logo

ສັງ​ກາດ​ບຸກ​ບືນ: ການບໍ​ລິ​ຫານ​ທີ່​ມີ​ປະ​ສິດ​ທິ​ຜົນ - “ຖານຍິງ”ຂອງ​ບັນ​ດາ​ເປົ້າ​ໝາຍ​ບຸ​ກ​ທະ​ລຸ

2026/3/8 | 15:57:12

(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່ ດ້ວຍຄວາມຄາດຫວັງໃຫຍ່ ແລະ ຍຸດທະສາດປະຕິຮູບທີ່ເຂັ້ມແຂງ. ໃນວິວັດຖະນາການນັ້ນ,ຄວາມສາມາດບໍລິຫານທີ່ທັນສະໄໝ ບໍ່ພຽງແຕ່ແມ່ນເຄື່ອງມືເທົ່ເນັ້ນຫາກຍັງແມ່ນ “ລະບົບບໍລິຫານ” ຫຼັກເພື່ອຫັນບັນດາເປົ້າໝາຍບຸກທະລຸໃຫ້ປະກົດຜົນເປັຈິງນຳ ຫວຽດນາມ ກາຍເປັນປະເທດເຕັກໂນໂລຢີສູງ ແລະ ກຳນົດຖານະບົດບາດນຳພາໃນ ອາຊຽນ.



ນັກຮຽນຮູ້ ກະວີ ຈົງກິດຖາວອນ  ນັກຄົ້ນຄວ້າສາກົນແຖວໜ້າຢູ່ ໄທ (ພາບ: VOV)

ບັນດາຜົນສຳເລັດອັນຍິ່ງໃຫຍ່ທີ່ບັນລຸໄດ້ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ, ໄດ້ຊ່ວຍໃຫ້ ຫວຽດນາມ ມີທ່າໄດ້ປຽບ ແລະ ກຳລັງແຮງໃຫ້ແກ່ການພັດທະນາບຸກທະລຸໃນໄລຍະຕໍ່ໄປ. ຈາກປະເທດທຸກຍາກ, ຫຼ້າຫຼັງ, ລະດັບຄວາມຮູ້ຕ່ຳ, ຖືກປິດລ້ອມ, ຂວ້ຳບາດ, ຫວຽດນາມ ໄດ້ກາຍເປັນປະເທດ ພວມພັດທະນາ, ມີລາຍຮັບປານກາງ, ເຊື່ອມໂຍງເຂົ້າກັບພື້ນຖານການເມືອງໂລກ, ພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ນັບແຕ່ນີ້ຮອດປີ 2030 ແມ່ນໄລຍະສຳຄັນທີ່ສຸດເພື່ອກຳນົດຄວາມເປັນລະບຽບຮຽບຮ້ອຍໂລກໃໝ່, ນີ້ກໍ່ແມ່ນໂອກາດຍຸດທະສາດສຳຄັນ, ໄລຍະສຸດທ້າຍຂອງການປະຕິວັດ ຫວຽດນາມ ເພື່ອບັນລຸເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, ສ້າງປະຖົມປັດໄຈອັນໝັ້ນຄົງເພື່ອບັນລຸໄດ້ເປົ້າໝາຍ 100 ປີແຫ່ງການສະຖາປະນາປະເທດ.

ຕີລາຄາກ່ຽວກັບບັນດາເປົ້າໝາຍຍຸດທະສາດ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການກຳນົດວິໄສທັດພັດທະນາປະເທດຊາດໃນສັງກາດໃໝ່, ນັກຮຽນຮູ້ ກະວີ ຈົງກິດຖາວອນ (Kavi Chongkittavorn) ນັກຄົ້ນຄວ້າສາກົນແຖວໜ້າຢູ່ ໄທ ເນັ້ນໜັກວ່າ:

ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຫັນປ່ຽນກາຍເປັນປະເທດເຕັກໂນໂລຢີສູງຢ່າງຈະແຈ້ງ. ນີ້ແມ່ນເປົ້າໝາຍທີ່ບໍ່ງ່າຍດາຍ, ຮຽກຮ້ອງຕ້ອງມີການປະຕິຮູບຢ່າງຄົບຊຸດກ່ຽວກັບເສດຖະກິດ, ກົດໝາຍ ແລະ ພື້ນຖານໂຄງລ່າງ. ຫວຽດນາມ ໄດ້ວາງບັນດາເປົ້າໝາຍລະອຽດທີ່ສຸດ: ກາຍເປັນປະເທດທີ່ມີລາຍຮັບປານກາງສູງໃນໄລຍະ 5 ປີຈະມາເຖິງ ແລະ ຮອດປີ 2045 ຈະກາຍເປັນປະເທດພັດທະນາ. ບໍ່ຄ່ອຍມີປະເທດພວມພັດທະນາໃດໃນ ອາຊຽນ ກ້າວາງບັນດາເປົ້າໝາຍທີ່ເຕັມໄປດ້ວຍຄວາມໝັ້ນໃຈຄືແນວນັ້ນ, ໃນນັ້ນມີຄາດໝາຍບັນລຸລະດັບເຕີບໂຕ GDP ຢ່າງໜ້ອຍສຸດແມ່ນ 10% ໃນ 5 – 10 ປີຈະມາເຖິງ.

ໃນສະພາບການໂລກປັດຈຸບັນ, ເມື່ອສັນຕິພາບ, ການຮ່ວມມືເພື່ອພັດທະນາພວມກາຍເປັນທ່າອ່ຽງໃຫຍ່, ພັກ ແລະ ລັດ ຫວຽດນາມ ບໍ່ພຽງແຕ່ຍັງຍົກສູງບົດບາດຂອງການທູດຫຼາຍຝ່າຍ,ຖືນີ້ແມ່ນທິດທາງຈຸດສຸມໃນວຽກງານການທູດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງວາງອອກໜ້າທີ່ “ຍົກລະດັບການທູດຫຼາຍຝ່າຍ” ຂອງປະເທດຊາດໃນໄລຍະໃໝ່ອີກດ້ວຍ. ຫວຽດນາມ ໄດ້ຮັບຜິດຊອບໜ້າທີ່ສາກົນສຳຄັນຫຼາຍຢ່າງ, ເສີມຂະຫຍາຍບົດບາດສະມາຊິກທີ່ຕັ້ງໜ້າຂອງຫຼາຍອົງການເວທີປາໄສຫຼາຍຝ່າຍທີ່ສຳຄັນ, ພິເສດແມ່ນໃນ ອາຊຽນ. ເມື່ອຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ພາກພື້ນ, ນັກຮຽນຮູ້ Kavi Chongkittavorn ນັກຄົ້ນຄ້ວາສາກົນແຖວໜ້າຢູ່ ໄທໃຫ້ຂໍ້ສັງເກດວ່າ:

ພາຍຫຼັງ 30 ປີທີ່ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າຕົນເອງແມ່ນປັດໄຈທີ່ໝັ້ນຄົງ, ປະກອບສ່ວນຮັກສາຄວາມສາມັກຄີ ແລະ ເປັນເອກະພາບຂອງອົງການນີ້. ນັບແຕ່ນີ້ເປັນຕົ້ນໄປ, ຫວຽດນາມ ຢາກກ້າວເດີນໄປໄກກວ່າ, ຊຸກຍູ້ອາຊຽນ ກາຍເປັນຂົວເຊື່ອມຕໍ່ໃນການພົວພັນກັບສາກົນ. ດ້ວຍຖານະບົດບາດເປັນພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນພາກພື້ນ, ຫວຽດນາມ ອາດສາມາດໝູນໃຊ້ທ່າໄດ້ປຽບນີ້ເພື່ອນຳພາ ອາຊຽນ, ພິເສດຖ້າປະສົບຜົນສຳເລັດໃນການຫັນປ່ຽນເປັນພື້ນຖານເສດຖະກິດເຕັກໂນໂລຢີສູງ, ສີຂຽວ ແລະ ມີຫົວຄິດປະດິດສ້າງ. ພ້ອມກັນນັ້ນ ຫວຽດນາມ ກໍ່ຖື ອາຊຽນ ແມ່ນເຄື່ອງມືການທູດສຳຄັນ, ເປັນຕົ້ນເມື່ອເປົ້າໝາຍພັດທະນາຂອງ ຫວຽດນາມ ຮອດປີ 2045 ກົງກັບວິໄສທັດ ອາຊຽນ 2045.

ນັກຮຽນຮູ້ Kavi Chongkittavorn ໃຫ້ຂໍ້ສັງເກດວ່າ ສິ່ງທ້າທາຍໃຫຍ່ທີ່ສຸດແມ່ນລະບຽບວິໄນໃນການປະຕິບັດ. ຫວຽດນາມ ຕ້ອງສືບຕໍ່ເຮັດໃຫ້ກົງຈັກກະທັດຮັດ, ຊຸກຍູ້ພາກເອກະຊົນ, ຫຼຸດຜ່ອນບົດບາດຂອງລັດວິສາຫະກິດ ແລະ ຫັນໄປສູ່ພື້ນຖານເສດຖະກິດການບໍລິການ. ພ້ອມກັນນັ້ນ, ການສ້າງບັນດາສູນຂໍ້ມູນກໍ່ແມ່ນຄວາມຮຽກຮ້ອງທີ່ຈຳເປັນໃນໄລຍະ 10 ປີຈະມາເຖິງ. ການບໍລິຫານທີ່ດີ ກໍ່ແມ່ນປັດໄຈຕັດສິນໃຫ້ແກ່ການເຕີບໂຕແບບຍືນຍົງ. ໃນສະພາບການເຊື່ອມໂຍງ, ຫວຽດນາມ ຍັງມີທ່າໄດ້ປຽບຈາກສັນຍາການຄ້າເສລີ (FTAs) ຫຼາຍສະບັບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບບັນດາປະເທດມະຫາອຳນາດໃນໂລກ, ສິ່ງທີ່ບໍ່ມີຫຼາຍປະເທດ ອາຊຽນ ບັນລຸໄດ້. ກ່ຽວກັບບັນດາຜົນກະທົບຈາກນະໂຍບາຍພາຍໃນປະເທດ ໃນປັດຈຸບັນທີ່ມີຕໍ່ຖານະບົດບາດ ແລະ ການພົວພັນສາກົນຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ນັກຮຽນຮູ້ Kavi Chongkittavorn ຕີລາຄາວ່າ:

ກ່ອນອື່ນໝົດ, ປັດໄຈຫຼັກຢູ່ທີ່ນີ້ແມ່ນການເຕີບໂຕເສດຖະກິດ. ຖັດຈາກນັ້ນ, ຖ້າ ຫວຽດນາມ ປະຕິບັດບັນດາເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາສຳເລັດ, ຮູບແບບການພັດທະນາຂອງ ຫວຽດນາມ ຈະກາຍເປັນແບບຢ່າງໃຫ້ແກ່ຫຼາຍປະເທດອື່ນ. ໃນສະພາບການທົ່ວໂລກພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ, ເລື່ອງ ຫວຽດນາມ ພິສູດໄດ້ວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ການເຕີບໂຕອາດສາມາດໄປຄຽງຄູ່ກັບພື້ນຖານເສດຖະກິດເປີດນັ້ນ ແມ່ນ ຈະໄດ້ຮັບຄວາມຊົມເຊີຍເຫັນດີຢ່າງໃຫຍ່ຫຼວງຈາກວົງຄະນະຍາດສາກົນ.

ນັກຮຽນຮູ້ Kavi Chongkittavorn ເຊື່ອໝັ້ນວ່າ ຫວຽດນາມ ໄດ້ເຂົ້າໃຈຢ່າງຈະແຈ້ງຄວາມຮຽກຮ້ອງຂອງສັງກາດໃໝ່ ແລະ ພວມກະກຽມໃຫ້ການຟື້ນຕົວດ້ວຍການປ່ຽນແປງຢ່າງແຮງຢູ່ພາຍໃນປະເທດ. ແນ່ນອນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໃນສັງກາດບຸກບືນຂອງຊາດ.

TAG
VOV/VOVworld/ສັງ​ກາດ​ບຸກ​ບືນ/ການບໍ​ລິ​ຫານ/​ປະ​ສິດ​ທິ​ຜົນ/​ເປົ້າ​ໝາຍ​ບຸ​ກ​ທະ​ລຸ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ