ນັບແຕ່ວັນທີ 24 ພຶດສະພາ ປີ 2017 ເປັນຕົ້ນໄປ, ລາຍການ “ຟັງ ອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn ມີເນື້ອໃນບັນດາລາຍການກະຈາຍສຽງ ອອກອາກາດປະຈຳວັນ ຢູ່ ຫວຽດນາມ ຜ່ານລະບົບ FM ດ້ວຍຄວາມຖີ່ 105,5 MHz – 105,7 MHz ນັບແຕ່ເວລາ 7 ໂມງ ຫາ 24 ໂມງ ຕາມເວລາຫວຽດນາມ ກົງກັບເວລາ 0 ໂມງ ຫາ 17 ໂມງ ຕາມເວລາ UTC. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຟັງລາຍການຂອງ VOV5 ໃນທົ່ວໂລກ ສາມາດຮັບຟັງບັນດາລາຍການກະຈາຍສຽງຜ່ານລະບົບ FM ຂອງພວກຂ້າພະເຈົ້າ ດ້ວຍບັນດາລາຍການໃຫມ່ທີ່ດູດດື່ມ, ໃນຂະນະທີ່ຜູ້ຟັງຍັງສືບຕໍ່ຮັບຟັງເນື້ອໃນບັນດາລາຍການກະຈາຍສຽງອອກອາກາດຜ່ານລະບົບ AM ໃນລາຍການ “ຮັບຟັງພາກກະຈາຍສຽງ” ທີ່ອັບເດັດປະຈຳວັນໃນເວັບໄຊ vovworld.vn ຫລື vov5.vn.
ເວລາອອກອາກາດເນື້ອໃນບັນດາລາຍການກະຈາຍສຽງ ຜ່ານລາຍການ “ຟັງ ອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn
|
ລາຍການກະຈາຍສຽງ |
ເວລາອອກອາກາດ (ຕາມເວລາຫວຽດນາມ) |
ເວລາອອກອາກາດ (ຕາມເວລາ UTC) |
|
ພາກພາສາເຢຍລະມັນ |
7h00-7h30 |
0h00-0h30 |
|
ພາກພາສາອັງກິດ |
7h30-8h30 |
0h30-1h30 |
|
ພາກພາສາຝລັ່ງ |
8h30-9h30 |
1h30-2h30 |
|
ພາກພາສາລັດເຊຍ |
9h30-10h00 |
2h30-3h00 |
|
ພາກພາສາຫວຽດ |
10h00-11h00 |
3h00-4h00 |
|
ພາກພາສາປັກກີ່ງ(ຈີນ) |
11h00-11h30 |
4h00-4h30 |
|
ພາກພາສາຍີ່ປຸ່ນ |
11h30-12h00 |
4h30-5h00 |
|
ພາກພາສາອັງກິດ |
12h00-13h00 |
5h00-6h00 |
|
ພາກພາສາຝລັ່ງ |
13h00-14h00 |
6h00-7h00 |
|
ພາກພາສາລາວ |
14h00-14h30 |
7h00-7h30 |
|
ພາກພາສາອິນໂດເນເຊຍ |
14h30-15h00 |
7h30-8h00 |
|
ພາກພາສາຂະແມ |
15h00-15h30 |
8h00-8h30 |
|
ພາກພາສາລັດເຊຍ |
15h30-16h00 |
8h30-9h00 |
|
ພາກພາສາອັງກິດ |
16h00-17h00 |
9h00-10h00 |
|
ພາກພາສາອັງກິດ |
17h00-17h30 |
10h00-10h30 |
|
ພາກພາສາແອັດສະປາຍ |
17h30-18h00 |
10h30-11h00 |
|
ພາກພາສາປັກກີ່ງ |
18h00-18h30 |
11h00-11h30 |
|
ພາກພາສາໄທ |
18h30-19h00 |
11h30-12h00 |
|
ພາກພາສາອັງກິດ |
19h00-20h00 |
12h00-13h00 |
|
ພາກພາສາຝລັ່ງ |
20h00-20h30 |
13h00-13h30 |
|
ພາກພາສາຍີ່ປຸ່ນ |
20h30-21h00 |
13h30-14h00 |
|
ພາກພາສາອັງກິດ |
21h00-22h00 |
14h00-15h00 |
|
ພາກພາສາຫວຽດ |
22h00-23h00 |
15h00-16h00 |
|
ພາກພາສາອັງກິດ |
23h00-24h00 |
16h00-17h00 |




