logo

ວັ​ດ​ເຮືອງ​ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ 4 ລະ​ດູ

2026/1/12 | 09:22:57
(VOVWORLD) - ກຳນົດທິດຂອງເຮືອງເຊີນແມ່ນພັດທະນາການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວເຂດຊຸມຊົນຕິດພັນກັບສິນພິເສດຂອງທ້ອງຖິ່ນ. 
ເສັ້ນທາງນ້ຳທີ່ສວຍງາມແຫ່ງໜຶ່ງຢູ່ ເຮືອງເຊີນ (ພາບ: VOV)

ຕາແສງເຮືອງເຊີນ (ຮ່າໂນ້ຍ) ແມ່ນສະຖານທີ່ມີວັນບຸນວັດເຮືອງທີ່ມີຊື່ສຽງໃນທົ່ວປະເທດ, ພວມຄ່ອຍໆໄດ້ຮັບການກຳນົດຖານະຕຳແໜ່ງໃໝ່ໃນແຜນທີ່ທ່ອງທ່ຽວນະຄອນຫຼວງ, ມຸ່ງໄປເຖິງການກາຍເປັນສະຖານທີ່ທ່ອງທ່ຽວ 4 ລະດູບໍ່ພຽງແຕ່ຕ້ອນຮັບແຂກທ່ອງທ່ຽວຍາມປີດງານບຸນໃນປັດຈຸບັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເຈິ່ນດຶກຫາຍ, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງ ເຮືອງເຊີນ, ຢູ່ກອງປະຊຸມສຳຫຼວດກວດກາ, ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວວັດເຮືອງປີ 2026 ໄດ້ຈັດຂຶ້ນຫວ່າງແລ້ວນີ້ຢູ່ ຕາແສງເຮືອງເຊີນ. ລາຍການມີການເຂົ້າຮ່ວມຂອງພະແນກການທ່ອງທ່ຽວ ຮ່າໂນ້ຍ, ສະໂມສອນການທ່ອງທ່ຽວ UNESCO ຮ່າໂນ້ຍ, ບັນດາວິສາຫະກິດການທ່ອງທ່ຽວພ້ອມກັບອຳນາດການປົກຄອງທ້ອງຖິ່ນ.

ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ເຮືອງເຊີນຄວນຂຸດຄົ້ນທິວທັດທຳມະຊາດຕາມລະດູການ ແລະ ຕາມຫົວຂໍ້. ລະອຽດແມ່ນ, ລະດູໃບບານໃໝ່ ຕິດພັນກັບການທ່ອງທ່ຽວວັນບຸນ; ລະດູໃບໄມ້ຫຼົ່ນເມື່ອດອກບົວບານສະພັ່ງ ອາດສາມາດຍູ້ແຮງການທ່ອງທ່ຽວລົງຕົວຈິງ ແລະ ຖ່າຍຮູບ. ເຖິງຢ່າງໃດກໍຕາມ, ເພື່ອດຶງດູດແຂກທ່ອງທ່ຽວ ຕ້ອງສ້າງເລື່ອງລາວສະເພາະ, ສ້າງການລົງຕົວຈິງທີ່ມີລວງເລິກ ແລະ ບັນດາການບໍລິການໄປນຳ.

ກຳນົດທິດຂອງເຮືອງເຊີນແມ່ນພັດທະນາການທ່ອງທ່ຽວວັດທະນະທຳ ແລະ ການທ່ອງທ່ຽວເຂດຊຸມຊົນຕິດພັນກັບສິນພິເສດຂອງທ້ອງຖິ່ນ. ຖ້າຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ນີ້ແມ່ນບາດກ້າວບຸກທະລຸຊ່ວຍເຮືອງເຊີນກາຍເປັນສະຖານທີ່ທ່ອງທ່ຽວ 4 ລະດູ.

TAG
VOV/VOVworld/ການ​ທ່ອງ​ທ່ຽວ/ວັດ​ເຮືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ