(ພາບປະກອບ: VOV) |
ບັນດາການຜັນແປທີ່ສັບສົນຂອງການປະທະກັນຢູ່ພາກພື້ນຕາເວັນອອກກາງ ພວມສ້າງຜົນກະທົບຫຼາຍຢ່າງຕໍ່ຂະແໜງການຄ້າທົ່ວໂລກ, ພິເສດແມ່ນການເຄື່ອນໄຫວຂົນສົ່ງທາງທະເລ ແລະ ຄ່າໃຊ້ຈ່າຍ logistics. ສຳລັບບັນດາວິສາຫະກິດສົ່ງອອກຂອງ ຫວຽດນາມ, ເຖິງວ່າຍັງບໍ່ທັນມີຜົນກະທົບໂດຍກົງຕໍ່ການເຄື່ອນໄຫວຜະລິດພາຍໃນປະເທດ, ແຕ່ບັນດາການຜັນແປກ່ຽວກັບລາຄາພະລັງງານ, ຄ່າຂົນສົ່ງ ແລະ ເວລາສົ່ງສິນຄ້ານັ້ນ ພວມເປັນສິ່ງທ້າທາຍບໍ່ແມ່ນໜ້ອຍ.
ໃນນັ້ນ, ຂະແໜງສິນໃນນ້ຳແມ່ນໜຶ່ງໃນບັນດາຂົງເຂດທີ່ຖືກຜົນກະທົບຢ່າງຈະແຈ້ງ. ທ່ານນາງ ເລຮັ່ງ, ຮອງເລຂາທິການ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ໃຫ້ຮູ້ວ່າ:
“ຕາເວັນອອກກາງ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນສຳລັບຂະແໜງສິນໃນນ້ຳ ຫວຽດນາມ, ດ້ວຍບັນດາກຸ່ມຜະລິດຕະພັນ, ເຊັ່ນ: ປາທູນ່າ, ປາປື່ງ, ກຸ້ງ. ການປະທະກັນຢູ່ຕາເວັນອອກກາງ ໄດ້ສົ່ງຜົນກະທົບຕໍ່ລາຄາການຜະລິດ ກໍຄື ການເຄື່ອນໄຫວດຳເນີນທຸລະກິດການຄ້າຂອງຂະແໜງສິນໃນນ້ຳ”.
ທ່ານນາງ ເລຮັ່ງ, ຮອງເລຂາທິການ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) (ພາບ: Vietnam+) |
ເພື່ອຮັບມືກັບສະພາບການດັ່ງກ່າວ, ມີວິສາຫະກິດສິນໃນນ້ຳຫຼາຍແຫ່ງ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປັບຕົວ. ກ່ອນອື່ນໝົດແມ່ນດັດປັບແຜນການຂົນສົ່ງ. ພ້ອມດຽວກັນນັ້ນ, ວິສາຫະກິດກໍເພີ່ມເວລາກຽມສຳລັບການສົ່ງສິນຄ້າ, ຈຳກັດຄວາມສ່ຽງລະເມີດສັນຍາກັບຄູ່ຮ່ວມມື. ໄປຄຽງຄູ່ກັນນັ້ນ, ການຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບກໍໄດ້ຮັບການຍູ້ແຮງ ເພື່ອແນໃສ່ຫຼຸດຜ່ອນການເອື່ອຍອີງໃສ່ພາກພື້ນໃດໜຶ່ງ. ນອກຈາກຕະຫຼາດຕາເວັນອອກກາງ, ມີວິສາຫະກິດຫຼາຍແຫ່ງພວມເປີດກວ້າງການເຄື່ອນໄຫວໄປຍັງບັນດາຕະຫຼາດໃຫຍ່ຄື ອາເມລິກາ, ສະຫະພາບເອີຣົບ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
ໃນທ່າອ່ຽງອື່ນທີ່ມີວິສາຫະກິດຫຼາຍແຫ່ງໄດ້ໝູນໃຊ້ ນັ້ນແມ່ນ, ດັດປັບໂຄງປະກອບຜະລິດຕະພັນສົ່ງອອກ. ແທນທີ່ສຸມໃສ່ບັນດາຜະລິດຕະພັນສົດ, ມີວິສາຫະກິດຈຳນວນໜຶ່ງໄດ້ເພີ່ມອັດຕາສ່ວນບັນດາຜະລິດຕະພັນແຊ່ເຢັນ ຫຼື ປຸງແຕ່ງທີ່ນຳໃຊ້ເຕັກໂນໂລຊີສູງ ເພື່ອໃຫ້ເໝາະສົມກັບເງື່ອນໄຂການຂົນສົ່ງທີ່ແກ່ຍາວເວລາ.
ໃນຂະນະນັ້ນ, ຢູ່ຂົງເຂດຕ່ຳແຜ່ນຕັດຫຍິບ, ບັນດາວິສາຫະກິດສົ່ງອອກ ຫວຽດນາມ ກໍພວມຮີບເຮັ່ງຊອກຫາແບບວິທີຂົນສົ່ງທີ່ເໝາະສົມເພື່ອຮັບປະກັນບໍ່ໃຫ້ລະເມີດສັນຍາ. ທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ (VITAS), ໃຫ້ຮູ້ວ່າ:
“ບັນດາວິສາຫະກິດກໍໄດ້ຄິດໄລ່ເຖິງບັນຫາຈັດຕັ້ງການຜະລິດ, ເຮັດແນວໃດເພື່ອຫຼຸດຜ່ອນຕົ້ນທຶນຂອງວິສາຫະກິດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ພ້ອມດຽວກັນນັ້ນ, ບັນດາວິສາຫະກິດຕ້ອງຊົດເຊີຍຄ່າຂົນສົ່ງທີ່ພວມເພີ່ມຂຶ້ນ, ພາໃຫ້ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງເຖິງຜະລິດຕະພັນເສັ້ນຝ້າຍປະສົມເພີ່ມຂຶ້ນ, ຕ້ອງຄິດໄລ່ແນວໃດເພື່ອໃຫ້ມີລາຄາດີ ທີ່ສຸດ”.
ທ່ານ ຫງວຽນຊິງເຍີດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: VOV) |
ຈາກການຄຸ້ມຄອງລັດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ ການປະທະກັນຢູ່ຕາເວັນອອກກາງ ຍັງບໍ່ທັນສົ່ງຜົນກະທົບໂດຍກົງ ເຖິງການເຄື່ອນໄຫວຜະລິດຢູ່ພາຍໃນປະເທດເທື່ອ. ແຕ່ເຖິງຢ່າງໃດກໍຕາມ, ບັນດາການຜັນແປກ່ຽວກັບການຂົນສົ່ງ ແລະ ຄ່າໃຊ້ຈ່າຍ logistic ອາດຈະສົ່ງຜົນກະທົບ ເຖິງຄວາມຄືບໜ້າການສົ່ງອອກໃນໄລຍະຈະມາເຖິງ. ເພາະສະນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເພີ່ມທະວີການສົມທົບກັບສະຫະສະມາຄົມວິສາຫະກິດການບໍລິການ logistics, ສະຫະສະມາຄົມເຈົ້າຂອງເຮືອຫາປາ, ບັນດາວິສາຫະກິດ logistics ແລະ ບໍລິສັດເຮືອຫາປາຕ່າງໆ ເພື່ອມີບັນດາມາດຕະການໜູນຊ່ວຍວິສາຫະກິດນຳເຂົ້າ - ສົ່ງອອກ. ທ່ານ ຫງວຽນຊິງເຍີດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
“ກະຊວງອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີວຽກງານວິໄຈ, ຄາດຄະເນ, ອັດເດດຂໍ້ມູນການຕະຫຼາດ; ເປັນເຈົ້າການເປັນເສນາທິການສະເໜີບັນດາມາດຕະການດັດປັບທີ່ມີໄຫວພິບໃຫ້ແກ່ລັດຖະບານ; ພ້ອມທັງສະເໜີແນະວິສາຫະກິດດັດປັບແຜນການຜະລິດ, ການຕະຫຼາດ ແລະ ແບບວິທີທຸລະກຳໃຫ້ສອດຄ່ອງກັບແຕ່ລະກໍລະນີ. ເລື່ອງຍົກສູງຄວາມສາມາດກ່າວເຕືອນໄວ ແລະ ມີນະໂຍບາຍຮັບມືຢ່າງທັນການ ຈະແມ່ນປັດໄຈແກ່ນສານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຮັກສາທ່າເຕີບໂຕແບບຍືນຍົງໄດ້”.
ໃນສະພາບການຄ້າທົ່ວໂລກຍັງຂາດຄວາມໝັ້ນທ່ຽງຫຼາຍຢ່າງ, ເລື່ອງດັດປັບຍຸດທະສາດການຜະລິດ ແລະ ການຂົນສົ່ງຢ່າງມີໄຫວພິບ ພວມຊ່ວຍໃຫ້ວິສາຫະກິດສົ່ງອອກ ຫວຽດນາມ ຮັກສາການເຄື່ອນໄຫວເປັນປົກກະຕິ, ຮັບປະກັນໃບສັ່ງຊື້ສິນຄ້າ ແລະ ຮັກສາຕະຫຼາດສາກົນໄວ້ຢ່າງໝັ້ນຄົງ./.




