logo

ສິ່ງ​ທ້າ​ທາຍ​ສຳ​ລັບ​ລັດ​ທິຫຼາຍ​ຝ່າຍ​ໃນ​ທົ່ວ​ໂລກ

2025/7/23 | 09:10:22

(VOVWORLD) - ລັດທິຫຼາຍຝ່າຍຍັງແມ່ນພື້ນຖານຮັບປະກັນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງສ່ວນຫຼາຍບັນດາປະເທດໃນໂລກ. ເຖິງຢ່າງໃດກໍຕາມ, ສປຊ ກ່າວເຕືອນວ່າ ລັດທິຫຼາຍຝ່າຍພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດໃນຫຼາຍທົດສະວັດທີ່ຜ່ານມາ



ພາບປະກອບ: REUTERS/Dado Ruvic

ວັນທີ 22 ກໍລະກົດ, ອຳນາດການປົກຄອງອາເມລິກາຂອງ ທ່ານປະທານາທິບໍດີ ອາເມລິກາ ໄດ້ປະກາດຖອນຕົວອອກຈາກອົງການເພື່ອສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO). ເຫດການນີ້ແມ່ນສັນຍານໃໝ່ສຸດໃຫ້ແກ່ລັດທິຫຼາຍຝ່າຍ, ດ້ວຍ ສປຊແມ່ນແກ່ນສານ, ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່.

ສິ່ງທ້າທາຍໃນທຸກດ້ານ

ກ່ອນທີ່ຈະຖອນຕົວອອກຈາກ UNESCO, ຕົ້ນປີນີ້, ນັບແຕ່ຊຸມວັນທຳອິດທີ່ທ່ານ Donald Trump ກັບຄືນກຳອຳນາດ, ປະເທດອາເມລິກາ ກໍ່ໄດ້ຖອນຕົວອອກຈາກອົງການອະນາໄມໂລກ (WHO), ສະພາສິດທິມະນຸດ ສປຊ(UNHRC)  ຫຼື ຂໍ້ຕົກລົງດິນຟ້າອາກາດ ປາຣີ 2015 ດ້ວຍສາຍເຫດແມ່ນບັນດາກົນໄກນີ້ບໍ່ເໝາະສົມກັບໂຄງການດຳເນີນງານທົ່ວໂລກໃໝ່ຂອງ ອາເມລິກາ.ເລື່ອງພື້ນຖານເສດຖະກິດອັນດັບທີ 1 ຂອງໂລກ, ພ້ອມທັງກໍ່ແມ່ນປະເທດປະກອບສ່ວນງົບປະມານຫຼາຍທີ່ສຸດໃຫ້ແກ່ ສປຊ ແລະ ຫຼາຍອົງການສະມາຊິກ, ນັບມື້ນັບຫຼຸດບັນດາຄຳໝັ້ນສັນຍາຕໍ່ບັນດາການກະທຳຮ່ວມຂອງປະຊາຄົມສາກົນລົງ, ສ່ອງແສງສະພາບຕົວຈິງທີ່ຫຍຸ້ງຍາກ ເຊິ່ງ ລັດທິຫຼາຍຝ່າຍພວມປະເຊີນໜ້າ. ກ່າວຄຳເຫັນໃນວັນທີ 22 ກໍລະກົດ ໃນກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ສັນຕິພາບ, ຄວາມໝັ້ນຄົງ ແລະ ລັດທິຫຼາຍຝ່າຍ”, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຍອມຮັບວ່າ ບໍ່ມີເວລາໃດລັດທິຫຼາຍຝ່າຍ ເຊິ່ງເຄີຍແມ່ນກຳລັງໜູນຊຸກຍູ້ ແລະ ຮັບປະກັນສາສັນຕິພາບ, ຄວາມໝັ້ນຄົງສາກົນ ນັບແຕ່ພາຍຫຼັງສົງຄາມຄັ້ງທີ II ປະສົບຄວາມຫຍຸ້ງຍາກຄືໃນປັດຈຸບັນ:

ພວກເຮົາພວມເຫັນປະຈັກຕາ ທົ່ວໂລກຖືເບົ່າ, ຊ້ຳບໍ່ໜຳແມ່ນລະເມີດກົດໝາຍສາກົນ, ລວມມີກົດໝາຍວ່າດ້ວຍສິດທິມະນຸດສາກົນ, ກົດໝາຍວ່າດ້ວຍການ ລີ້ໄພສາກົນ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ກົດບັດ ສປຊ ເຊິ່ງບໍ່ມີຝ່າຍໃດຮັບຜິດຊອບ.

ບັນດາເນື້ອໃນພື້ນຖານຂອງລັດທິຫຼາຍຝ່າຍບໍ່ພຽງແຕ່ຖືກຖືເບົາເທົ່ານັ້ນ, ບັນດາເງື່ອນໄຂພື້ນຖານເພື່ອຮັບປະກັນການຮັກສາການເຄື່ອນໄຫວຂອງບັນດາກົນໄກຫຼາຍຝ່າຍ, ຈຸດສຸມແມ່ນສປຊ ກໍ່ປະສົບກັບຄວາມຫຍຸ້ງຍາກໃນຫຼາຍປີມານີ້ອີກດ້ວຍ. ໃນບົດລາຍງານທີ່ໄດ້ວາງອອກໃນຕົ້ນເດືອນມີນາ, ສປຊ ໃຫ້ຮູ້ວ່າ ອົງການນີ້ພວມປະເຊີນໜ້າກັບວິກິດການງົບປະມານຢ່າງຮ້າຍແຮງຍ້ອນບັນດາປະເທດສະມາຊິກປະກອບສ່ວນຊັກຊ້າ ຫຼື ບໍ່ຄົບຖ້ວນ. ໄລ່ຮອດເດືອນມີນາ, ມີພຽງແຕ່ 75 ໃນຈຳນວນ 193 ປະເທດສະມາຊິກໄດ້ປະຕິບັດສຳເລັດພັນທະປະກອບການເງິນໃນປີ 2025. ຕົ້ນເດືອນພຶດສະພາ, ບັນດາປະເທດພຽງແຕ່ປະກອບເງິນໄດ້ 1,8 ຕື້ USD ໃນຈຳນວນ 3,7 ຕື້ USD ເຂົ້າງົບປະມານ ສປຊໃນປີນີ້ ແລະ ຍອດເງິນຍັງບໍ່ທັນປະກອບນັບແຕ່ຊຸມປີກ່ອນມາຮອດປັດຈຸບັນຂຶ້ນເຖິງ 2,4 ຕື້ USD, ໃນນັ້ນມີ 1,5 ຕື້ USD ຂອງ ອາເມລິກາ ແລະ ເກືອບ 600 ລ້ານ USD ຂອງ ຈີນ. ໂດຍສະເພາະອົງການຮັກສາສັນຕິພາບ ຂອງ ສປຊ ປັດຈຸບັນ ໄລ່ຮອດວັນທີ 30 ເມສາ ອົງການນີ້ໄດ້ຮັບຮູ້ມີເງິນຈຳນວນ 2,7 ຕື້ USD ແມ່ນຍັງບໍ່ທັນໄດ້ປະກອບ. ຄວາມຈິງນີ້ບັງຄັບ ສປຊ ຕ້ອງຍົກອອກບັນດາການຄັດເລືອກຫຼຸດຜ່ອນຄວາມຫຍຸ້ງຍາກກ່ຽວກັບງົບປະມານ ແລະ ງົບປະມານ. ທ່ານ Guy Ryder ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບນະໂຍບາຍ ແລະ ຜູ້ນຳໜ້າ UN80 - ກຸ່ມກະກຽມການປະຕິຮູບ ສປຊເນື່ອງໃນໂອກາດ 80 ປີແຫ່ງການສ້າງຕັ້ງ(1945-2025), ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຕ້ອງກວດຄືນງົບປະມານຂອງຕົນໃນປີ 2026, ລວມມີການຫຼຸດຜ່ອນຢ່າງແຮງກ່ຽວກັບງົບປະມານແລະ ທີ່ຕັ້ງວຽກງານ. ນີ້ແມ່ນຄວາມຈິງໃນປັດຈຸບັນຂອງພວກຂ້າພະເຈົ້າ. ບັນຫາບໍ່ແມ່ນເລືອກອັນນີ້ ຫຼືອັນອື່ນ, ໝາຍຄວາມວ່າ ຫຼຸດຜ່ອນການເຄື່ອນໄຫວ ຫຼື ປະສິດທິຜົນ. ພວກຂ້າພະເຈົ້າ ຕ້ອງປະສົມປະສານທັງສອງໜ້າທີ່ ທັງຮັບປະກັນຄວາມໝັ້ນຄົງ ກ່ຽວກັບການເງິນໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກນີ້, ທັງຕ້ອງເອົາໃຈໃສ່ເຖິງບັນດາຜົນກະທົບໃນການປະຕິບັດຄວາມຮັບຜິດຊອບຂອງພວກຂ້າພະເຈົ້າຕາມກົດບັດຂອງ ສປຊ.

ຍົກສູງບົດບາດຜ່ານໝາກຜົນ

ໂດຍຮັບຮູ້ໄດ້ບັນດາການນາບຂູ່ທຳລາຍບົດບາດແລະ ຄຸນຄ່າຂອງລັດທິຫຼາຍຝ່າຍ, ມີຫຼາຍປະເທດ ແລະ ອົງການໃນໄລຍະຜ່ານມາຕ້ອງສືບຕໍ່ຍົກອອກບັນດາຄຳຮຽກຮ້ອງປົກປ້ອງລັດທິຫຼາຍຝ່າຍໃນໂລກຢ່າງຕໍ່ເນື່ອງ, ໃນນັ້ນບຸລິມະສິດຮີບດ່ວນໃນສະເພາະໜ້ານັ້ນແມ່ນ ຊຸກຍູ້ ການປະຕິຮູບຢ່າງຮອບດ້ານເພື່ອຟື້ນຟູກຳລັງຄວາມສາມາດການກະທຳ, ບົດບາດສູນກາງ ແລະ  ຖືກຕ້ອງກັບບົດບາດໜ້າທີ່ຂອງ ສປຊ ແລະ ບັນດາອົງການສະມາຊິກ.

ຕາມທ່ານ Bob Rae ປະທານສະພາເສດຖະກິດ ແລະ ສັງຄົມ ຂອງ ສປຊ (ECOSOC) ແລ້ວ, ສະພາບການໂລກໃນປັດຈຸບັນພວມມີສັນຍານອັນຕະລາຍດຄ້າຍຄືກັນກັບໄລຍະຕົ້ນສະຕະວັດທີ 20, ຈຸດເວລາກ່ອນທີ່ອົງການ ສປຊ ໄດ້ກຳນົດຄືປັດຈຸບັນ, ເມື່ອວິກິດການເສດຖະກິດ, ການບົນຕົວຂອງລັດທິຊາດຫົວຮຸນແຮງ, ການຕັດແຍກກ່ຽວກັບການຄ້າ ໄດ້ພາໄປເຖິງການປະທະກັນທີ່ບໍ່ສາມາດຄວບຄຸມໄດ້ ກ່ຽວກັບພູມີສາດການເມືອງ. ດັ່ງນັ້ນ, ບັນດາປະເທດສະມາຊິກນັບທັງ ສປຊ ຕ້ອງຖອດຖອນບົດຮຽນຈາກອະດີດ ເພື່ອປ່ຽນແປງໃໝ່, ຜ່ານນັ້ນປົກປ້ອງ ແລະ ສ້າງລັດທິຫຼາຍຝ່າຍໃໝ່ເໝາະສົມກັບບັນດາສິ່ງທ້າທາຍຂອງຍຸກສະໄໝປັດຈຸບັນ.

ພວກເຮົາຕ້ອງຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງ ສປຊ ຜ່ານບັນດາໝາກຜົນ, ຈາກນັ້ນພິສູດໄດ້ວ່າລັດທິຫຼາຍຝ່າຍນຳມາເຊິ່ງບັນດາຜົນປະຫຍດທີ່ແທ້ຈິງ, ເປັນຮູບປະຈຳ ໃຫ້ທຸກຄົນໃນທຸກຂັ້ນຂອງສັງຄົມ. ສິ່ງນີ້ມີຄວາມໝາຍວ່າຕ້ອງສົມທົບກັນຢນາງແໜ້ນແຟນກ່ວາອີກໃນສັງຄົມພົນລະເຮືອນ, ກັບເຂດເອກະຊົນ, ກັບຊາວໜຸ່ມ, ກັບຊາວທ້ອງຖິ່ນ ແລະ ພິເສດແມ່ນອຳນາດການປົກຄອງທ້ອງຖິ່ນ, ຍ້ອນວ່ານັ້ນແມ່ນບັນດາເປົ້າໝາຍເຊິ່ງ ສປຊ ວາງອອກໄດ້ຮັບການປະຕິບັດ.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres  (ພາບ: REUTERS/Brendan McDermid)

ຕາມວົງການສັກສັງເກດການແລ້ວ, ເຖິງວ່າຖືກບັງຄັບ ແລະ ຈຳກັດ ໃນບາງບັນຫາກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຍ້ອນກົນໄກແບ່ງອຳນາດຂອງອົງການນີ້, ສປຊ ຍັງສວມບົດບາດຫຼັກແຫຼ່ງໃນການຄຸ້ມຄອງທົ່ວໂລກ ສຳລັບບັນດາເປົ້າມາຍພັດທະນາທີ່ສຳຄັນກ່ຽວກັບເສດຖະກິດ, ສັງຄົມ, ສະພາບແວດລ້ອມຢູ່ແຕ່ລະປະເທດສະມາຊິກ, ກໍ່ຄືການເຄື່ອນໄຫວປະສານງານຢູ່ລະດັບເຂດ, ພາກພື້ນ. ໃນນັ້ນ ບົດບາດຂອງ ສປຊໃນການຊຸກຍູ້ປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ ຫຼືການຮັບມືກັບວິກິດການດິນຟ້າອາກາດຍັງບໍ່ທັນສາມາດທົດແທນ ດ້ວຍກົນໄກອື່ນໄດ້. ດັ່ງນັ້ນ, ການປົກປ້ອງ ແລະ ຊຸກຍູ້ລັດທິຫຼາຍຝ່າຍ, ໃນນັ້ນແມ່ນ ສປຊ ສວມບົດບາດໃຈກາງ, ຍັງແມ່ນການຄັດເລືອກເໝາະສົມກັບຜົນປະໂຫຍດຂອງ ປະເທດສ່ວນຫຼາຍໃນປັດຈຸບັນ ໃນປະຊາຄົມສາກົນ.

TAG
VOV/VOVworld/ສະ​ຫະ​ປະ​ຊາ​ຊາດ/ລັດ​ທິຫຼາຍ​ຝ່າຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ