

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

2026/1/24 | 09:14:23
(VOVWORLD) - ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. 
ການເຈລະຈາສາມຝ່າຍ ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ  ໂດຍ UAE ເປັນປະທານ ໃນວັນທີ 23/01. (ພາບ:Hamad Al Kaabi/UAE Presidential Court/Handout via REUTERS)

       ບັນດາຄະນະຜູ້ແທນ ລັດເຊຍ, ຢູແກຼນ ແລະ ອາເມລິກາ ໄດ້ພົບປະກັນໃນວັນທີ 23 ມັງກອນ ຢູ່ນະຄອນ Abu Dhabi ຂອງ ສະຫະລັດ ອາຣັບ ເອມມີເລດ (UAE), ເພື່ອດຳເນີນບັນດາການເຈລະຈາ 3 ຝ່າຍແບບເຊິ່ງໜ້າທຳອິດກ່ຽວກັບແຜນການໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຊຸກຍູ້, ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວເກືອບ 4 ປີ.

        ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE ແລ້ວ, ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກ່ອນດໍາເນີນວາລະເຈລະຈາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ຖະແຫຼງວ່າ ບັນຫາ Donbass (ທາງທິດຕາເວັນອອກ ຢູແກຼນ) ແມ່ນແກ່ນສານ ແລະ 3 ຝ່າຍຈະປຶກສາຫາລືກ່ຽວກັບບັນຫານີ້ໃນສອງວັນເຈລະຈາຢູ່ UAE.

        ໃນຂະນະນັ້ນ, ວັນທີ 23 ມັງກອນ ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ເລື່ອງ ຢູແກຼນ ຖອນກຳລັງອອກຈາກເຂດ Donbass ແມ່ນເງື່ອນໄຂສຳຄັນທີ່ສຸດ.

ນັກຂ່າວ VOV ປະຈຳ ອີຢິບ


TAG
VOV/VOVworld/ສະຫະລັດ ອາຣັບ ເອມມີເລດ/ການພົບປະເຈລະຈາ 3 ຝ່າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ