ພາຍຫລັງຈັດຕັ້ງມາເປັນ 10 ຄັ້ງແລ້ວ, ລາຍການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ໄທ ໄດ້ຄ່ອຍໆຢັ້ງຢືນທີ່ຕັ້ງຂອງຕົນ ເປັນຂົວເຊື່ອມຕໍ່ ລະຫວ່າງນັກສຶກສາ 2 ປະເທດ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
![]() |
ຫ້ອງຈັດງານລ້ຽງຂອງໂຮງແຮມ Media ມີເນື້ອທີ່ກ້ວາງກ່ວາ 200 ຕາແມັດ - ແມ່ນບ່ອນດຳເນີນພິທີສະເຫຼີມສະຫຼອງ 10 ປີແຫ່ງວັນລາຍການພົບປະແລກປ່ຽນລະຫວ່າງຊາວໜຸ່ມ ຫວຽດນາມ - ໄທ. ທີ່ງານລ້ຽງ, ຊາວໜຸ່ມ ຫວຽດນາມ ແລະ ໄທ 37 ຄົນໄດ້ນຸ່ງຊຸດອາພອນປະຈຳຊາດຕົນ ພວມລົມກັນຢ່າງຟົດຟື້ນ. ພາຍຫລັງຫ່າງຈາກກັນມາເປັນເວລາ 3 ປີ, ນາງ ຫງວຽນທິທູແທ່ງ ແລະ ບັນດາເພື່ອນທີ່ຮັກແພງພວມສະແດງຄວາມພາກພູມໃຈທີ່ໄດ້ພົບກັນອີກ. ລາວຄິດຮອດຄິດເຖິງບັນດາອະນຸສອນກ່ຽວກັບຊຸມວັນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນຢູ່ປະເທດ ໄທ:
ເມື່ອເຂົ້າຮ່ວມລາຍການໃນປີ 2015, ນ້ອງພວມເປັນນັກສຶກສາປີທີ 2 ຂອງມະຫາວິທະຍາໄລວິທະຍາສາດ ແລະ ສັງຄົມມະນຸດສາດ. ຕອນນັ້ນ, ເອື້ອຍຄູໄດ້ເລືອກເອົາບັນດານັກສຶກສາທີ່ມີຄວາມສາມາດເວົ້າໄດ້ພາສາໄທ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວ. ນ້ອງມີຄວາມເປັນກຽດທີ່ສຸດທີ່ແມ່ນໜຶ່ງໃນຈຳນວນນັກສຶກສານັ້ນ. ພວກນ້ອງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວນຳກັນຄື: ການລະຫຼິ້ນພື້ນເມືອງ, ຮ້ອງລຳທຳເພງ, ແລກປ່ຽນຄວາມຮູ້, ຢ້ຽມຢາມບັນດາທັດສະນີຍະພາບຂອງ ໄທ ແລະ ຢ້ຽມຢາມແຂວງ ນະຄອນພະນົມ ເຊິ່ງແມ່ນສະຖານທີ່ມີເຂດອະນຸສອນສະຖານປະທານ ໂຮ່ຈີມິນ.
![]() |
ຢືນຢູ່ແຈໜຶ່ງ, ທ້າວ ອານົມ ສີພົນກຣັງ ເປັນຊາວໜຸ່ມທີ່ມາຈາກແຂວງ ມຸກດາຫານ ພວມກະຕືລືລົ້ນເລົ່າເລື່ອງໃຫ້ບັນດາເພື່ອນທີ່ຫາກໍ່ລຶ້ງກັນຟັງກ່ຽວກັບບັນດາອະນຸສອນຂອງຕົນ ເມື່ອເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ຄັ້ງທີ 3 ແລະ ຄັ້ງທີ 4. 7 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ບັນດາອະນຸສອນເມື່ອເຂົ້າຮ່ວມລາຍການດັ່ງກ່າວຍັງຄົງຝັງເລິກໃນຈິດໃຈຂອງ ອານົມ.
ນາງ ທູແທ່ງ ແລະ ທ້າວ ອານົມ ເປັນຕົວແທນຂອງນັກສຶກສາກ່ວາ 200 ຄົນທີ່ເຄີຍໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ແຕ່ປີ 2009 – 2017. ໃນຕະຫລອດ 9 ປີຜ່ານມາ, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ດຳເນີນໄປຢ່າງລຽນຕິດ ແລະ ໄດ້ຜັດປ່ຽນກັນຈັດຕັ້ງລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ໄທ. ແຕ່ລະລາຍການໄດ້ດຳເນີນໃນຮອບເວລາ 10 ວັນ. ນັກສຶກສາ 24 ຄົນທີ່ມາຈາກບັນດາມະຫາວິທະຍາໄລໃຫຍ່ຂອງ ຫວຽດນາມ ແລະ ໄທ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງອຸດົມສົມບຸນຄື: ລົງທັດສະນະສຶກສາຢູ່ບັນດາສະຖານທີ່ລືຊື່ຢູ່ແຕ່ລະປະເທດ, ບັນລະຍາຍກ່ຽວກັບວັດທະນະທຳຂອງແຕ່ລະປະເທດຄື ບຸນເຕັດຂອງ ຫວຽດນາມ, ບຸນປີໃໝ່ຂອງ ໄທ, ຊອກຮູ້ກ່ຽວກັບຊີວິດການເປັນຢູ່, ຜະລິດຕະພັນທີ່ພິເສດປະຈຳແຕ່ລະທ້ອງຖິ່ນ.
ເຂົ້າຮ່ວມລາຍການ, ບັນດານັກສຶກສາ 2 ປະເທດ ບໍ່ພຽງແຕ່ໄດ້ຊອກຮູ້ ກ່ຽວກັບວັດທະນະທຳຂອງແຕ່ລະປະເທດຕື່ມອີກເທົ່ານັ້ນ ຫາກຍັງມີໂອກາດໄດ້ຮູ້ຈັກກັບເພື່ອນມິດໃໝ່ອີກດ້ວຍ. ເພື່ອນ ສຸພິສາ ບຸນອິນ ມາຈາກສະຖາບັນ VISTEC ໃຫ້ຮູ້ວ່າ:
ເມື່ອຕີລາຄາກ່ຽວກັບໝາກຜົນຂອງລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ, ທ່ານນາງຮອງສາດສະດາຈານ, ປະລິນຍາເອກ ໂງມິງຖຸຍ ຮອງອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຂ້າພະເຈົ້າຄິດວ່າ ເລື່ອງພົບປະແລກປ່ຽນລະຫວ່າງ 2 ປະເທດ ພິເສດແມ່ນລຸ້ນໜຸ່ມແມ່ນສຳຄັນທີ່ສຸດ. ແຕ່ລະປີມີລາຍການພົບປະແລກປ່ຽນຄືແນວນີ້ ຈະຊ່ວຍໃຫ້ຊາວໜຸ່ມ, ນັກສຶກສາ 2 ປະເທດໄດ້ເຂົ້າໃຈກັນກ່ວາ. ເມື່ອເຂົ້າຮ່ວມລາຍການຈະມີຄວາມປະທັບໃຈ, ອະນຸສອນຢ່າງດີງາມສຳລັບໄລຍະຊີວິດນັກສຶກສາຂອງພວກນ້ອງ. ພາຍຫລັງເຂົ້າຮ່ວມລາຍການມາເປັນເວລາ 10 ປີ, ພວກນ້ອງນັກສຶກສາໃນໂຮງຮຽນຂອງຂ້າພະເຈົ້າ ລ້ວນແຕ່ແບ່ງປັນກ່ຽວກັຍຄວາມປະທັບໃຈຂອງຕົນສຳລັບໝູ່ເພື່ອນໄທ.
![]() |
ທ່ານນາງ ວັນທະນີ ວິພຸດ ວົງສະກຸນ ຜູ້ຕາງໜ້າສະຖານທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
ສິ້ນສຸດບັນດາການເຄື່ອນໄຫວໃນເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນລາຍການພົບປະແລກປ່ຽນຊາວໜຸ່ມ ໄທ - ຫວຽດນາມ, ບັນດາຜູ້ແທນຂອງ ໄທ ແລະ ຫວຽດນາມ ໄດ້ລົງນາມໃນແຈ້ງການຮ່ວມຊາວໜຸ່ມ ໄທ - ຫວຽດນາມ. ແຈ້ງການຮ່ວມດັ່ງກ່າວ ແມ່ນເອກະສານສະບັບທຳອິດ ຊຶ່ງຊີ້ແຈ້ງເຖິງເຈດຈຳນົງ ແລະ ຈຸດປະສົງຂອງຊາວໜຸ່ມ 2 ປະເທດ, ໃນນັ້ນ ເຕື້ອງເຖິງບົດບາດຂອງຊາວໜຸ່ມໃນການຊຸກຍູ້ສາຍພົວພັນ 2 ຝ່າຍຄືເລື່ອງກາຍເປັນທູດຊາວໜຸ່ມ ແນໃສ່ໂຄສະນາເຜີຍແຜ່ກ່ຽວກັບລາຍການພົບປະແລກປ່ຽນຊາວໜຸ່ມ, ຊຸກຍູ້ເຄືອຂ່າຍມິດຕະພາບລະຫວ່າງຊາວໜຸ່ມ 2 ປະເທດ ດ້ວຍເລື່ອງສ້າງຕັ້ງ Youth Alumni Network ແລະ ສ້າງຂົວເຊື່ອມຕໍ່ລະຫວ່າງຊາວໜຸ່ມ ໄທ ແລະ ຫວຽດນາມ ໂດຍຜ່ານສື່ສັງຄົມ ./.




