logo

ວັນປື້ມຫວຽດນາມຄັ້ງທີ 6: ແຜ່ຂະຫຍາຍວັດທະນະທຳອ່ານປື້ມ

2019/4/20 | 03:51:19

(VOVWORLD) -ຜ່ານໄລຍະ 5 ປີແຫ່ງການປະຕິບັດ, ວັນປື້ມຫວຽດນາມບໍ່ຢຸດຢູ່ເຫດການວັດທະນະທຳ, ຈຸດນັດພົບຂອງຜູ້ມັກອ່ານປື້ມຕໍ່ກັບບັນດາຫົວຫນ່ວຍພິມຈຳຫນ່າຍ, ຈຳຫນ່າຍ. ຈຸດເດັ່ນຂອງວັນປື້ມຫວຽດນາມປີ 2019 ແມ່ນວັນບຸນປື້ມຫວຽດນາມຄັ້ງທີ 6 ດຳເນີນແຕ່ວັນທີ 18 – 22 ເມສາຢູ່ ສວນສາທາລະນະທົງເຍີດຮ່າໂນ້ຍ.

 ວັນທີ 18 ເມສາຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງພິທີໄຂວັນປື້ມຫວຽດນາມຄັ້ງທີ 6

 ທ່ານ ຮວ່າງຫວີງບ໋າວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ກ່າວຄຳເຫັນໄຂພິທີ ໃຫ້ຮູ້ວ່າ: ນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອແຜ່ຂະຫຍາຍຄວາມມັກອ່ານປື້ມເທົ່ານັ້ນ ຫາກແມ່ນໂອກາດເພື່ອສ້າງກຳລັງດູດດື່ມນັບມື້ນັບເລິກເຊິ່ງກວ້າງຂວາງຂອງຂອບເຂດການເຄື່ອນໄຫວຕອບສະຫນອງວັນປື້ມຫວຽດນາມ
 ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂພິທີ. 

ພາຍຫລັງພິທີໄຂ, ບັນດາຜູ້ແທນຢ້ຽມຊົມງານວາງສະແດງວັດຖຸພັນ 

 ງານວາງສະແດງວັດຖຸພັນຫລາຍຢ່າງ, ເອກະສານອັນລ້ຳຄ່າຕ່າງໆ
ວັນບຸນປື້ມໄດ້ດຶງດູດການເຂົ້າຮ່ວມຂອງ 84 ຫົວຫນ່ວຍ 

ຮ້ານວາງສະແດງປື້ມຂອງ ສຳນັກພິມຈຳຫນ່າຍ ກີມດົງ ດຶງດູດໄວຫນຸ່ມມາຊົມເປັນຈຳນວນຫລວງຫລາຍ

 ສຳນັກພິມຈຳຫນ່າຍ Fahasa ແນະນຳປື້ມໃຫມ່ຫລາຍຫົວທີ່ມີເນື້ອໃນມ່ວນ
ມີຮ້ານວາງສະແດງປື້ມຫລາຍຮ້ານຈັດຕັ້ງການເຄື່ອນໄຫວມອບປື້ມໃຫ້ຜູ້ອ່ານ 

ຄຽງຄູ່ກັນນັ້ນມີຫລາຍລາຍການຫລຸດລາຄາປື້ມໄດ້ຮັບການປະຕິບັດເພື່ອຂອບໃຈທ່ານຜູ້ອ່ານ

 ວັນບູນປື້ມແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງຄວາມຊີນເຄີຍໃນການອ່ານປື້ມ, ຊື້ປື້ມໃຫ້ແກ່ວົງຄະນາຍາດ, ກາຍເປັນຂົວຕໍ່ລະຫວ່າງທ່ານຜູ້ອ່ານກັບສຳນັກພິມຈຳຫນ່າຍ.

ໂດຍໄດ້ດຳເນີນແຕ່ວັນທີ 18- 22 ເມສາ, ວັນບຸນປື້ມຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍຄື: ກອງປະຊຸມສຳມະນາວິທະຍາສາດ, ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບວັນປື້ມຫວຽດນາມ. 

TAG
VOV/VOVworld/ວັນ​ບຸນ​ປື້ມ/ວັດທະນະທໍາອ່ານປື້ມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ