logo

ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງງານປະກວດສຽງເພງ ອາຊຽນ 2017

2017/6/29 | 11:32:00
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967 -2017) ແລະ 72 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV), VOV ຈະຈັດຕັ້ງງານປະກວດສຽງເພງ ອາຊຽນ. 

ງານປະກວດໄດ້ຮັບການຈັດຕັ້ງແຕ່ວັນທີ 18 – 21 ສິງຫາ 2017 ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ 3 ປະເທດຖືກເຊີນແມ່ນ: ຈີນ, ສ. ເກົາຫຼີ, ຍີ່ປຸ່ນ. ຜ່ານດົນຕີ, ພົນລະເມືອງບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນໂລກ ມີຄວາມເຂົ້າໃຈຕື່ມກ່ຽວກັບພື້ນຖານວັດທະນະທຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍສີຂອງບັນດາປະເທດ ອາຊຽນ. ເປັນຄັ້ງທຳອິດ, ງານປະກວດເພງ Pop ສະຫງວນໃຫ້ນັກຮ້ອງໜຸ່ມວິຊາການ ອາຍຸແຕ່ 18 – 35 ຂອງ 10 ປະເທດ ອາຊຽນ ໂດຍ VOV ຈັດຕັ້ງຈະແມ່ນເຫດການວັດທະນະທຳລວມເພື່ອແນໃສ່ສ້າງຂົວຕໍ່ສັນຕິພາບ, ມິດຕະພາບ ພ້ອມກັນພັດທະນາລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ 3 ປະເທດບ້ານໃກ້ເຮືອນຄຽງ ຈີນ, ສ. ເກົາຫຼີ, ຍີ່ປຸ່່ນ.

        ນັກຮ້ອງຂອງ 10 ປະເທດ ອາຊຽນ ຈະເຂົ້າຮ່ວມຮອບຄັດເລືອກ ແລະ ຮອບຊິງຊະນະເລີດໃນວັນທີ 19 ແລະ 20 ສິງຫາ, ໄດ້ຖ່າຍທອດສົດໃນຊ່ອງໂທລະພາບ ແລະ ວິທະຍຸຂອງ VOV. ເວລາຈົດທະບຽນເຂົ້າຮ່ວມງານປະກວດເລີ່ມແຕ່ວັນທີ 1 ມິຖຸນາ ຫາວັນທີ 10 ກໍລະກົດ 2017. ເພື່ອຈົດທະບຽນເຂົ້າຮ່ວມງານປະກວດດັ່ງກ່າວ, ນັກຮ້ອງເຂົ້າຮ່ວມສາມາດຈົດທະບຽນໃນແວັບໄຊ www.aseansongcontest.com ຫຼື ສົ່ງ file  ອັດສຽງຂັບຮ້ອງ 2 ບົດເພງເຂົ້າຮ່ວມງານປະກວດພ້ອມກັບເນື້ອໃນບົດເພງຂຽນດ້ວຍພາສາ ອັງກິດ ແລະ ແບບຟອມຈົດທະບຽນເຖິງອີແມວ: aseansongcontest@gmail.com.

TAG
VOV/VOVworld/ອາ​ຊຽນ/ງານ​ປະ​ກວດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ