logo

ວິສາຫະກິດ ຫວຽດນາມ - ສະວິດ ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດສີຂຽວ

2026/2/4 | 09:12:13
(VOVWORLD) - SVEF ພ້ອມແລ້ວທີ່ຈະໃຫ້ຄຳປຶກສາຍຸດທະສາດໃຫ້ແກ່ບັນດາສູນການເງິນສາກົນຢູ່ ຫວຽດນາມ.
ທ່ານ ຫງວຽນດຶກເຕິມ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນວິສາຫະກິດ ສະວິດ - ຫວຽດນາມ
(ພາບ: ຄະນະຈັດຕັ້ງ)

ວັນທີ 03 ກຸມພາ, ທ່ານ ຫງວຽນດຶກເຕິມ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນວິສາຫະກິດ ສະວິດ - ຫວຽດນາມ (SVEF) ໂດຍທ່ານ Philipp Roesler, ປະທານອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ ນຳໜ້າ.

ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນດຶກເຕິມ ໃຫ້ຮູ້ວ່າ ຫວຽດນາມ ສົ່ງເສີມໃຫ້ບັນດາວິສາຫະກິດ ສະວິດ ລົງທຶນເຂົ້າກະສິກຳສີຂຽວ, ເສດຖະກິດດີຈີຕອນ ແລະ ພື້ນຖານໂຄງລ່າງຂໍ້ມູນໃຫຍ່ (Big Data) ບົນພື້ນຖານພະລັງງານສະອາດ.

ສ່ວນທ່ານ Philipp Roesler, ອະດີດຮອງນາຍົກລັດຖະມົນຕີ ເຢຍລະມັນ, ຕາງໜ້າໃຫ້ຄະນະຜູ້ແທນວິສາຫະກິດ SVEF, ເນັ້ນໜັກວ່າ ບັນດາຄະນະຜູ້ແທນວິສາຫະກິດ ສະວິດ ມີຄວາມສົນໃຈເປັນພິເສດຕໍ່ການເຊື່ອມຕໍ່ແຫຼ່ງທຶນໄລຍະຍາວເຂົ້າບັນດາພື້ນຖານໂຄງລ່າງ ແລະ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການສ້າງຂອບນິຕິກຳໃຫ້ແກ່ຕະຫຼາດສິນເຊື່ອກາກບອນ. SVEF ພ້ອມແລ້ວທີ່ຈະໃຫ້ຄຳປຶກສາຍຸດທະສາດໃຫ້ແກ່ບັນດາສູນການເງິນສາກົນຢູ່ ຫວຽດນາມ.

TAG
VOV/VOVworld/​ຜ​ູ້​ແທນ​/ວິ​ສາ​ຫ​ະ​ກິດ/ສະ​ວິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ