logo

ວັງກຽນຈຸງ ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ

2024/2/7 | 15:24:24
(VOVWORLD) - ພາຍຫຼັງການປະຕິສັງຂອນ ແລະ ຟື້ນຟູມາເປັນເວລາຫຼາຍປີ, ວັງກຽນຈຸງ ຢູ່ໃນ ພະລາຊາວັງ ເຫ້ວ ຈະເປີດປະຕູຕ້ອນຮັບແຂກ ໃນໂອກາດບຸນເຕັດປີມະໂລງ 2024
ວັງກຽນຈຸງ ແມ່ນເຂດໜຶ່ງຢູ່ພາຍໃນ ເຂດພາວະລາວັງ, ໂດຍເຈົ້າຊີວິດ ຂາຍດິງ ອະນຸຍາດໃຫ້ກໍ່ສ້າງໃນປີ 1921 – 1923. ນີ້ແມ່ນບ່ອນຢູ່ຫຼັກຂອງເຈົ້າຊີວິດ.
ວັງ ກຽນຈຸງ ແມ່ນກິດຈະກຳທີ່ມີເອກະລັກສະເພາະຢູ່ພາຍໃນເຂດ ພາວະຊາວັງ, ມີສະຖາປັດຕະຍາກຳໃນແບບຂອງຝລັ່ງ, ອີຕາລີ ແລະ ຂອງ ຫວຽດນາມທີ່ເກົ່າແກ່.
ວັນທີ 6 ກຸມພາ, ທ່ານຮ່ວາງວຽດຈຸງ, ຫົວໜ້າສູນອະນຸລັກຮັກສາປູສະນີຍະສະຖານກຸງເກົ່າເຫ້ວ ໃຫ້ຮູ້ວ່າ ໂຄງການປະຕິສັງຂອນ, ຟື້ນຟູ ວັງກຽນຈຸງ ໄດ້ປະຕິບັດກໍ່ສ້າງສຳເລັດ ແລ້ວ.
ປີ 2019, ສູນອະນຸລັກຮັກສາ ກຸງເກົ່າເຫ້ວ ໄດ້ເລີ່ມຕົ້ນໂຄງການຟື້ນຟູວັງກຽນຈຸງ ດ້ວຍຍອດເງິນໃຊ້ຈາຍກ່ວາ 123 ຕື້ ດົ່ງ.
ວັງກຽນຈຸງ ໂດຍເຈົ້າຊີວິດຂາຍດິງກໍ່ສ້າງແຕ່ປີ 1921 – 1923 ເພື່ອເປັນບ່ອນຮ່ວມຊີວິດຂອງເຈົ້າຊີວິດໃນພາລະຊາວັງ
ຂັ້ນໄດຂຶ້ນຊັ້ນ2, ປັດຈຸບັນ ມີພຽງແຕ່ຊັ້ນ 1 ທີ່ໄດ້ຮັບການເປີດວາງສະແດງໃຫ້ເຂົ້າຊົມ.
ຄວາມງາມດ້ານໃນພາລະຊາວັງ
ດ້ານໃນພາລະຊາວັງ ກຽນຈຸງ ໄດ້ຮັບການຈັດວາງວັດຖຸພັນບູຮານ ທີ່ຕິດພັນກັບປະຫວັດຄວາມເປັນມາຂອງວັງ.
ວັດຖຸພັນຕ່າງໆໃນຍຸກເຈົ້າຊີວິດ ຂາຍດິ້ງ, ເຈົ້າຂອງວັງນີ້ ຖືກວາງສະແດງຢູ່ຊັ້ນ 1.
ວໍໜ່ວຍໜຶ່ງທີ່ເຈົ້າຊີວິດເຄີຍໃຊ້ກໍຖືກວາງສະແດງຢູ່ທີ່ນີ້.
ໃນໂອກາດບຸນເຕັດປີ 2024, ເປັນຄັ້ງທຳອິດທີ່ ວັງກຽນຈຸງ ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມ. ນະທີ່ນີ້, ຈະຈັດວາງວັດຖຸພັນຕ່າງໆ, ແນະນຳບັນດາເລື່ອງລາວທີ່ກ່ຽວຂ້ອງ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ