logo

ສິດ​ທິ​ມະ​ນຸດ​ກາຍ​ເປັນ​ເນື້ອ​ໃນ​ທາງ​ການ​ໃນ​ການ​ສຶກ​ສາ ຂອງ ຫວຽດ​ນາມ

2025/12/30 | 08:50:37
(VOVWORLD) - ກອງປະຊຸມເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ ໃນວິວັດການປະຕິບັດແຜນຮ່າງ 1309.
ກອງປະຊຸມສະຫຼຸບ 8 ປີແຫ່ງການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າລາຍການສຶກສາ ໃນລະບົບສຶກສາປະຊາຊົນທົ່ວປະເທດ (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບບັນດາກະຊວງສຶກສາທິການ ແລະ ບຳລຸງສ້າງ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ຈັດກອງປະຊຸມສະຫຼຸບ 8 ປີແຫ່ງການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າລາຍການສຶກສາ ໃນລະບົບສຶກສາປະຊາຊົນທົ່ວປະເທດ (ແຜນຮ່າງ1309). ກອງປະຊຸມເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ ໃນວິວັດການປະຕິບັດແຜນຮ່າງ 1309. ທ່ານ ສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຖືວ່າ:

ຫວນຄືນໄລຍະທາງ 8 ປີແຫ່ງການຜັນຂະຫຍາຍການປະຕິບັດແຜນຮ່າງ 1309, ພວກເຮົາ ອາດຢັ້ງຢືນໄດ້ວ່າ ເລື່ອງແຜນຮ່າງໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ເຂັ້ມງວດ ແລະ ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ. ສຳຄັນທີ່ສຸດແມ່ນການປ່ຽນແປງຄວາມຮັບຮູ້. ແລະຕົວຈິງແລ້ວ, ຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບສິດທິມະນຸດ ໄດ້ມີການປ່ຽນແປງໂດຍພື້ນຖານ ແລະ ຕັ້ງໜ້າທີ່ສຸດ.

TAG
VOV/VOVworld/ສິດ​ທິ​ມະ​ນຸດ​/ການ​ສຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ