ມື້ນີ້ ຍັງມີທ່ານ Aris Tiyanto ແລະ ທ່ານນາງ Magdalena Krisnawati ເປັນສະມາຊິກໃນສະໂມສອນພ້ອມກັນຮັງຟັງ. ການພົບປະໃນແຕ່ລະຄັ້ງ, ເຂົາເຈົ້າພັດພ້ອມກັນແລກປ່ຽນກ່ຽວກັບບັນດາຂໍ້ມູນຂ່າວສານຫຼ້າສຸດຈາກ ຫວຽດນາມ ທີ່ໄດ້ຮັບຟັງໃນລາຍການຂ່າວຂອງມື້ວານນີ້.
Rudy: ບັນດາທ່ານໄດ້ຕິດຕາມບໍ່ວ່າ ໃນໄລຍະມໍ່ໆມານີ້ ບັນຫາທີ່ບັນດາສື່ມວນຊົນເຄີຍເວົ້າເຖິງ, ນັບທັງໃນລາຍການຂ່າວຂອງ VOV, ແມ່ນບັນຫາຫຍັງແດ່ ບໍ່?
Aris: ຕາມຂ້າພະເຈົ້າແລ້ວ ແມ່ນບັນຫາກ່ຽວກັບການພົວພັນຕ່າງປະເທດລະຫວ່າງ ອາເມລິກາ ແລະ ຈີນ, ອາເມລິກາ ແລະ ສປປ.ເກົາຫຼີ, ເປັນຕົ້ນແມ່ນກອງປະຂຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຈະຈັດຂຶ້ນຢູ່ ຫວຽດນາມ ບໍ່ເທົ່າໃດ ມື້ອີກ
Lena: ຂ້າພະເຈົ້າເຫັນວ່າບັນຫາ Brexit ກໍ່ໄດ້ເຕື້ອງເຖິງຫຼາຍ.
Rudy: ຖືກແລ້ວ, ບັນດາເນື້ອໃນດັ່ງກ່າວຂ້າພະເຈົ້າກໍ່ສົນໃຈຕິດຕາມເປັນປະຈຳ, ແຕ່ຍັງມີບັນຫາອື່ນອີກທີ່ສົ່ງຜົນສະທ້ອນໂດຍກົງເຖິງພວກເຮົາອີກ, ນັ້ນແມ່ນບັນຫາຂີ້ເຫຍື້ອ, ປລາດຕິກ, ເສດເຫຼືອຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
Aris: ຂ້າພະເຈົ້າກໍ່ໄດ້ຮັບຟັງຂ່າວນີ້, ຂ້າພະເຈົ້າຍັງຈົດຕົວເລກໄວ້ອີກ.
Rudy: ຂ້າພະເຈົ້າໄດ້ຍິນວ່າ ລັດຖະບານບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ມີແຜນການເພື່ອຈຳກັດບັນດາໄພພິບັດສິ່ງແວດລ້ອມຈາກຂີ້ເຫຍື້ອ, ປລາດຕິກ, ເສດເຫຼືອ. ໄທ, ມາເລເຊຍ ກໍ່ບໍ່ໄດ້ນຳເຂົ້າຂີ້ເຫຍື້ອ, ປລາດຕິກ, ເສດເຫຼືອ. ບໍ່ຮູ້ວ່າ, ຫວຽດນາມ ແລະ ບັນດາປະເທດອື່ນໃນພາກພື້ນມີມາດຕະການແກ້ໄຂຄືແນວໃດບໍ່?
Aris: ຂ້າພະເຈົ້າກໍ່ມີຄຳຖາມເຊັ່ນດຽວກັນ, ຂ້າພະເຈົ້າຈະສົ່ງຄຳຖາມເຖິງລາຍການ ຕອບຈົດໝາຍຈາກທ່ານຜູ້ຟັງ ຂອງ VOV5 ເພື່ອໃຫ້ບັນດາບັນນາທິການມີຄຳຕອບ. ຫວັງວ່າພວກເຮົາຈະມີຄຳຕອບໃຫ້ແກ່ບັນຫານີ້ໃນອາທິດຈະມາເຖິງ.
ກ່ວາ 70 ປິຜ່ານມາ, ລາຍການວິທະຍຸພາສາຕ່າງປະເທດ (VOV5) ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຖືວ່າເປັນໜຶ່ງໃນບັນດາຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ, ສະໜອງເນື້ອໃນຫລາຍຢ່າງທີ່ດຶງດູດໃຈບັນດາທ່ານຜູ້ຟັງຕ່າງປະເທດ. ພິເສດແມ່ນຄໍລຳ “ຕອບຈົດໝາຍທ່ານຜູ້ຟັງ” ໃນທຸກໆອາທິດ ທ່ານຜູ້ຟັງລ້ວນແຕ່ລໍຖ້າຟັງຄໍລຳນີ້ ຍ້ອນວ່າ ເຂົາເຈົ້າດີໃຈຫລາຍທີ່ໄດ້ຟັງບັນດາໂຄສົກອ່ານຈົດໝາຍຂອງຕົນ ແລະ ໄດ້ສົນທະນາ, ແລກປ່ຽນກັບບັນດາທ່ານຜູ້ຟັງທີ່ມີຄວາມສົນໃຈນຳກັນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ຫວຽດນາມ. ສ່ວນທ່ານຜູ້ຟັງໃດ, ຖ້າຫາກມີຄວາມສົນໃຈຢາກຊອກຮູ້ສິ່ງທີ່ໜ້າສົນໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ພວກຂ້າພະເຈົ້າ ຍາມໃດກໍ່ຍິນດີລໍຖ້າຮັບຈົດໝາຍຂອງທ່ານໃນທຸກເວລາ.




