logo

ລາຍການ “ເພງເດີນນັກຮຽນນະຄອນຫຼວງ” ດຳເນີນໄປຢ່າງຟົດຟື້ນ

2024/11/15 | 11:46:00
(VOVWORLD) - ປີ 2024, ຮ່າໂນ້ຍ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ (1954 – 2024) ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ຕອນເຊົ້າວັນທີ 10 ພະຈິກ, ຢູ່ເຂດຖະໜົນຍາງ ໂຮ່ເກືອມ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ (ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ) ຮ່າໂນ້ຍ, ໄດ້ຈັດລາຍການ “ເພງເດີນນັກຮຽນນະຄອນຫຼວງ”, ເປີດສາກໃຫ້ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ.
(ພາບ: baotintuc.vn)
ນີ້ແມ່ນຄັ້ງທຳອິດທີ່ພະແນກສຶກສາ - ບຳລຸງສ້າງ ຮ່າໂນ້ຍ ຈັດລາຍການນີ້, ອັນໄດ້ດຶງດູດນັກຮຽນ, ຄູອາຈານ, ພາລະກອນ ພ້ອມກັບຄະນະພິທີ ເກືອບ 3.000 ຄົນເຂົ້າຮ່ວມ.
ນັກຮຽນຍິງໂຮງຮຽນມັດທະຍົມຕອນປາຍ ຈູວັນອານ, ນຸ່ງຊຸດເສື້ອຍາວສີຂາວບໍລິສຸດ.
ຄະນະສວນສະໜາມຂອງນັກຮຽນໂຮງຮຽນມິດຕະພາບ 80.
(ພາບ: kinhtedothi.vn)
ແຕ່ລະລາຍການສະແດງທີ່ລາຍການນີ້ລ້ວນແຕ່ໄດ້ສະແດງຄວາມຮັກ, ຄວາມເອກອ້າງທະນົງໃຈຂອງພວກນ້ອງຕໍ່ບ້ານເກີດເມືອງນອນ, ປະເທດຊາດທີ່ສວຍງາມ.
(ພາບ: baotintuc.vn)
ກ່າວຄຳເຫັນທີ່ລາຍການ, ທ່ານ ເຈິ່ນເທເກືອງ, ຫົວໜ້າພະແນກສຶກສາ - ບຳລຸງສ້າງ ຮ່າໂນ້ຍ ເນັ້ນໜັກວ່າ: “ນີ້ຈະແມ່ນບັນດາດອກໄມ້ຫຼາກຫຼາຍສີເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ແລະ ວັນຄູແຫ່ງຊາດ ຫວຽດນາມ ຄົບຮອບ 42 ປີ. ລາຍການເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ, ສ້າງແຫຼ່ງອາລົມຈິດ, ກຳລັງໜູນສະແດງຄວາມຮັກຕໍ່ປະເທດຊາດ, ຕໍ່ນະຄອນຫຼວງໃຫ້ແກ່ນັກຮຽນ ຮ່າໂນ້ຍ ລຸ້ນຕ່າງໆ”.
ພວກນ້ອງນັກຮຽນກະກຽມພິທີມັດແພແດງ.
(ພາບ: baotintuc.vn)
ເຫດການໄດ້ດຶງດູດການເຂົ້າຮ່ວມຂອງ 47 ຫົວໜ່ວຍຂອງ 30 ເມືອງ, ເທດສະບານ ພ້ອມກັບໂຮງຮຽນນາໆຊາດຢູ່ນະຄອນ ຮ່າໂນ້ຍ ຈຳນວນໜຶ່ງ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ