logo

ລະດົມກຳລັງໃຈ, ເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານໃນໂອກາດໃກ້ຈະຮອດບຸນເຕັດ

2026/2/15 | 08:56:00
(VOVWORLD) - ທ່ານ ຫງວຽນວັນທັງ ໄດ້ຍ້ອງຍໍນ້ຳໃຈຄວາມຮັບຜິດຊອບຂອງພະນັກງານ, ກຳມະກອນ; ພ້ອມກັນນັ້ນ ກໍ່ລະດົມກຳລັງໃຈໝູ່ພະນັກງານ, ກຳມະກອນທີ່ພວມປະຕິບັດການກໍ່ສ້າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະ ອາດຈະກາຍຄວາມຄືບໜ້າທີ່ໄດ້ກຳນົດ.
ທ່ານ ຫງວຽນວັນທັງ, ປະທານສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈກຳມະກອນທີ່ພວມປະຕິບັດການກໍ່ສ້າງຢູ່ຂົວ ເວິນຝູກ
(ພາບ: TTXVN)

ວັນທີ 14 ກຸມພາ (ກົງກັບວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານ ຫງວຽນວັນທັງ, ປະທານສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນກຳມະກອນທີ່ພວມປະຕິບັດການກໍ່ສ້າງຢູ່ຂົວ ເວິນຝູກ ແລະ ຂົວ ເທື້ອງກາດ.

ນີ້ແມ່ນ 2 ໂຄງການຄົມມະນາຄົມຈຸດສຸມຂອງນະຄອນຫຼວງ, ປະຈຸບັນມີກຳມະກອນ, ນັກເຕັກນິກເກືອບ 500 ຄົນພວມເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ໂດຍຈະໄດ້ຮັບການຜັນຂະຫຍາຍນັບທັງໃນມື້ບຸນເຕັດ (ບຸນປີໃໝ່ປະຈຳຊາດ ຫວຽດນາມ) ເພື່ອຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ. ຢູ່ທີ່ນີ້, ທ່ານ ຫງວຽນວັນທັງ ໄດ້ຍ້ອງຍໍນ້ຳໃຈຄວາມຮັບຜິດຊອບຂອງພະນັກງານ, ກຳມະກອນ; ພ້ອມກັນນັ້ນ ກໍ່ລະດົມກຳລັງໃຈໝູ່ພະນັກງານ, ກຳມະກອນທີ່ພວມປະຕິບັດການກໍ່ສ້າງໃຫ້ສຳເລັດຖືກຕາມຄວາມຄືບໜ້າ ແລະ ອາດຈະກາຍຄວາມຄືບໜ້າທີ່ໄດ້ກຳນົດ.

ແລະກໍ່ໃນວັນດຽວກັນ, ສະຫະພັນແຮງງານນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດລາຍການ “ບຸນເຕັດບໍ່ໄກຄອບຄົວ” ຢູ່ເຂດເຮືອນຢູ່ສັງຄົມ ທຽນລົກ. ສ່ວນຢູ່ເຂດອຸດສາຫະກຳ ທັງລອງ, ສະຫະພັນນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດລາຍການ ລົດໂອໂຕສົ່ງສະມາຊິກຊາວໜຸ່ມ, ກຳມະກອນຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດໂດຍບໍ່ເກັບຄ່າ.

ໃນຂະນະນັ້ນ, ວັນທີ 14 ກຸມພາ, ບັນດາຖ້ຽວລົດສຸດທ້າຍໃນລາຍການ “ຖ້ຽວລົດກຳມະບານ - ລະດູບານໃໝ່ 2026” ໄດ້ເລີ່ມເດີນທາງ, ອັດການເຄື່ອນໄຫວສົ່ງສະມາຊິກຊາວໜຸ່ມ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ 2.800 ຄົນຈາກ ດົ່ງນາຍ ກັບເມືອບ້ານ. ສ່ວນຫຼາຍນີ້ແມ່ນບັນດາຜູ້ປະສົບກັບຄວາມຫຍຸ້ງຍາກພິເສດ, ບໍ່ມີເງື່ອນໄຂໄດ້ຮັບເມືອບ້ານເປັນເວລາຫຼາຍປີ.

TAG
VOV/VOVworld/ຜິດ​ຊອບ/ພະ​ນັກ​ງານ/ກຳ​ມະ​ກອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ