logo

ວັນບຸນໄຫວ້ພະຈັນຢູ່ຮ່າໂນ້ຍ ເຕັມໄປດ້ວຍສີສັນຫຼາກຫຼາຍ

2020/9/30 | 08:32:00
(VOVWORLD) - ນັບພັນປີມານີ້, ເມື່ອວັນບຸນໄຫວ້ພະຈັນວຽນມາ, ຊາວຮ່າໂນ້ຍ ໄດ້ພາກັນຕ້ອນຮັບວັນບຸນໄຫວ້ພະຈັນ ໃນວັນທີ 15 ເດືອນ 08 (ໄລ່ຕາມຈັນທະປະຕິທິນ) ຢ່າງຟົດຟື້ນມ່ວນຊື່ນ.

ປີ 2020 ນີ້, ຍ້ອນໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ສະນັ້ນບັນດາການເຄື່ອນໄຫວເນື່ອງໃນໂອກາດນີ້ກໍ່ມີການຈຳກັດກວ່າ.

ໃນໂອກາດວັນບຸນໄຫວ້ພະຈັນ, ຢູ່ຖະໜົນ ຮ່າງມ້າ ມີຄົນທ່ຽວໄປມາຢ່າງຄັບຄາໜາແໜ້ນ ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ຕາມ.

ສິນຄ້າທີ່ວາງຂາຍຢູ່ທີ່ນີ້ແມ່ນມີຫຼາຍຮູບຫຼາຍແບບ ແລະ ດຶງດູດໃຈ

ນັບແຕ່ບັນດາເຄື່ອງທີ່ສວຍງາມ, ແປກປະຫຼາດ…
… ຕະຫຼອດຮອດບັນດາເຄື່ອງທີ່ບໍ່ອາດຂາດໄດ້ໃນໂອກາດວັນບຸນໄຫວ້ພະຈັນ
ນັບແຕ່ເດັກນ້ອຍ ຕະຫຼອດຮອດຜູ້ໃຫຍ່
ເຖິງວ່າໄດ້ຕັ້ງຢູ່ມູມນ້ອຍໆກໍ່ຕາມ, ແຕ່ຮ້ານຂາຍເຄື່ອງປັ້ນຕໍແຮ ຂອງນັກສິລະປະການ ດັ້ງວັນເຮົ້າ ໄດ້ສ້າງຄວາມດຶງດູດໃຈສຳລັບຫຼາຍຄົນ.
ເຂດພະລາຊະວັງ ຮ່ວາງແທັ່ງທັງລອງ, ສູນອະນຸລັກມໍລະດົກທັງລອງ - ຮ່າໂນ້ຍ ກໍໄດ້ກະກຽມລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ປີ 2020 ຢ່າງລະອຽດທີ່ສຸດ.
ວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ ໄດ້ວາດພາບຄືນຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ.
ເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ, ລາຍການຕ້ອນຮັບວັນບຸນໄຫວ້ພະຈັນຢູ່ພະລາຊະວັງ ຮ່ວາງແທັ່ງທັງລອງ ໄດ້ຊ່ວຍໃຫ້ນັກທ່ອງທ່ຽວ ແລະ ພວກນ້ອຍໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນໄຫວ້ພະຈັນໃນເມື່ອກ່ອນ ດ້ວຍສີສັນຫຼາກຫຼາຍ.
ພາເຂົ້າຕ້ອນຮັບວັນບຸນໄຫວ້ພະຈັນໃນເມື່ອກ່ອນ, ຈຸດສຸມແມ່ນທ່ານປະລິນຍາເອກທີ່ເຮັດດ້ວຍເຈ້ຍ, ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ທີ່ຢາກໃຫ້ລູກຫຼານຂອງຕົນຮຽນເກັ່ງ, ເສັງໄດ້.
ລາຍການສະແດງສິລະປະ “ແສງຈັນວັນເພງ” ປີນີ້ຖືກດຳເນີນນັບແຕ່ເວລາ 8 ໂມງ 30 ນາທີ ຂອງວັນທີ 26 ແລະ 27 ກັນຍາ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ