ເຖິງວ່າມີປະສົບການເຄື່ອນໄຫວ ມາເປັນ 13 ປີ ແລະ ມີໂຮງຈັກຜະລິດອາໄຫຼ່ລົດໂອໂຕ, ລົດຈັກ ຢູ່ຮ່າໂນ້ຍແລ້ວກໍຕາມ, ແຕ່ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ - 19, ບໍລິສັດ Thai Summit Intereats ຫວຽດນາມຈໍາກັດ ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ທ່ານ ພີຣະພົງ ບົວທົນ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ Thai Summit Intereats ຫວຽດນາມ ໃຫ້ຮູ້ວ່າ:
ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍຕາມ ແຕ່ດ້ວຍຄໍາຂວັນທີ່ວ່າ “Before we build parts, we build people” (ອາດເຂົ້າໃຈວ່າ: ກ່ອນທີ່ພວກເຮົາຜະລິດອາໄຫຼ່ອອກມາ, ພວກເຮົາຕ້ອງສ້າງຄົນ), ຄະນະການນໍາກຸ່ມບໍລິສັດ Thai Summit ແລະ ບໍລິສັດ Thai Summit Intereats ຫວຽດນາມ ຈໍາກັດຍາມໃດກໍຮັກສານະໂຍບາຍເບິ່ງແຍງດູແລໃຫ້ຊາວຜູ້ອອກແຮງງານໃຫ້ດີທີ່ສຸດ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດ. ທ່ານ ປີຣະພົງ ບົວທົນ ໃຫ້ຮູ້ຕື່ມອີກວ່າ:
ສະມາຄົມວິສາຫະກິດ ໄທ ຢູ່ພາກເໜືອຫວຽດນາມ ໂອ້ລົມກັບທ່ານເອກອັກຄະລັດຖະທູດ ໄທປະຈໍາ ຫວຽດນາມ ກ່ຽວກັບສະພາບການຂອງວິສາຫະກິດໃນໄລຍະຜ່ານມາ |
ກໍຄືກັນກັບ ບໍລິສັດ Thai Summit Intereats ຫວຽດນາມ, ບໍລິສັດຫຸ້ນສ່ວນ Siam – vinagolf ເຊິ່ງເປັນບໍລິສັດດໍາເນີນທຸລະກິດໃນສະເພາະຂະແໜງເດີ່ນຕີ ກອັບ ກໍຖືກຜົນສະທ້ອນເຖິງລາຍຮັບ ຍ້ອນເດີ່ນຕີກອັບຖືກປິດປະຕູການບໍລິການ, ການກໍ່ສ້າງກໍຖືກອຶກອັກຊັກຊ້າ ຍ້ອນບໍ່ສາມາດນໍາເຂົ້າເຄື່ອງອາໄຫຼ່ ແລະ ຈ່າຍຄ່າໃຊ້ຈ່າຍປະຈໍາວັນ, ເຊັ່ນ: ຕັດຫຍ້າ ແລະ ຫົດນໍ້າ. ສ່ວນບໍລິສັດ CP ກຸ່ມບໍລິສັດ ຝຸຖ໋າຍ (ຝຸຖ໋າຍ Group) ເຊິ່ງເປັນບໍລິສັດເຄື່ອນໄຫວໃນຂົງເຂດການຄ້າ, ດໍາເນີນທຸລະກິດ ແລະ ຈໍາໜ່າຍບັນດາຜະລິດຕະພັນເຄື່ອງໃຊ້ສອຍ ພັດປະສົບກັບບັນຫາທີ່ແຕກຕ່າງກັນ. ທ່ານ ອະດິຫວັດ ແຜນທັດ, ຮອງຜູ້ອໍານວຍການຝ່າຍຈັດຕັ້ງບຸກຄະລາກອນ ແລະ ລະບຽບການບໍລິຫານ ຂອງບໍລິສັດ CP ກຸ່ມບໍລິສັດ ຝຸຖ໊າຍ ໃຫ້ຮູ້ວ່າ:
ຕໍ່ໜ້າບັນດາຄວາມຫຍຸ້ງຍາກເຫຼົ່ານີ້, ນອກຈາກການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຂອງລັດຖະບານຫວຽດນາມໃຫ້ເປັນຢ່າງດີແລ້ວ, ວິສາຫະກິດໄທ ຫຼາຍແຫ່ງຍັງວາງອອກຮູບແບບຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຊອກຫາບັນດາກາລະໂອກາດດໍາເນີນທຸລະກິດ, ສິນຄ້າ ຫຼື ການບໍລິການໃໝ່ໃຫ້ເໝາະສົມກັບສະພາບການ ແລະ ທ່າອ່ຽງການບໍລິໂພກ, ອຸປະໂພກໃນອະນາຄົດອີກດ້ວຍ. ທ່ານ ຈິນນະຈົດ ໂມອ່ອນ, ຜູ້ຊ່່ວຍວຽກ ຮອງຜູ້ອໍານວຍການໃຫຍ່ ຮັບຜິດຊອບຝ່າຍການຕະຫຼາດ ແລະ ການຂາຍຂອງ PRIME, ປະທານ ສະມາຄົມວິສາຫະກິດໄທ ຢູ່ພາກເໜືອຫວຽດນາມ ໃຫ້ຮູ້ວ່າ:
ທ່ານ ຈິນນະຈົດ ໂມອ່ອນ ໃຫ້ຮູ້ວ່າ: ນະໂຍບາຍຂອງຫວຽດນາມໃນການຮຽກຮ້ອງນໍາໃຊ້ບັນດາອຸປະກອນປ້ອງກັນ PPE ແລະ ນະໂຍບາຍແຍກຫ່າງໃນສັງຄົມ, ນັບທັງການແນະນໍາໃຫ້ກວດອຸນຫະພູມຮ່າງກາຍກ່ອນທີ່ຈະເຂົ້າບ່ອນເຮັດວຽກ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ເຫັນວ່າ ເຊື້ອພະຍາດໂຄວິດ - 19 ບໍ່ໜ້າຢ້ານກົວອີກແລ້ວ.
ປັດຈຸບັນ, ການປະຕິບັດຄໍາສັ່ງເລກທີ 19 ຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນມາດຕະການແຍກຫ່າງໃນສັງຄົມ, ໃນນັ້ນ, ອະນຸຍາດໃຫ້ບາງຂະແໜງການຜະລິດໄດ້ເຄື່ອນໄຫວຄືນໃໝ່ເປັນປົກກະຕິ ແມ່ນສັນຍານເປັນໜ້າຊື່ນຊົມ ສໍາລັບບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ, ລວມທັງວິສາຫະກິດ ໄທ ໃນການແກ້ໄຂຄວາມຫຍຸ້ງຍາກ ພາຍຫຼັງຊ່ວງໄລຍະເວລາທີ່ຖືກຊັກຊ້າຍ້ອນໂລກລະບາດໂຄວິດ - 19./.




