logo

ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ລາວ ໃນ​ເດືອນ​ມັງ​ກອນ​ປີ 2025 ເພີ່ມ​ຂຶ້ນ 66,5%

2025/3/2 | 14:26:50
(VOVWORLD) - ຫ້ອງການການຄ້າ ຫວຽດນາມ ຢູ່ລາວໃຫ້ຮູ້ວ່າ ວົງເງິນການຄ້າ ຫວຽດນາມ ລາວໃນເດືອນມັງກອນປີ 2025  ບັນລຸ 290 ລ້ານ USD, ມີການເຕີບໂຕຢູ່ລະດັບ66,5%  ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ພາບປະກອບ: VOV

ໃນນັ້ນ, ການສົ່ງອອກຂອງ ຫວຽດນາມໄປຍັງລາວບັນລຸກ່ວາ 117 ລ້ານ USD ດ້ວຍບັນດາຜະຕິດລະພັນສົ່ງອອກຫຼັກຄື: ນ້ຳມັນຊະນິດຕ່າງໆ, ຜະລິດຕະພັນເຄມີ, ເຄື່ອງຈັກ… ແລະ ກົງກັນຂ້າມ, ການນຳເຂົ້າຂອງຫວຽດນາມ ຈາກລາວບັນລຸ 173 ລ້ານ USD.ກ່ອນໜ້ານັ້ນ, ໃນປີກາຍນີ້, ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ ແລະ ລາວບັນລຸໝາກຜົນທີ່ເປັນໜ້າປະທັບໃຈເມື່ອລື່ນກາຍຂີດໝາຍ 2 ຕື້ USD ແລະ ການສົ່ງອອກເກີນດຸນ ບັນລຸກ່ວາ 2,2  ຕື້ USD, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ປີ 2023. ໝາກຜົນນີ້ລື່ນກາຍເປົ້າໝາຍເຊິ່ງລັດຖະບານສອງປະເທດວາງອອກ. ປີນີ້, ຫວຽດນາມ ແລະ ລາວສູ້ຊົນຊຸກຍູ້ນຳວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີ 2024, ມຸ່ງໄປເຖິງການນຳວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD ໂດຍໄວ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ