logo

ລາຍ​ການ​ສະ​ແດງ​ສິ​ລະ​ປະລະດູບານ​ໃໝ່​ຢູ່ບ້ານ​ເກີດ​ເມືອງນອນ 2026

2026/2/9 | 07:59:44
(VOVWORLD) - ຕອນຄ່ຳວັນທີ 8 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ພັນລະຍາ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດ ລະດູບານໃໝ່ຢູ່ ບ້ານເກີດເມືອງນອນ 2026 ດ້ວຍຫົວຂໍ້ “ຄາດຫວັງຫວຽດນາມ: ສັນຕິພາບ, ຈະເລີນຮຸ່ງເຮືອງ”.

 ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ  ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍສົມທົບກັນຈັດຂຶ້ນໃນແຕ່ລະປີ, ໄດ້ກາຍເປັນເຫດການວັດທະນະທຳ - ການເມືອງສຳຄັນ, ດຶງດູດຄວາມສົນໃຈເປັນພິເສດ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ໃນທົ່ວໂລກ. ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ ປີນີ້ມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.500 ຄົນໃນທົ່ວໂລກ.  ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາວ່າ:

ກາລະໂອກາດອັນໃຫຍ່ຫຼວງ -ຄວາມຄາດຫວັງຍິ່ງໃຫຍ່ - ຄວາມຮັບຜິດຊອບຢ່າງໜັກໜ່ວງ ແມ່ນໜ້າທີ່ຂອງຊາວຫວຽດນາມ ແຕ່ລະຄົນ - ເຊິ່ງແມ່ນບັນດາຜູ້ຄົນມີສາຍເລືອດ ລູກມັງກອນ, ຫຼານເທວະດາ, ເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດ. ກໍ່ຕາມກຳລັງແຮງຕັດສິນເພື່ອຫັນຄວາມຄາດຫວັງຫວຽດນາມໃຫ້ປະກົດຜົນເປັນຈິງນັ້ນແມ່ນຄວາມ ເປັນຈິດໜຶ່ງໃຈດຽວ, ຈິດໃຈມະຫາສາມັກຄີຂອງທົ່ວທັງຊາດ ຫວຽດນາມ. ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ໝົດທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ, ນຳມາເຊິ່ງພູມປັນຍາ, ແຫຼ່ງກຳລັງ ແລະ ສາຍຈິດມິດໃຈຂອງຕົນປະກອບສ່ວນໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

TAG
VOV/VOVworld/ລາຍ​ການ​ສະ​ແດງ​ສິ​ລະ​ປະ/ລະດູບານ​ໃໝ່/ບ້ານ​ເກີດ​ເມືອງນອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ