logo

ລະ​ດັບ​ຄວາມ​ໄວ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂີດ​ໝາຍ​ພົ້​ນ​ເດັ່​ນ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ 2021 – 2025

2026/1/4 | 10:49:04
(VOVWORLD) -     ພາຍຫຼັງ 5 ປີແຫ່ງການຜັນຂະຫຍາບບັນດາໂຄງການເປົ້າໝາຍຍຸດທະສາດ (2021 – 2025), ອັດຕາຄອບຄົວທຸກຍາກຫຼາຍສົ້ນຂອງ ຫວຽດນາມ ສະເລ່ຍຫຼຸດລົງ 1,03% ຕໍ່ປີ. ໃນນັ້ນ, ອັດຕາຄອບຄົວທຸກຍາກເຂດຊົນເຜົ່າສ່ວນໜ້ອຍຫຼຸດລົງສະເລ່ຍ 3,4% ຕໍ່ປີ, ລື່ນກາຍຄາດໝາຍວາງອອກແມ່ນ 3,2% ຕໍ່ປີ.
5 ປີຜ່ານມາ, ມີຫຼາຍກວ່າ 10.500 ຮູບແບບ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຜັນຂະຫຍາຍ (ພາບປະກອບ: VOV)

5 ປີຜ່ານມາ, ມີຫຼາຍກວ່າ 10.500 ຮູບແບບ, ໂຄງການຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຜັນຂະຫຍາຍ, ດຶງດູດກວ່າ 205.000 ຄອບຄົວ, ຄອບ ຄົວໃກ້ທຸກຍາກ ແລະ ຄອບຄົວຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເຂົ້າຮ່ວມ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາກິດຈະກຳໜູນຊ່ວຍການສຶກສາວິຊາອາຊີບ, ການສິນເຊື່ອນະໂຍບາຍ, ສາທາລະນະສຸກ, ເຮືອນຢູ່, ນ້ຳສະອາດ ແລະ ການອະນາໄມສະພາບແວດລ້ອມ ກໍປະກອບສ່ວນປັບປຸງຄຸນນະພາບການດຳລົງຊີວິດ, ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ຄົນທຸກຍາກ. ທ່ານ ຫງວຽນເລິມແທັ່ງ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ໃຫ້ຂໍ້ສັງເກດວ່າ:

        “ສິ່ງດັ່ງກ່າວໄດ້ຮັດແຄບໄລຍະຫ່າງພັດທະນາຂອງເຂດຊົນເຜົ່າສ່ວນໜ້ອຍ ກໍຄືເຂດຊົນນະບົດສຳລັບການພັດທະນາລວມຂອງທັງປະເທດ. ສະເພາະໂຄງການຊົນເຜົ່າສ່ວນໜ້ອຍ ກໍເຮັດໃຫ້ມີການປ່ຽນແປງກ່ຽວກັບພື້ນຖານໂຄງລ່າງ, ບັນດາກິດຈະກຳ, ກ່ຽວກັບການຄົມມະນາຄົມ, ໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ພິເສດແມ່ນບັນດາອົງການວັດທະນະທຳ ລ້ວນແຕ່ມີການປ່ຽນແປງຢ່າງຕັ້ງໜ້າ”.

TAG
VOV/VOVworld/ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ/ຮັດແຄບໄລຍະຫ່າງພັດທະນາຂອງເຂດຊົນເຜົ່າສ່ວນໜ້ອຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ