(VOVWORLD) - ລະດູບານໃໝ່ປີມະເມຍ, ປະຊາຊົນຫວຽດນາມ ບໍ່ພຽງແຕ່ຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ໃນທ່າມກາງຄວາມເບີກບານມ່ວນຊື່ນເຕົ້າໂຮມກັນເທົ່ານັ້ນ, ຫາກຍັງລໍຄອຍບັນດາກາລະໂອກາດໃໝ່ ເມື່ອຫວຽດນາມ ພວມກ້າວຂຶ້ນດ້ວຍທ່າຄວາມພ້ອມຂອງປະເທດທີ່ສ້າງສັນ ແລະ ມີຄວາມຮັບຜິດຊອບ. ໃນຊຸມວັນຕົ້ນປີໃໝ່, ຂໍເຊີນບັນດາທ່ານຜູ້ຟັງພ້ອມກັບພວກຂ້າພະເຈົ້າມາຢາມປະເທດທີ່ພວມມີຄວາມໝັ້ນໃຈບືນຕົວຂຶ້ນອອກສູ່ທະເລໃຫຍ່, ຢັ້ງຢືນທີ່ຕັ້ງບົດບາດຜ່ານລາຍການພິເສດ “ລະດູບານໃໝ່ແຫ່ງຄວາມຄາດຫວັງຂອງ ຫວຽດນາມ ແຫ່ງການເຊື່ອມໂຍງ’’ ດັ່ງຕໍ່ໄປນີ້.
ພາກ1: ລະດູບານໃໝ່ແຫ່ງການເຊື່ອມໂຍງຈາກແຕ່ລະຄົນ, ໃນແຕ່ລະວິສາຫະກິດ
ໃນຊຸມວັນຕົ້ນປີໃໝ່, ຢູ່ນະຄອນໂຮ່ຈີມິນ, ໃນບັນດາຖ້ຽວລົດເມບໍ່ມີຕັບປີ້ເປັນເຈ້ຍອີກ. ປັດຈຸບັນດ້ວຍການແຕະໜ້າຈໍໂທລະສັບ, ປະຊາຊົນກໍ່ສາມາດຂຶ້ນລົດເມ ແລະ ມີການເດີນທາງຢ່າງສະດວກກ່ວາໃນແຕ່ລະວັນແລ້ວ.
ຢູ່ເບື້ອງຫຼັງຂອງຄວາມສະດວກນັ້ນແມ່ນບັນດາມາດຕະການເຕັກໂນໂລຢີໂດຍນັກວິສະວະກອນໜຸ່ມ ເລອຽນແທັງ ຄົ້ນຄ້ວາ ແລະ ພັດທະນາ. ໂດຍເຄີຍມີໂອກາດເຮັດວຽກຢູ່ Google, ໄດ້ຮັບການເຊີດຊູໃນບັນຊີລາຍຊື່ Forbes 30 Under 30ອາຊີປີ 2022, ແຕ່ລາວໄດ້ເລືອກຢູ່ ຫວຽດນາມ ເພື່ອເລີ່ມຕົ້ນ startup, ນຳປັນຍາປະດິດ ເຂົ້າໃນການຈະລາຈອນສາທາລະນະ, ສ້າງເປັນຕົວເມືອງແຫ່ງອັດສະລິຍະ.
ນັກວິສະວະກອນໜຸ່ມ ເລອຽນແທັງ (ພາບ: VGP) |
ດ້ວຍເປົ້າໝາຍຕອບສະໜອງຄວາມເມົາມົວດ້ານເຕັກໂນໂລຢີ ແລະ ຮັບໃຊ້ປະຊາຄົມ, ຂ້າພະເຈົ້າໄດ້ຕັດສິນໃຈສຸມໃສ່ພັດທະນາໃຫ້ແກ່ບັນດາມາດຕະການເຕັກໂນໂລຢີຕິດພັນກັບ ລົດເມ. ຜ່ານນັ້ນ, ອາດສາມາດປະກອບສ່ວນສ້າງຄວາມສະດວກໃຫ້ແກ່ລະບົບຈະລາຈອນສາທາລະນະຂອງນະຄອນ.
ສຳລັບນັກວິສະວະກອນໜຸ່ມແລ້ວ, ການອຸທິດສ່ວນແມ່ນການຄັດເລືອກທີ່ມີພູມປັນຍາສາກົນ ກ່ຽວກັບການເຮັດ “ໄມ້ງັດ” ໃຫ້ແກ່ບັນດາການບໍລິການທີ່ມີຄວາມຈຳເປັນທີ່ສຸດຂອງປະຊາຊົນ.
ກໍ່ມີຄວາມຄິດດຽວກັນ, ທ່ານປ.ອ ເຈິ່ນຕວັນແອັງ, ຜູ້ອຳນວຍການຝ່າຍບໍລິຫານ Solano Energy, ກໍ່ແມ່ນຜູ້ໜຶ່ງທີ່ກັບເມືອຫວຽດນາມ ພາຍຫຼັງທີ່ຮ່ຳຮຽນແລະ ເຮັດວຽກຢູ່ ອັງກິດ ແລະ ອາເມລິກາເປັນເວລາຫຼາຍປີ. ທ່ານຕວັນແອັງ ເລືອກເອົາຂົງເຂດພະລັງງານສູງ, ສ້າງ“ໜັງສືຜ່ານແດນສີຂຽວ” ໃຫ້ແກ່ປະເທດຊາດໃນແຜນທີ່ໂລກ.
ທ່ານປ.ອ ເຈິ່ນຕວັນແອັງ, ຜູ້ອຳນວຍການຝ່າຍບໍລິຫານ Solano Energy (ພາບ: TTXVN) |
ໃນຈຸດເວລານີ້, ໂລກພວມມີຄວາມສົນໃຈຕໍ່ຫວຽດນາມ ພາຍໃຕ້ແງ່ມູມບັນດາກາລະໂອກາດດ້ານເສດຖະກິດ. ແຕ່ລະບຸກຄົນຕ້ອງເຮັດຫຍັງແດ່ເພື່ອພາເພື່ອນມິດສາກົນ ມາຫວຽດນາມ ຫຼາຍກວ່າອີກ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະມີ ເຫດຜົນເພື່ອເຊື່ອມຕໍ່ກັບປະເທດຊາດຫຼາຍກວ່າ. ຂ້າພະເຈົ້າຄິດວ່າ ຖ້າມີຄວາມເອກອ້າງທະນົງໃຈແຫ່ງຊາດ, ຢາກໃຫ້ ຫວຽດນາມບັນລຸໄດ້ບັນດາຜົນສຳເລັດຕົວຈິງເຊິ່ງໂລກໄດ້ຮູ້ຈັກເຖິງນັ້ນຈິ່ງແມ່ນກຳລັງໜູນເພື່ອມານະພະຍາຍາມ.
ບໍ່ວ່າຢູ່ໃນທີ່ຕັ້ງໃດ, ບັນດາໄວໜຸ່ມພວມພົບປະກັນຢູ່ຈຸດລວມ ນັ້ນແມ່ນ ພ້ອມກັນຊຸກຍູ້ການເຊື່ອມໂຍງຢູ່ແຕ່ລະຂົງເຂດ. ການເຊື່ອມໂຍງທີ່ມີສີສັນ ແລະ ພູມປັນຍາຫວຽດ ເພື່ອໝັ້ນໃຈຢືນຢູ່ໃນການດຳລົງຊີວິດທັນສະໄໝຢ່າງໝັ້ນແກ່ນ.
ລະບົບນິເວດ Fomex Global (ພາບ: Fomexgroup) |
ຖ້າບັນດາເພື່ອນໜຸ່ມຄື: ອຽນແທັງ ຫຼື ຕວັນແອັງ ພວມນຳໃຊ້ພູມປັນຍາເປັນ“ໄມ້ງັດ” ເພື່ອປ່ຽນແປງໂສມໜ້າຕົວເມືອງນັ້ນ, ທີ່ບັນດາໂຮງຈັກໂຮງານ, ການເຊື່ອມໂຍງພັດປະກົດຂຶ້ນໃນຈັງຫວະຂອງເຄື່ອງຈັກການຜະລິດ ແລະ ໃນແຕ່ລະສິນຄ້າທີ່ສົ່ງອອກໄປຍັງທົ່ວໂລກ. ເລື່ອງລາວກ່ຽວກັບວິວັດການສົ່ງອອກໄມ້ ຂອງ Fomex Global ຄືດັ່ງສິ່ງພິສູດທີ່ມີຊີວິດຊີວາໃຫ້ແກ່ຄວາມມານະພະຍາຍາມນັ້ນ.
ໃນທ່າມກາງການເຄື່ອນໄຫວທີ່ເປັນປົກກະຕິຂອງຕ່ອງໂສ້ສາຍພານການຜະລິດ, ບັນດາແຜ່ນໄມ້ອັດ ໄດ້ປະຕິບັດສຳເລັດບັນດາຂັ້ນຕອນສຸດທ້າຍຕາມລຳດັບ, ກຽມພ້ອມໃຫ້ແກ່ວິວັດການສົ່ງອອກໄປຍັງຕະຫຼາດສາກົນ. ທ່ານຫງວຽນກົງແຢງ ປະທານບໍລິສັດຫຸ້ນສ່ວນສາກົນ Fomex Global ແບ່ງປັນວ່າ:
“ເມື່ອກ້າວເຂົ້າສູ່ຕະຫຼາດສາກົນ, ພວກຂ້າພະເຈົ້າບໍ່ພຽງແຕ່ນຳມາເຊິ່ງຜະລິດຕະພັນເທົ່ານັ້ນ ພວກຂ້າພະເຈົ້າຍັງນຳມາເຊິ່ງອິດທິພົນຊື່ສຽງແຫ່ງຊາດ ແລະ ຈິນຕະນາການເຊື່ອມໂຍງຂອງນັກທຸລະກິດລຸ້ນໃໝ່. ນັບແຕ່ຫົວທີ Fomex Global ກຳນົດແຈ້ງວ່າ ການສົ່ງອອກບໍ່ພຽງແຕ່ແມ່ນຂາຍເຄື່ອງອອກໄປຕ່າງປະເທດເທົ່ານັ້ນ ຫາກພວກຂ້າພະເຈົ້າຍັງພວມເຂົ້າຮ່ວມລະບົບສະໜອງທົ່ວໂລກດ້ວຍຄວາມສາມາດທີ່ແທ້ຈິງຂອງວິສາຫະກິດ”
ກ່ຽວກັບວັດຖຸດິບ, ຕະຫຼາດສາກົນໄດ້ຮຽກຮ້ອງຕ້ອງການລັກສະນະໂປ່ງໃສ ແລະ ການຄົ້ນຫາຕົ້ນກຳເນີດຢ່າງເຂັ້ມງວດ, ບໍ່ພຽງແຕ່ປະເພດໄມ້ຖືກຕ້ອງເທົ່ານັ້ນ ຫາກຍັງຕ້ອງພິສູດໄດ້ຕົ້ນກຳເນີດອັນຊອບທຳ, ລະດັບຄວາມເປັນປົກກະຕິຕາມງວດສິນຄ້າ ແລະ ຄວາມສາມາດໃນການຮັກສາຄຸນນະພາບທີ່ຍາວນານ. ກ່ຽວກັບວິວັດການຜະລິດ, ລູກຄ້າສາກົນ ມີຄວາມສົນໃຈຢ່າງເລິກເຊິ່ງຕໍ່ມາດຖານດ້ານເຕັກນິກ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຄຸນນະພາບໃຫ້ແກ່ແຕ່ລະຕະຫຼາດສະເພາະ.
ເພື່ອໃຫ້ Fomex Global ມີຈຸດຍືນໃນຕະຫຼາດໂລກແມ່ນບັນດາມື້ເຮັດວຽກທັງຄືນທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອຄົ້ນຄ້ວາໃບຢັ້ງຢືນ FSC (ການຄຸ້ມຄອງປ່າແບບຍືນຍົງ), ແມ່ນການຕອບສະໜອງມາດຖານການປ່ອຍອາຍພິດ Formaldehyde ຢ່າງເຂັ້ມງວດ.
ພວກຂ້າພະເຈົ້າຢາກໃຫ້ Make in Vietnam ບໍ່ພຽງແຕ່ແມ່ນການສົ່ງອອກ, ຫາກຍັງຕ້ອງແມ່ນມາດຖານສາກົນ ແລະ ຄວາມເຊື່ອໝັ້ນອັນຍາວນານ. ພວກຂ້າພະເຈົ້າຢາກສ້າງສີສັນສະເພາະເພື່ອເມື່ອເວົ້າເຖິງຜະລິດຕະພັນ Make in Vietnam, ຄູ່ຮ່ວມມືສາກົນ ສາມາດເຊື່ອໝັ້ນໄດ້ເລີຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ວິສາຫະກິດ ຫວຽດນາມສາມາດບືນຕົວຂຶ້ນອອກສູ່ໂລກໄດ້ດ້ວຍຄຸນນະພາບ, ອິດທະພົນຊື່ສຽງ, ຄວາມເຊື່ອໝັ້ນ ແລະ ຈິນຕະນາການແບບຍືນຍົງ.
ເລື່ອງລາວປະສົບຜົນສຳເລັດຂອງ Fomex Global ແມ່ນສິ່ງພິສູດໃຫ້ວິສາຫະກິດຫວຽດນາມພວມເຊື່ອມໂຍງດ້ວຍກຳລັງແຮງພາຍໃນ, ຄວາມຕັດສິນໃຈຢັ້ງຢືນມູນຄ່າຫວຽດນາມ ໃນແຜນທີ່ເສດຖະກິດທົ່ວໂລກ.
ພາບປະກອບ: VOV |
ພາກ 2: ການປ່ຽນແປງໃນວິທີການສັງກາດໂລກຂອງຊົນຊາດໜຶ່ງ
ຈາກການນຳໃຊ້ເຕັກໂນໂລຢີໃນລົດເມຢູ່ນະຄອນ ຈົນຮອດການສົ່ງສິນຄ້າ ຂ້າມມະຫາສະໝຸດຂອງ Fomex Global, ການເຊື່ອມໂຍງໄດ້ກາຍເປັນຈັງຫວະຊີວິດທີ່ຟ້າວຟັ່ງ, ຄັບຄາໜາແໜ້ນໃນແຕ່ລະສາຍເລືອດຂອງພື້ນຖານເສດຖະກິດ. ເພື່ອປຸກລຸກໄດ້ກຳລັງແຮງນັ້ນ ແມ່ນການປ່ຽນແປງຈິນຕະນາການຂອງຊາດ. ເຊີນທ່ານຜູ້ຟັງຮັບຟັງການແລກປ່ຽນຂອງນັກຂ່າວ VOV ກັບ ທ່ານສາດສະດາຈານຫວູມິງຢາງ ເພື່ອເຂົ້າໃຈແຈ້ງກ່ຽວກັບເນື້ອໃນນີ້ກວ່າອີກ.
ທ່ານສາດສະດາຈານ ຫວູມິງຢາງ (ພາບ: VOV) |
ນັກຂ່າວ: ໃນສະພາບການປະຕິວັດອຸດສາຫະກຳໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມພວມມີເຄັດລັບ ຫຍັງແດ່ເພື່ອບຸກທະລຸ, ຂໍຮຽນທ່ານ?
ປັດຈຸບັນ ຫວຽດນາມ ໂດຍໂລກໄດ້ຕີລາຄາສູງກ່ຽວກັບແນວທາງເປັນເອກະລາດ, ເປັນເຈົ້າຕົນເອງ, ບໍ່ຂຶ້ນກັບບັນດາປະເທດມະຫາອຳນາດແຕ່ກໍ່ບໍ່ປິດປະຕູ. ຫວຽດນາມ ມີວິທີການປະພຶດທີ່ມີໄຫວພິບອ່ອນຊ້ອຍ, ໝາຍຄວາມວ່າເຮັດແນວໃດເພື່ອບັນລຸໄດ້ຄວາມສະດວກຫຼາຍທີ່ສຸດໃຫ້ແກ່ຕົນເອງ, ພ້ອມທັງເສີມຂະຫຍາຍບັນດາທ່າໄດ້ປຽບຂອງຕົນຢູ່ລະດັບສູງທີ່ສຸດ. ຍ້ອນຫຼັກການຫັນທຸກສິ່ງທີ່ຕົນເອງມີຄວາມສະດວກ ກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງ ພວມແມ່ນທິດນຳທີ່ຖືກຕ້ອງທີ່ສຸດ ແລະ ມີປະສິດທິຜົນສຳລັບ ຫວຽດນາມ. ຂ້າພະເຈົ້າຍົກຕົວຢ່າງ ຫວຽດນາມ ບໍ່ແມ່ນປະເທດມີຊັບພະຍາກອນທຳມະຊາດເປັນຈຳນວນຫຼາຍ ແຕ່ພວກເຮົາມີທີ່ຕັ້ງດ້ານພູມີສາດການເມືອງທີ່ດີທີ່ສຸດ. ທ່າໄດ້ປຽບທີສອງສຳຄັນກວ່າສິ່ງໃດໝົດແມ່ນຊາວຫວຽດນາມ ມີຄວາມສາມາດທີ່ກ້າແກ່ນ, ມີເຈດຈຳນົງຕັດສິນໃຈສູງ ແລະ ມີຄວາມສາມາດປັບຕົວທີ່ອ່ອນໂຍນເຖິງຂັ້ນເປັນໜ້າປະທັບໃຈ ແລະ ແປກໃຈ. ພວກເຮົາເຊື່ອໝັ້ນວ່າ ດ້ວຍວິທີການສັງເກດຄືໃນປັດຈຸບັນ ໃນໄລຍະອີກບໍ່ໄກ, ຫວຽດນາມ ຈະມີທີ່ຕັ້ງທີ່ພິເສດບົນເວທີສາກົນ.
ນັກຂ່າວ: ສາດສະດາຈານ ຕັ້ງຫວັງຫຍັງແດ່ຕໍ່ອະນາຄົດຂອງປະເທດຊາດ ໃນໄລຍະທີ່ຈະມາເຖິງ.
ສາດສະດາຈານ : “ຄວາມຄາດຫວັງໃນປັດຈຸບັນຂອງພວກຂ້າພະເຈົ້າແມ່ນຈະທຽບທັນກັບບັນດາປະເທດເຂັ້ງແຂງ. ສິ່ງນີ້ນອນຢູ່ໃນແນວຄິດຈິດໃຈຂອງຊາວ ຫວຽດນາມ ທຸກໆຄົນ ເຊິ່ງລ້ວນແຕ່ມຸ່ງໄປເຖິງການເຊື່ອມໂຍງສາກົນຢ່າງຮອບດ້ານກວ່າ ມີທີ່ຕັ້ງບົດບາດໃນປະຊາຄົມສາກົນ. ຂ້າພະເຈົ້າຖືວ່າປີມະເມຍນີ້ ພວກເຮົາຈະພັດທະນາດ້ວຍລະດັບກ້າວກະໂດດຂັ້ນ. ສິ່ງທ້າທາຍກໍ່ບໍ່ແມ່ນໜ້ອຍ ແຕ່ຊາວ ຫວຽດນາມ ກໍ່ມີອັນດີ ເມື່ອປະເຊີນໜ້າກັບຄວາມທົດສອບ ນັ້ນແມ່ນຍາມໃດກໍ່ຜ່ານຜ່າ ແລະ ພັດທະນາຢ່າງແຂງແຮງ. ເບິ່ງຄືວ່າ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ພວກເຮົາພວມຢືນຢູ່ຕໍ່ໜ້າໄລຍະທາງພັດທະນາເຊັ່ນນີ້”.
ນັກຂ່າວ ຮຽນສາດສະດາຈານ ການເຊື່ອມໂຍງສາກົນຈະນຳຜົນປະໂຫຍດມາສູ່ປະເທດ ແລະ ນຳມາເຊິ່ງທີ່ຕັ້ງບົດບາດພິເສດຂອງ ຫວຽດນາມ ໃນເວທີສາກົນ. ແຕ່ກົງກັນຂ້າມ ເມື່ອເຊື່ອມໂຍສາກົນ ຫວຽດນາມ ຈະປະກອບສ່ວນຫຍັງແດ່ໃຫ້ແກ່ໂລກ ?
ສາດສະດາຈານ “ຫວຽດນາມ ເກືອບຄືວ່າ ແມ່ນສັນຍາລັກຂອງສອງຄຸນຄ່າ. ທີໜຶ່ງ ແມ່ນຄຸນຄ່າວັດທະນະທຳມນຸດ, ທີສອງ ແມ່ນສັນຕິພາບ. ຊາວ ຫວຽດນາມ ກຽມພ້ອມແນວຄິດສັນຕິພາບ ເພາະວ່າ ໄດ້ເຄີຍແມ່ນຊາດໜຶ່ງທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມສູນເສຍຂອງສົງຄາມ. ດັ່ງນັ້ນເມື່ອຊາວ ຫວຽດນາມ ເວົ້າເຖິງສັນຕີພາບ ມີຄຸນຄ່າທົບຫຼາຍໆເທົ່າ ເມື່ອທຽບໃສ່ບັນດາປະເທດທີ່ດຳລົງຊີວິດໃນສັນຕິພາບເທົ່ານັ້ນ. ທີສອງ ແມ່ນຄຸນຄ່າວັດທະນະທຳມະນຸດ ແມ່ນວັດທະນະທຳໝູ່ບ້ານຕາແສງ, ນ້ຳໃຈຄວາມຮັກແພງມະນຸດດ້ວຍກັນ ກໍ່ແມ່ນສິ່ງທີ່ໃນໂລກພວມຂາດແຄນທີ່ສຸດ.”
ນັກຂ່າວ: ຂໍຂອບໃຈສາດສະດາຈານ ຫວູມິງຢາງ ກ່ຽວກັບການແບ່ງປັນນີ້.
ພາກທີ 3 : ຈາກການຮອງຮັບໄປສູ່ການສ້າງສາ - ທີ່ຕັ້ງບົດບາດໃໝ່. MC. ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນບໍ່ພຽງແຕ່ມີຄວາມຄາດຫວັງພັດທະນາປະເທດຊາດເທົ່ານັ້ນ ຫາກຍັງມີພາລະບົດບາດຮັບໃຊ້ມວນມະນຸດອີກດ້ວຍ. ຍ້ອນວ່າ ການເຊື່ອມໂຍງສາກົນຍັງແມ່ນການພ້ອມກັນແບກຫາບຄວາມເປັນຫ່ວງ ຂອງທົ່ວໂລກ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN) |
ໃນກອງປະຊຸມຖະແຫຼງຂ່າວ ອັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ບໍ່ພຽງແຕ່ແມ່ນການສິ້ນສຸດລົງຂອງກອງປະຊຸມໃຫຍ່ທີ່ປະສົບຜົນສຳເລັດຂອງພັກເທົ່ານັ້ນ ຫາກຍັງແມ່ນໂອກາດແຜ່ກະຈາຍສານການທູດຂອງ ຫວຽດນາມ ໃນສັງກາດໃໝ່ ເຖິງວົງຄະນາຍາດສາກົນ. ຢູ່ທີ່ນີ້ທ່ານເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ຢືນຢັນ ພາລະບົດບາດຂອງ ຫວຽດນາມ, ພາລະບົດບາດຂອງປະເທດຊາດສ້າງສາ, ພ້ອມແລ້ວຈະເຂົ້າຮ່ວມແກ້ໄຂບັນດາບັນຫາໃນທົ່ວໂລກ. ໃນສະພາບການໂລກທີ່ມີການຜັນແປຢ່າງສັບສົນຍ້ອນການປະທະກັນ ໄພທຳມະຊາດ ແລະ ໂລກລະບາດ, ຄຳຢືນຢັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ວ່າ: “ບໍ່ມີປະເທດໃດເຖິງວ່າຈະເຂັ້ມແຂງຄືແນວໃດກໍ່ຕາມ ແຕ່ກໍ່ບໍ່ສາມາດແກ້ໄຂບັນຫາໃຫຍ່ດ້ວຍຕົນເອງໄດ້” ຄືດັ່ງຄຳຖະແຫຼງທີ່ວ່າ: ຫວຽດນາມ ບໍ່ຢືນຢູ່ນອກເພື່ອສັງເກດບັນດາບັນຫາໃນໂລກ. ຫວຽດນາມ ເຂົ້າຮ່ວມແກ້ໄຂດ້ວຍອິດທິພົນ ເຊິ່ງໄດ້ຮັບການສ້າງຂຶ້ນ ພາຍຫຼັງປ່ຽນແປງໃໝ່ ເປັນເວລາ 40 ປີ. ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮຸ້ວ່າ:
“ແຜນນະໂຍບາຍຂອງພວກຂ້າພະເຈົ້າແມ່ນເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງເຂົ້າໃນພື້ນຖານການເມືອງໂລກ, ພື້ນຖານເສດຖະກິດສາກົນ ແລະ ພື້ນຖານອະລິຍະທຳຂອງມວນມະນຸດ. ພວກຂ້າພະເຈົ້າແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ພວກຂ້າພະເຈົ້າຖືວ່າ ບັນດາປະເທດ ເຖິງວ່າຈະໃຫຍ່ ຫຼື ນ້ອຍກໍ່ຕາມ ແຕ່ລ້ວນແຕ່ມີຄວາມຮັບຜິດຊອບລວມຕໍ່ບັນຫາທົ່ວໂລກ. ບໍ່ມີປະເທດໃດທີ່ສາມາດແກ້ໄຂບັນຫາທົ່ວໂລກດ້ວຍຕົນເອງໄດ້ ແຕ່ຮຽກຮ້ອງຕ້ອງງການມີການຮ່ວມມືສາກົນ”.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການຖະແຫຼງຂ່າວສາກົນແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV (ພາບ: VGP) |
ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ມີອິດທິພົນຊື່ສຽງ ໄດ້ມີຄວາມຮັບຜິດຊອບ ເພື່ອເຂົ້າຮ່ວມບັນດາບັນຫາຂອງພາກພື້ນ ແລະ ໂລກ. ກ່ຽວກັບຄວາມໝັ້ນຄົງຂອງສາກົນ ຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວສ້າງສັນຕິພາບ, ເຂົ້າຮ່ວມຮັກສາສັນຕິພາບ, ເຂົ້າຮ່ວມການຊ່ວຍເຫຼືອມະນຸດສະທຳ, ເຂົ້າຮ່ວມການກູ້ໄພກູ້ຊີບຊ່ວຍບັນເທົາທຸກ, ວິກິດການມະນຸດສະທຳ ຊ້ຳບໍ່ໜຳເຂົ້າຮ່ວມການສ້າງສັນຕິພາບ. ໃນຂົງເຂດການພັດທະນາ, ຫວຽດນາມ ພ້ອມແລ້ວແບ່ງປັນບົດຮຽນກ່ຽວກັບຜົນງານໃນການປ່ຽນແປງໃໝ່, ເຂົ້າຮ່ວມໃນຄວາມມານະພະຍາມລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກໃນບໍລິເວນທົ່ວໂລກ ພ້ອມທັງສືບຕໍ່ປະຕິບັດຄຳໝັ້ນສັນຍາກ່ຽວກັບເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ທ່ານເລຂາທິການໃຫຍ່ ໃຫ້ຮູ້ຕື່ມອີກວ່າ:
“ພວກຂ້າພະເຈົ້າໄດ້ກຳນົດວ່າ ການເຊື່ອມໂຍງສາກົນ ແມ່ນກຳລັງໜູນທີ່ສຳຄັນເພື່ອພັດທະທະນາປະເທດຊາດ. ຢາກມີສັນຕິພາບ ຢາກມີການພັດທະນາກໍ່ຕ້ອງເປີດປະຕູກັບພາຍນອກ, ຕ້ອງຮ່ວມມືກັບບັນດາປະເທດອື່ນໆ. ພວກຂ້າພະເຈົ້າມີແຜນນະໂຍບາຍຫັນຈາກການຮອງຮັບໄປສູ່ການປະກອບສ່ວນ ຈາກການເຊື່ອມໂຍງຢ່າງກວ້າງເລິກ ໄປສູ່ການເຊື່ອມໂຍງຢ່າງຄົບຖ້ວນ. ເມື່ອກ່ອນນີ້ກໍ່ປະສົບກັບຄວາມຫຍຸ້ງຍາກ, ມີສົງຄາມ ພວກຂ້າພະເຈົ້າຮອງຮັບການຊ່ວຍເຫຼືອຈາກສາກົນ; ແຕ່ປັດຈຸບັນ ຫວຽດນາມ ມີອິດທິພົນຢ່າງພຽງພໍເພື່ອເຂົ້າຮ່ວມສ້າງສັນຕິພາບ ແບ່ງປັນບົດຮຽນກ່ຽວກັບການແບ່ງປັນໃໝ່ ແລະ ພ້ອມກັບອົງການຈັດຕັ້ງສາກົນແກ້ໄຂວິກິດການມະນຸດສະທຳໃນບໍລິເວນໃນທົ່ວໂລກ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ ການຖະແຫຼງຂ່າວສາກົນແຈ້ງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV (ພາບ: VGP) |
ເມື່ອທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນ ປະເທດ ຫວຽດນາມ ບໍ່ແມ່ນປະເທດຢືນຢູ່ທາງນອກເພື່ອສັງເກດການ ກໍ່ແມ່ນຈຸດເວລາທີ່ຫວຽດນາມ ຫັນຈາກການຮອງຮັບໄປສູ່ການປະກອບສ່ວນ. ດ້ວຍບັດສະໜັບສະໜູນ 180 ບັດ ເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026 – 2028 ຫຼື ການຕີລາຄາຂອງປະຊາຄົມໂລກກ່ຽວກັບຜົນງານມະຫັດສະຈັນໃນການຫັນເປັນສີຂຽວ ກໍ່ແມ່ນຫຼັກຖານຢັ້ງຢືນຢ່າງແທ້ຈິງ, ຢັ້ງຢືນທີ່ຕັ້ງບົດບາດຂອງຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ພວມແບກຫາບພາລະກຳລວມຂອງມວນມະນຸດ.
“ ນີ້ແມ່ນການຮັບຮູ້ຢ່າງຕັ້ງໜ້າຂອງປະຊາຄົມໂລກທີ່ມີຕໍ່ຄວາມມານະພະຍາຍາມຂອງຫວຽດນາມໃນການປະກອບສ່ວນເຂົ້າໃນວຽກງານລວມຂອງ ສ.ປ.ຊ , ໃນນັ້ນມີເສົາຄ້ຳໜຶ່ງທີ່ສຳຄັນ ນັ້ນແມ່ນການຮັບປະກັນສິດທິມະນຸດ. ຫວຽດນາມຍຶດໝັ້ນວິທີເຂົ້າເຖິງຢ່າງສະເໝີຕົ້ນສະເໝີປາຍ : ການຮັບປະກັນສິດທິມະນຸດ ກ່ອນອື່ນໝົດແມ່ນຄວາມຮັບຜິດຊອບຂອງແຕ່ລະປະເທດຕໍ່ພົນລະເມືອງຂອງຕົນ”
“ ຫວຽດນາມບໍ່ພຽງແຕີ່ມີຄວາມສາມາດ, ສິດອຳນາດເພື່ອແກ້ໄຂບັນຫາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປະກອບສ່ວນເຂົ້າໃນປະຕິກິລິຍາທົ່ວໂລກທີ່ມີຕໍ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດເທົ່ານັ້ນ, ຫາກຍັງແມ່ນປະເທດໄດ້ຮັບຄວາມເຄົາລົບນັບຖື ແລະ ປະຈຸບັນມີທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນໃນການພົວພັນສາກົນ ”
ປີໃໝ່, ເລີ່ມຕົ້ນດ້ວຍສິ່ງໃໝ່, ຫວຽດນາມສືບຕໍ່ເສັ້ນທາງເຊື່ອມໂຍງສາກົນດ້ວຍທີ່ຕັ້ງບົດບາດໃໝ່ຂອງຊາດໜຶ່ງທີ່ຍາມໃດກໍຮັກຫອມສັນຕິພາບ ແລະ ຫວັງຢາກປະກອບສ່ວນຫຼາຍກ່ວາອີກເຂົ້າໃນການແກ້ໄຂສິ່ງທ້າທາຍທົ່ວໂລກ./.




