ທ່ານປະທານາທິບໍດີ UAE Sheikh Mohamed bin Zayed Al Nahyan ພົບປະກັບຜູ້ຕາງໜ້າຄະນະຜູ້ແທນສາມ ປະເທດ ອາເມລິກາ, ລັດເຊຍ ແລະ ຢູແກຼນ (ພາບ: Hamad Al Kaabi/UAE Presidential Court/Handout via REUTERS) |
ວັນທີ 2 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ການໂຈະກອງປະຊຸມເຈລະຈາຂອງກຸ່ມປະຕິບັດງານກ່ຽວກັບການປະທະກັນ ຢູ່ຢູແກຼນ ເຊິ່ງຄາດວ່າຈະດຳເນີນຢູ່ Abu Dhabi (ສະຫະລັດ ອາຣັບ ເອມີເລັດ)ນັ້ນ, ແມ່ນຍ້ອນຕ້ອງການມີເວລາຕື່ມອີກ ເພື່ອປັບປຸງ ແລະ ເຫັນດີເປັນເອກະພາບ ຕໍ່ຕາຕະລາງເຮັດວຽກໃຫ້ເໝາະສົມກັບບັນດາຝ່າຍເຂົ້າຮ່ວມ. ຕາມທ່ານ Peskov ແລ້ວ, ຮອບເຮັດວຽກທີ 2 ຂອງກຸ່ມປະຕິບັດງານຈະດຳເນີນໃນລະຫວ່າງວັນທີ 4 – 5 ກຸມພາ.
ທ່ານ Peskov ເນັ້ນໜັ້ກວ່າ ວິວັດການແກ້ໄຂການປະທະກັນຢູ່ ຢູແກຼນ ແມ່ນວິວັດການທີ່ສັບສົນ ແລະ ຫຼາຍແງ່ມູມ. ທີ່ການພົບປະກ່ອນໜ້ານັ້ນ, ບັນດາຝ່າຍໄດ້ມີການຕີລາຄາທີ່ຕັ້ງໜ້າ ກ່ຽວກັບແງ່ຫວັງບັນລຸໄດ້ມາດຕະການທາງການທູດໄລຍະຍາວ ແລະ ຍືນຍົງ, ເຖິງຢ່າງໃດກໍຕາມຍັງຄົງຄ້າງບັນຫາຈຳນວນໜຶ່ງທີ່ຍັງບໍ່ທັນໄດ້ເຫັນດີເປັນເອກະພາບເທື່ອ. ຝ່າຍລັດເຊຍ ຢັ້ງຢືນວ່າ ຈະສືບຕໍ່ຮັກສາຫຼັກໝັ້ນເປີດເຜີຍ, ກຽມພ້ອມໂອ້ລົມສົນທະນາ, ພ້ອມທັງໃຫ້ຮູ້ວ່າ ບັນດາການພົບປະຂັ້ນສູງທີ່ກ່ຽວຂ້ອງເຖິງບັນຫານີ້ ພຽງແຕ່ຈັດຂຶ້ນໄດ້ຢູ່ ມົດສະກູເທົ່ານັ້ນ.




