logo

ລະດູເຂົ້າສຸກເຫຼືອງຢູ່ ອີຕີ

2025/9/21 | 16:02:38

(VOVWORLD) -  ລະດູເຂົ້າສຸກ, ສີເຫຼືອງອາລ່າມພວມປົກຄຸມໄປທົ່ວເຂດເນີນພູ ອີຕີ, ອັນໄດ້ດຶງດູດແຂກທ່ອງທ່ຽວນັບພັນໆຄົນມາທ່ຽວຊົມ

ໃນຊຸມວັນຕົ້ນເດືອນກັນຍາ, ທີ່ ອີຕີ ຢູ່ແຂວງ ລາວກາຍ ຂອງ ຫວຽດນາມ ເໝືອນວ່າພວມກ້າວເຂົ້າສູ່ເທດສະການໃຫຍ່ຂອງທຳມະຊາດ. ໂດຍຢູ່ລະດັບຄວາມສູງເກືອບ 2.000 ແມັດ ເມື່ອທຽບກັບໜ້ານ້ຳທະເລ, ອີຕີ ພວມໄດ້ປົກຄຸມໄປດ້ວຍສີເຫຼືອງອາລ່າມຂອງລະດູເຂົ້າສຸກເຫຼືອງ.
ຈາກທົ່ວທຸກເສັ້ນທາງ, ຝູງຄົນຫຼັ່ງໄຫຼກັນມາບ່ອນທີ່ໄດ້ຮັບຂະໜານນາມວ່າ “ສະຫວັນນາຂັ້ນໄດງາມທີ່ສຸດຢູ່ ເຕິຍບັກ”, ເພື່ອຮັບຊົມທັດສະນີຍະພາບທີ່ຫາຍາກ ເຊິ່ງທຳມະຊາດ ແລະ ດ້ວຍມືຂອງມະນຸດໄດ້ສ້າງຂຶ້ນ.
ຈາກຄ້ອຍ ງ໋າຍເທົ່າ ຫຼື ບ້ານ ຈວ້ານແທ່ນ ເບິ່ງລົງມາ, ບັນດາຕອນນາຂັ້ນໄດໄດ້ເກາະກ່າຍກັນລົງໄປຕາມເປີ້ນພູຕ່າງໆ.
ຍາມເຊົ້າ ແສງແດດສ່ອງຜ່ານສາຍໝອກ, ອັນໄດ້ສ້າງເປັນທັດສະນີພະຍາບທັງໃຫຍ່ໂຕມະໂຫຖານ ທັງຄືດັ່ງໃນຝັນ.
ນີ້ແມ່ນສິ່ງທີ່ເຮັດໃຫ້ແຂກທ່ອງທ່ຽວພ້ອມທີ່ຈະຜ່ານຜ່າເສັ້ນທາງອັນຍາວໄກ ເພື່ອໄດ້ຮັບຊົມຄວາມງາມທີ່ມະຫັດສະຈັນນັ້ນກັບຕາ.
ເມື່ອທຽບໃສ່ຊຸມປີກ່ອນໆ, ປັດຈຸບັນ, ເສັ້ນທາງເຂົ້າ ອີຕີ ກໍສະດວກກວ່າຫຼາຍແລ້ວ, ລົດໃຫຍ່ໂອໂຕ ກໍສາມາດເຂົ້າຮອດໃຈກາງຕາແສງ, ຄວາມລຳບາກຂອງແຂກທ່ອງທ່ຽວກໍໄຄກວ່າຫຼາຍ. ບັນດາ ໂຮມສະເຕ ກໍໄດ້ຮັບການລົງທຶນໃຫຍ່ໂຕ ແລະ ງາມຕາກວ່າ ເພື່ອຕອບສະໜອງຄວາມຕ້ອງການພັກຜ່ອນ, ຊິມບັນດາເຍື່ອງອາຫານຢູ່ທ້ອງຖິ່ນ. ດັ່ງນັ້ນ, ລະດູເຂົ້າສຸກເຫຼືອງຢູ່ ອີຕີ ໄດ້ກາຍເປັນຈຸດນັດພົບທີ່ບໍ່ຄວນພາດສຳລັບຄົນລຸ້ນໜຸ່ມທີ່ມັກຮັກການທ່ອງທ່ຽວແບບຄົ້ນຫາ.
ຕາມບັນດາຜູ້ມີປະສົບການ, ໄລຍະເວລາທ້າຍເດືອນ ສິງຫາ ຮອດ ກາງເດືອນ ກັນຍາ ແມ່ນໄລຍະເວລາງາມທີ່ສຸດເພື່ອທ່ຽວຊົມ ອີຕີ ໃນລະດູເຂົ້າສຸກເຫຼືອງ.
ພຽງແຕ່ອີກ 2 – 3 ອາທິດ, ລະດູເກັບກ່ຽວກໍກ້ຽວເຂົ້າມາແລ້ວ, ທັດສະນີຍະພາບຢູ່ທີ່ນີ້ກໍຈະປ່ຽນສີສັນໃໝ່. ດັ່ງນັ້ນ, ແຂກທ່ອງທ່ຽວຄວນຍາດເວລາໄປທ່ຽວຊົມໃນໄວໆນີ້ ຈຶ່ງຈະທັນເກັບພາບບັນຍາກາດລະດູເຂົ້າສຸກເຫຼືອງ ທີ່ຫາຍາກໃນປີໄວ້ໄດ້.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ