logo

ລັດ​ເຊຍ ຮຽກ​ຮ້ອງໃຫ້​ລະ​ງັບ​ໃຈ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

2025/12/31 | 09:29:11
(VOVWORLD) - ລັດເຊຍ ຈະສືບຕໍ່ຕິດຕໍ່ກັບບັນດາຝ່າຍທີ່ກ່ຽວຂ້ອງທັງໝົດຢູ່ຕາເວັນອອກກາງ ແລະ ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈໃນທຸກບາດກ້າວທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນພາກພື້ນ.
ທ່ານ Dmitry Peskov  ໂຄສົກວັງ Kremlin (ພາບ: REUTERS/Ramil Sitdikov)

ວັນທີ 30 ທັນວາ, ໂຄສົກວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ລັດເຊຍ ຈະສືບຕໍ່ຕິດຕໍ່ກັບບັນດາຝ່າຍທີ່ກ່ຽວຂ້ອງທັງໝົດຢູ່ຕາເວັນອອກກາງ ແລະ ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈໃນທຸກບາດກ້າວທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນພາກພື້ນ.

        ຕາມທ່ານ Peskov ແລ້ວ, ເພື່ອລະງັບໃຈການເຮັດໃຫ້ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງນັ້ນ, ກ່ອນອື່ນໝົດ ຕ້ອງສົນທະນາກັບ ອີຣານ. ທ່ານເນັ້ນໜັກວ່າ ລັດເຊຍ ຈະສືບຕໍ່ພັດທະນາສາຍພົວພັນອັນດີງາມ ແລະ ມີລັກສະນະສ້າງສັນກັບ ອີຣານ, ຜ່ານນັ້ນກໍ່ປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວ.

       ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວກ່ອນນັ້ນໜຶ່ງວັນ, ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດກໍຢັ້ງຢືນວ່າປະເທດນີ້ຈະບໍ່ມີວັນຍົກເລີກການທູດ ແລະ ສືບຕໍ່ຖືນີ້ແມ່ນມາດຕະການສຳຄັນເພື່ອຊຸກຍູ້ຜົນປະໂຫຍດແຫ່ງຊາດໃນບັນດາເງື່ອນໄຂທີ່ເໝາະສົມ.


TAG
VOV/VOVworld/ຕາເວັນອອກກາງ/ລັດ​ເຊຍ/ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ