ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi(ພາບປະກອບ: Yonhap/baoquocte.vn) |
ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung – wha ໃຫ້ຮູ້ວ່າ ເຊີອູນ ພວມຄິດໄລ່ຊັ່ງຊາບັນດາມາດຕະການອະນຸຍາດໃຫ້ນັກທຸລະກິດຂອງບັນດາປະເທດ ອາຊຽນ ເຂົ້າເມືອງປະເທດນີ້ ເພື່ອປະຕິບັດບັນດາການເຄື່ອນໄຫວເສດຖະກິດທີ່ຈໍາເປັນ. ນອກຈາກນັ້ນ, ກ່ຽວຂ້ອງເຖິງສະພາບການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຢູ່ສ.ເກົາຫຼີ ແລະ ຄວາມມານະພະຍາຍາມສືບຕໍ່ປະຕິບັດການແຍກຕົວ, ທ່ານນາງ Kang Kyung – wha ຮຽກຮ້ອງໃຫ້ຄະນະເລຂາ ອາຊຽນ ສວມບົດບາດຕັ້ງໜ້າເຂົ້າໃນການສົມທົບຄວາມມຸ່ງຫວັງ ແລະ ກໍາລັງຄວາມສາມາດຂອງບັນດາປະເທດໃນສະມາຄົມ ເພື່ອຜ່ານຜ່ານໂລກລະບາດດັ່ງກ່າວ.
ສ່ວນທ່ານ Lim Jock Hoi ກໍເຫັນດີ ໂດຍຖືວ່າ ອາຊຽນ ແລະ ສ.ເກົາຫຼີ ຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊ່ວຍຊຸກຍູ້ບັນດາພື້ນຖານເສດຖະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ປັດຈຸບັນ, ອາຊຽນ ແມ່ນເປົ້າໝາຍບຸລິມະສິດໃນແຜນການກາຍເປັນສູນການເງິນສາກົນ ຂອງ ສ.ເກົາຫຼີ.




