logo

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ຈິງ ແລະ ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ສັງ​ກາດ​ດີ​ຈີ​ຕອນ

2026/2/13 | 11:04:35
(VOVWORLD) - ເລື່ອງທຳນອງ ແລະ ການປະສານສຽງທັງໝົດຂອງບົດເພງກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍ AI ປະຕິບັດໃນເວລາສັ້ນໆນັ້ນ ໄດ້ສະແດງໃຫ້ເຫັນກຳລັງບົ່ມຊ້ອນໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນການປະດິດຄິດສ້າງເນື້ອໃນ.
ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ຜູ້ຢູ່ໃຈກາງ) ແລະ ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ ໃນລາຍການໂອ້ລົມສົນທະນາ (ພາບ:VOV)

ຈາກສະພາບຕົວຈິງດັ່ງກ່າວ, ບັນຫາວາງອອກແມ່ນການໝູນໃຊ້ປັນຍາປະດິດຄືແນວໃດເພື່ອເສີມຂະຫຍາຍປະສິດທິຜົນ, ພ້ອມທັງຮັບປະກັນບັນດາຄຸນຄ່າແກ່ນສານຂອງສື່ມວນຊົນ. ເນື້ອໃນນີ້ໄດ້ຍົກມາແລກປ່ຽນໃນລາຍການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ການກະຈາຍສຽງ ແລະ ປັນຍາປະດິດ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ ເນື່ອງໃນວັນກະຈາຍສຽງໂລກ (ວັນທີ 13 ກຸມພາ). ເຂົ້າຮ່ວມລາຍການໂອ້ລົມສົນທະນາມີທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV); ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ; ທ່ານ Andrew Davis ຫົວໜ້າພາກສ່ວນກະຈາຍສຽງຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU). ລາຍການໄດ້ຮັບການເຊື່ອມຕໍ່ໂດຍກົງຈາກ ມາເລເຊຍ. ກ່າວຄຳເຫັນທີ່ລາຍການ, ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

        “ເຖິງວ່າເຕັກໂນໂລຢີມີການພັດທະນາຮອດລະດັບໃດ, ເຖິງວ່າ AI ສາມາດລອກແບບສຽງເວົ້າທີ່ມ່ວນຂະໜາດໃດກໍຕາມ ກໍມີສອງຄຸນຄ່າແກ່ນສານ ແລະ ສີສັນເປັນເອກະລັກສະເພາະຂອງກະຈາຍສຽງ ທີ່ພວກເຮົາຕ້ອງປົກປ້ອງດ້ວຍທຸກວິທີທາງ, ນັ້ນແມ່ນຄວາມເປັນຈິງ ແລະ ລັກສະນະວັດທະນະທຳມະນຸດ. ຄວາມເປັນຈິງແມ່ນຊີວິດອິນຊີຂອງສື່ມວນຊົນປະຕິວັດ. ສຽງເວົ້າຂອງ VOV ຈະແມ່ນສຽງເວົ້າແຫ່ງມະໂນທຳ, ຄວາມຄາດຫວັງສັນຕິພາບ ແລະ ບັນດາຈິດໃຈເມດຕາປານີ ຫວຽດນາມຕະຫຼອດໄປ”.

TAG
VOV/VOVworld/ວິທະຍຸກະຈາຍສຽງ ຫວຽດນາມ/ການກະຈາຍສຽງ ແລະ ປັນຍາປະດິດ/ກ​ານ​ກະ​ຈາຍ​ສຽງ​ປະ​ຕິ​ວັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ