logo

ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ: ສັນ​ຕິ​ພາບ​ອາດ​ສາ​ມາດ​ບັນ​ລຸ​ໄດ້​ຜ່ານ​ການ​ເຈ​ລະ​ຈາ

2026/2/23 | 09:12:15
(VOVWORLD) - ທ່ານ Kirill Dmitriev ທູດພິເສດປະທານາທິບໍດີ ລັດເຊຍ ກ່ຽວກັບການຮ່ວມມືລົງທຶນ - ເສດຖະກິດກັບຕ່າງປະເທດ, ຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ຖືວ່າ ສັນຕິພາບອາດສາມາດບັນລຸໄດ້ຜ່ານການເຈລະຈາ.

\ວົງການເຈົ້າໜ້າທີ່ລັດເຊຍ ສືບຕໍ່ເນັ້ນໜັກເຖິງບົດບາດຂອງການເຈລະຈາແບບເຊິ່ງໜ້າໃນວິວັດການແກ້ໄຂການປະທະກັນກັບ ຢູແກຼນ, ໃນສະພາບການການປຶກສາຫາລືສາມຝ່າຍຢູ່ ເຊີແນວ, ປະເທດສະວິດ ອາດຈະເຊື່ອມຕໍ່ຄືນໃໝ່ໂດຍໄວ.

\ວັນທີ 22 ກຸມພາ, ໃນສື່ສັງຄົມອອນໄລ X, ທ່ານ Kirill Dmitriev ທູດພິເສດປະທານາທິບໍດີ ລັດເຊຍ ກ່ຽວກັບການຮ່ວມມືລົງທຶນ - ເສດຖະກິດກັບຕ່າງປະເທດ, ຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ຖືວ່າ ສັນຕິພາບອາດສາມາດບັນລຸໄດ້ຜ່ານການເຈລະຈາ. ນີ້ແມ່ນຖະແຫຼງການພາຍຫຼັງບົດຕອບສຳພາດຂອງ ທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ ກັບນັກຂ່າວໜັງສືພິມ FoxNews. ທ່ານ Steve Witkoff ໃຫ້ຮູ້ວ່າ ໃນບັນດາການພົບປະ, ທ່ານປະທານາທິບໍດີ ລັດເຊຍ Vladimir Putinຍາມໃດກໍ່ມີທັດສະນະກົງໄປກົງມາ ແລະ ແບ່ງປັນຢ່າງຈະແຈ້ງກ່ຽວກັບເສັ້ນຂີດແດງຂອງ ລັດເຊຍ. ທ່ານ Steve Witkoff ໃຫ້ຮູ້ວ່າທ່ານໄດ້ພົບປະກັບທ່ານປະທານາທິບໍດີ Vladimir Putin ເປັນ 8 ຄັ້ງ ແລະ ເນັ້ນໜັກວ່າການເຂົ້າໃຈແຈ້ງຫຼັກໝັ້ນ, ກຳລັງໜູນ ແລະ ເປົ້າໝາຍຂອງຝ່າຍລັດເຊຍແມ່ນສິ່ງທີ່ຈຳເປັນຕ້ອງເພື່ອບັນລຸໄດ້ຂໍ້ຕົກລົງຍາວນານ. ຕາມສື່ມວນຊົນ ລັດເຊຍແລ້ວ, ບັນດາການເຈລະຈາກ່ຽວກັບສະພາບການປະທະກັນ ລັດເຊຍ - ຢູແກຼນ ຢູ່ສະວິດ ອາດສາມາດໄດ້ເຊື່ອມຕໍ່ຄືນໃໝ່ໃນອາທິດນີ້.

TAG
VOV/VOVworld/ລັດ​ເຊຍ/ຢູ​ແກຼນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ