logo

ລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ຕິດພັນວົງຄະນະຍາດ”

2026/2/16 | 08:42:24
(VOVWORLD) - ໃນຂອບເຂດຂອງລາຍການ, ໄດ້ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ຄື: ການສະແດງຊຸດອາພອນທີ່ເປັນມູນເຊື້ອ, ພ້ອມກັບການລະຫຼິ້ນພື້ນເມືອງ, ນຸ່ງຊຸດເສື້ອຍາວປະຈຳຊາດ…
(ບັນດາຊາວ ຫວຽດນາມ ປະຈຳ Sunshine Coast ເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ຕິດພັນວົງຄະນະຍາດ”)

ຕອນຄ່ຳວັນທີ 14 ກຸມພາ, ຢູ່ສູນປະຊາຄົມ Millwell Road , ອົດສະຕາລີ, ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 - ຕິດພັນວົງຄະນະຍາດ” ເຊິ່ງໄດ້ດຶງດູດພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ເຂດ Sunshine Coast, ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດສາກົນເຂົ້າຮ່ວມເກືອບ 300 ທ່ານ.

ໃນຂອບເຂດຂອງລາຍການ, ໄດ້ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ຄື: ການສະແດງຊຸດອາພອນທີ່ເປັນມູນເຊື້ອ, ພ້ອມກັບການລະຫຼິ້ນພື້ນເມືອງ, ນຸ່ງຊຸດເສື້ອຍາວປະຈຳຊາດ… ພ້ອມກັນນັ້ນ, ເຂດອາຫານການກິນພື້ນເມືອງດ້ວຍຫຼາຍເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງບຸນເຕັດ ກໍ່ໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຂອງຜູ້ເຂົ້າຮ່ວມ.

(ທີ່ບຸນເຕັດປີມະເມຍ 2026 ທີ່່ເຂດ Pavillon Baltard ຢູ່ຊານນະຄອນຫຼວງ ປາຣີ)

ແລະກໍ່ໃນຕອນຄ່ຳວັນທີ 14 ກຸມພາ, ທີ່່ເຂດ Pavillon Baltard ຢູ່ຊານນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ມີຊາວ ຫວຽດນາມ ພ້ອມກັບເພື່ອນມິດສາກົນນັບຮ້ອຍຄົນ ໄດ້ເຕົ້າໂຮມກັນຕ້ອນຮັບບຸນເຕັດປີມະເມຍ 2026. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຈິ້ງດຶກຫາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ເນັ້ນໜັກວ່າ ບຸນເຕັດບໍ່ພຽງແຕ່ແມ່ນໂອກາດເພື່ອເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນແຫ່ງສ້າງຄວາມສະໜິດຕິດພັນຂອງບັນດາຜູ້ທີ່ຫ່າງໄກບ້ານເກີດເມືອງນອນ, ບອກສອນໃຫ້ຄິດຮອດກົກເຄົ້າເຫງົ້າກໍ ແລະ ມູນເຊື້ອຂອງຊາດອີກດ້ວຍ.

TAG
VOV/VOVworld/ລະຫຼິ້ນ/ພື້ນເມືອງ/ຊຸດເສື້ອຍາວ/ປະຈຳຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ