(ລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ບຸນເຕັດ ຫວຽດນາມ ຢູ່ Fukuoka ຄັ້ງທີ 7) |
ໃນລະຫວ່າງວັນທີ 31 ມັງກອນ ແລະ 01 ກຸມພາ, ຢູ່ສວນສາທາລະນະໃຈກາງນະຄອນ Fukuoka, ສະຖານກົງສູນ ຫວຽດນາມ ປະຈຳ Fukuoka ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka ແລະ ສະຫະສະມາຄົມ ຫວຽດນາມ ຢູ່ Kyushu ຈັດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ບຸນເຕັດ ຫວຽດນາມ ຢູ່ Fukuoka ຄັ້ງທີ 7. ມີປະມານ 30 ຮ້ານອາຫານ, ວາງສະແດງວັດທະນະທຳ, ການຫຼະຫຼິ້ນພື້ນເມືອງ ແລະ ເຂດປະພຶດບຸນເຕັດໄດ້ສ້າງເປັນ “ຫວຽດນາມ ຮັດແຄບ” ຢູ່ໃຈກາງນະຄອນ Fukuoka ທີ່ທັນສະໄໝ. ທ່ານນາງ ວູມາຍຈີ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ Fukuoka, ເນັ້ນໜັກວ່າ:
“ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2026 ປີນີ້ ມີຄວາມໝາຍພິເສດ, ເມື່ອໄດ້ຈັດຂຶ້ນໃນຂະນະທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມ. ນີ້ແມ່ນຂີດໝາຍສຳຄັນ, ເປີດສັງກາດໃໝ່ແຫ່ງການພັດທະນາ - ສັງກາດບຸກບືນຢ່າງແຮງຂອງຊາດ ຫວຽດນາມ, ດ້ວຍບັນດາການກຳນົດທິດໃຫຍ່, ຄາດຫວັງໃຫຍ່ໃຫ້ແກ່ອະນາຄົດຂອງປະເທດຊາດ”.
(ທີ່ງານພົບປະຕ້ອນຮັບບຸນເຕັດປີມະເມຍ 2026) |
ໃນຂະນະນັ້ນ, ຕອນຄ່ຳວັນທີ 01 ກຸມພາ, ສະຖານກົງສູນ ຫວຽດນາມ ປະຈຳນະຄອນ Sydney, ອົດສະຕາລີ, ໄດ້ຈັດງານພົບປະຕ້ອນຮັບບຸນເຕັດປີມະເມຍ 2026. ເຫດການໄດ້ດຶງດູດພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ລັດ New South Wales, Queensland ແລະ ເຂດທິດໃຕ້ ອົດສະຕາລີກວ່າ 300 ຄົນ. ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນມາຍຮວາ, ຢູ່ມະຫາວິທະຍາໄລ New South Wales, ແບ່ງປັນວ່າ:
“ຂ້າພະເຈົ້າມາແຫ່ງນີ້ໄດ້ຮັບປະທານບັນດາເຍື່ອງອາຫານພື້ນເມືອງ, ໄດ້ພົບປະກັບເພື່ອນມິດ, ໄດ້ຊົມເບິ່ງຊຸດເສື້ອຍາວຂອງພວກເພື່ອນຢູ່ທີ່ນີ້ ກໍຄືໄດ້ຮັບຊົມລາຍການຟ້ອນໃນພະລາຊະວັງ ເຫ້ວ. ຂ້າພະເຈົ້າແມ່ນຊາວ ເຫ້ວ, ສະນັ້ນເມື່ອໄດ້ຮັບຊົມລາຍການຟ້ອນພະລາດຊະວັງ ເຫ້ວ ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ, ຍ້ອນຂ້າພະເຈົ້າຮູ້ສຶກຄືດັ່ງໄດ້ກັບເມືອບ້ານເກີດເມືອງນອນພາຍຫຼັງເວລາຫຼາຍປີ”.
ແລະກໍ່ໃນຕອນຄ່ຳວັນທີ 01 ກຸມພາ, ຢູ່ແຂວງ Battambang, ກຳປູເຈຍ, ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026”. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນພົບປະ, ແບ່ງປັນ, ເພື່ອໃຫ້ບັນດາຄຸນຄ່າທີ່ເປັນມູນເຊື້ອໄດ້ຮັບການສືບທອດ, ເພື່ອໃຫ້ປະຊາຄົມເຊື້ອຊາດ ຫວຽດນາມ ຢູ່ທິດຕາເວັນຕົກສຽງເໜືອ ກຳປູເຈຍ ນັບມື້ນັບສະໜິດຕິດພັນກັນກວ່າ, ສາມັກຄີ ແລະ ໝັ້ນຄົງເຂັ້ມແຂງ.




