logo

ວັດ ອະຣຸນ ຣາຊະວະຣາຣາມ: ສັນຍາລັກດ້ານສະຖາປັດຕະຍາກຳ ແລະ ທ່ອງທ່ຽວຂອງ ໄທ

2025/8/3 | 09:00:00
(VOVWORLD) - ວັດ ອະຣຸນ ໄດ້ຮັບການຊ້ອມແປງ ແລະ ເປີດກວ້າງ, ດ້ວຍກິດຈະກຳ ປຣາງ ໃຫຍ່ໄດ້ກໍ່ສ້າງສຳເລັດ, ກາຍເປັນສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ພວກເຮົາໄດ້ເຫັນໃນວັນນີ້.
(ວັດ ອະຣຸນ ມີປະຫວັດສາດມາແຕ່ດົນນານ)

ເມື່ອເວົ້າເຖິງປະເທດ ໄທ, ແນ່ນອນວ່າ ທ່ານຈະຄິດເຖິງບັນດາກິດຈະກຳທີ່ເປັເອກກະລັກສະເພາະທີ່ເຂັ້ມຂຸ້ນໄປດ້ວຍສີສັນທາງດ້ານພຸດທະສາສະໜາ. ໃນມື້ນີ້, ເຊີນທ່ານໄປຢ້ຽມຢາມໜຶ່ງໃນບັນດາສັນຍາລັກພົ້ນເດັ່ນທີ່ສຸດຂອງເທດ ວັດຄຳ: ວັດ ອະຣຸນ ຣາຊະວະຣາຣາມ - ຫຼື ຍັງເອີ້ນວ່າ ວັດອະລຸນ. ວັດແຫ່ງນີ້ບໍ່ພຽງແຕ່ແມ່ນການອອກແບບສະຖາປັດຕະຍາກຳທີ່ພົ້ນເດັ່ນເທົ່ານັ້ນ, ຫາກຍັງແມ່ນສູນເຫຼື້ອມໃສເຊື່ອຖື, ດຶງດູດແຂກທ່ອງທ່ຽວ ແລະ ພຸດທະສາສະໜິກກະຊົນໃນທົ່ວໂລກນັບລ້ານເທື່ອຄົນອີກດ້ວຍ.

ໂດຍຕັ້ງຢູ່ແຄມແມ່ນ້ຳ ເຈົ້າພະຍາ ງາມດັ່ງໃນຝັນ, ວັດ ອະຣຸນ ມີປະຫວັດສາດມາແຕ່ດົນນານ, ໂດຍເລີ່ມຈາກສະໄໝເຈົ້າຊີວິດ ອະຍຸດທະຍາ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ. ບັນດາພະຍານຫຼັກຖານປະຫວັດສາດ, ຄື: ແຜນທີ່ເກົ່າຂອງບັນດາພໍ່ຄ້າຊາວຂາຍ ຝລັ່ງ, ໄດ້ຊີ້ໃຫ້ເຫັນວັດແຫ່ງນີ້ໄດ້ມີມາກ່ອນນີ້ນັບຮ້ອຍປີແລ້ວ.

ພາຍໃຕ້ການຊ່ວຍອຸປະຖຳຂອງບັນດາເຈົ້າຊີວິດ, ພິເສດແມ່ນເຈົ້າຊີວິດ ຣາມາ 2 ແລະ ຣາມາ 3, ວັດ ອະຣຸນ ໄດ້ຮັບການຊ້ອມແປງ ແລະ ເປີດກວ້າງ, ດ້ວຍກິດຈະກຳ ປຣາງ ໃຫຍ່ໄດ້ກໍ່ສ້າງສຳເລັດ, ກາຍເປັນສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ພວກເຮົາໄດ້ເຫັນໃນວັນນີ້. ທາດ ປຣາງ ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານສາສະໜາເທົ່ານັ້ນ, ຫາກຍັງແມ່ນສັນຍາລັກດ້ານວັດທະນະທຳ, ຕິດພັນກັບສີສັນຂອງ ໄທ ຈາກສະໄໝເຈົ້າຊີວິດ ອະຍຸດທະຍາ ມາຮອດປະຈຸບັນ.

ອາດເວົ້າໄດ້ວ່າ, ວັດ ອະຣຸນ ແມ່ນວັດຂອງພະບໍລົມວົງສານຸວົງທີໜຶ່ງ, ແມ່ນແຫ່ງທີ່ບັນດາເຈົ້າຊີວິດຂອງ ໄທ ໄດ້ມາດຳເນີນພິທີທອດ ກະຖິນ - ເຊິ່ງເປັນພິທີທີ່ເປັນມູນເຊື້ອສຳຄັນດ້ານພຸດທະສາສະໜາ. ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ, ໃຫ້ຮູ້ວ່າ:

(ເຈົ້າຄຸນ ຊຸມພອນ, ເລຂານຸການ ແລະ ຜູ້ຊ່ວຍວຽກເຈົ້າອາວາດວັດ ອະຣຸນ ຣາຊະວະຣາຣາມ)

ປະຈຸບັນ, ວັດ ອະຣຸນ ບໍ່ພຽງແຕ່ແມ່ນສະຖານທີ່ໄປນະມັດສະການສຳຄັນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຂອງ ໄທ ອີກດ້ວຍ. ແຂກທ່ອງທ່ຽວສາມາດເບິ່ງອອກໄດ້ຮູບພາບຂອງຍອດ ປຣາງ ວັດ ອະຣຸນ ໃນທຸກສືື່ສິ່ງພິມໂຄສະນາການທ່ອງທ່ຽວຂອງ ໄທ.

 “ວັດແຫ່ງນີ້ຂອງ ໄທ ແມ່ນມີຊື່ສຽງທີ່ສຸດຢູ່ ມຽນມາ. ຂ້າພະເຈົ້າເຫັນວ່າ ການອອກແບບວັດແຫ່ງນີ້ມີຈຸດທີ່ເປັນເອກະລັກສະເພາະທີ່ສຸດ. ທຸກສິ່ງຢູ່ທີ່ນີ້ແມ່ນສວຍງາມ. ຂ້າພະເຈົ້າມັກທີ່ສຸດແມ່ນອຸຸໂບສົດ, ຮູບປັ້ນເທວະດາຜູ້ປົກປ້ອງທຳ ແລະ ມັກນັ່ງໃນເຮືອຢູ່ແມ່ນ້ຳ ເຈົ້າພະຍາ ເພື່ອເຂົ້າໄປຢ້ຽມຢາມວັດ”.

“ຂ້າພະເຈົ້າດຳລົງຊີວິດຢູ່ ສິງກະໂປ, ໃກ້ກັບ ໄທ. ຢູ່ທີ່ນີ້ມີວັດຫຼາຍແຫ່ງທີ່ ສິງກະໂປ ບໍ່ມີ. ທຸກຄົນລ້ວນແຕ່ເວົ້າວ່າ ເຄື່ອງຂອງ ໄທ ຢູ່ນີ້ງາມຫຼາຍ. ຂ້າພະເຈົ້າໄດ້ຊົມ Tiktok ແລະ ເຫັນວ່າ, ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ຕ້ອງໄປຢ້ຽມຢາມເມື່ອໄປ ໄທ. ວັດງາມທີ່ສຸດ ແລະ ທິວທັດທຳມະຊາດກໍ່ສວຍງາມ”.

(ມາທ່ອງທ່ຽວຢູ່ແຫ່ງນີ້, ແຂກທ່ອງທ່ຽວສາມາດໄດ້ຮັບຊົມຄວາມງາມເກົ່າແກ່)

ໜຶ່ງໃນບັນດາປັດໄຈທີ່ເຮັດໃຫ້ ວັດ ອະຣຸນ ກາຍເປັນສະຖານທີ່ດຶງດູດຄວາມສົນໃຈຍິ່ງກວ່າເວລາໃດໝົດ ແມ່ນຍ້ອນຜົນສະທ້ອນຈາກບັນດາຮູບເງົາທີ່ມີຊື່ສຽງຂອງ ໄທ, ພິເສດແມ່ນຮູບເງົາທີ່ມີຊື່ວ່າ "ບຸບເພສັນນິວາດ". ຮູບເງົາເລື່ອງນີ້ໄດ້ສ້າງກະແສນຸ່ງຊຸດອາພອນປະເພນີຂອງ ໄທ ເພື່ອຖ່າຍຮູບຢູ່ວັດ.

“ນີ້ແມ່ນເທື່ອທີ 2 ທີ່ນ້ອງໄປຢ້ຽມຢາມ ໄທ ແລະ ແມ່ນຄັ້ງທຳອິດທີ່ມາແຫ່ງນີ້ເພື່ອເຊົ່າເຄື່ອງນຸ່ງເພື່ອຖ່າຍຮູບ. ລາຄາເຊົ່າເຄື່ອງນຸ່ງແມ່ນແຕ່ 150 200 ບາດ, ແຕ່ງໜ້າກໍ່ເພີ່ມເງິນ. ຜູ້ຄົນມາຖ່າຍຮູບຢູ່ແຫ່ງນີ້ຫຼາຍທີ່ສຸດ”.

“ຂ້າພະເຈົ້າໄດ້ມາວັດແຫ່ງນີ້ 2-3 ເທື່ອແລ້ວ. ແຕ່ລະເທື່ອມາແຫ່ງນີ້ກໍ່ໄປກັບກຸ່ມເພື່ອທີ່ແຕກຕ່າງກັນ. ບັນດາເພື່ອນຂອງຂ້າພະເຈົ້າມາແຫ່ງນີ້ລ້ວນແຕ່ແມ່ນຄັ້ງທຳອິດ, ສະນັ້ນ, ຂ້າພະເຈົ້າໄດ້ພາໄປ. ພວກຂ້າພະເຈົ້າມາແຫ່ງນີ້ເພື່ອຖ່າຍຮູບ. ຂ້າພະເຈົ້າຮູ້ສຶກສະບາຍເມື່ອນຸ່ງຊຸດເສື້ອ ໄທ. ສະຖາປັດຕະຍະກຳຢູ່ແຫ່ງນີ້ແມ່ນສວຍງາມທີ່ສຸດ, ບັນດາຮູບປັ້ນລ້ວນແຕ່ເປັນເອກະລັກສະເພາະ”.

ວັດ ອະຣຸນ ຣາຊະວະຣາຣາມ ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍາກຳທີ່ສວຍງາມເທົ່ານັ້ນ, ຫາກຍັງເປັນສັນຍາລັກດ້ານວັດທະນະທຳ ແລະ ປະຫວັດສາດທີ່ມີຊີວິດຊີວາຂອງ ໄທ ອີກດ້ວຍ. ມາທ່ອງທ່ຽວຢູ່ແຫ່ງນີ້, ແຂກທ່ອງທ່ຽວສາມາດໄດ້ຮັບຊົມຄວາມງາມເກົ່າແກ່, ກໍຄືມີໂອກາດເຊື່ອມຕົວເຂົ້າກັບບັນຍາກາດເຫຼື້ອມໃສເຊື່ອຖືທີ່ສະຫງົບງຽບ, ມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຄວາມງາມທາງດ້ານວັດທະນະທຳພຸດສະສາສະໜາຂອງປະເທດນີ້.

TAG
VOV/VOVworld/ນະມັດສະການ/ສວຍງາມ/ທ່ອງທ່ຽວ/ເຫຼື້ອມໃສ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ