logo

ສິນຄ້າຜ່ານແດນຕົ້ນປີ 2026 ຢ່າງຄັບຄາໜາແໜ້ນ

2026/1/2 | 07:54:18
(VOVWORLD) - ໃນມື້ທຳອິດຂອງປີໃໝ່ 2026, ມີລົດຂົນສົ່ງສິນຄ້າເກືອບ 1.200 ຄັນໄດ້ຜ່ານແດນຢູ່່ບັນດາດ່ານຊາຍແດນໃນບໍລິເວນແຂວງ ລ້າງເຊີນ.
(ຍອດຈຳນວນປະລິມານຜະລິດຕະພັນກະເສດສົ່ງອອກແມ່ນປະມານກວ່າ 3.700 ໂຕນ, ນຳເຂົ້າປະມານເກືອບ 3.300 ໂຕນ)

ໃນນັ້ນ, ຍອດຈຳນວນປະລິມານຜະລິດຕະພັນກະເສດສົ່ງອອກແມ່ນປະມານກວ່າ 3.700 ໂຕນ, ນຳເຂົ້າປະມານເກືອບ 3.300 ໂຕນ. ການເຄື່ອນໄຫວສົ່ງອອກ - ນຳເຂົ້າສິນຄ້າຢູ່ບັນດາດ່ານຊາຍແດນໄດ້ດຳເນີນໄປເປັນປົກກະຕິ, ລຸລ່ວງ. ຕາມການສະຖິຕິ, ການເຄື່ອນໄຫວສົ່ງອອກ- ນຳເຂົ້າໄດ້ດຳເນີນໄປຢູ່ດ່ານຊາຍແດນສາກົນ ຮຶວງີ້ ເປັນຕົ້ນ. ທ່ານ ຮ່ວາງດິ່ງເຈືອງ, ຜູ້ຕາງໜ້າວິສາຫະກິດສົ່ງອອກ - ນຳເຂົ້າ, ໃຫ້ຮູ້ວ່າ:

        “ບັນດາກຳລັງຢູ່ດ່ານຊາຍແດນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດທີ່ສຸດ. ຂ້າພະເຈົ້າເຫັນວ່າ, ເມື່ອມີບັນດາພື້ນຖານການແອັບຫັນເປັນດີຈີຕອນ, ວິສາຫະກິດຈະມີຄວາມສະດວກຫຼາຍຂຶ້ນ. ອາດສາມາດຄວບຄຸມຈຳນວນປະລິມານສິນຄ້າຜ່ານແດນໄດ້, ໃນ 1 ເດືອນ ຫຼື 1 ປີ, ລ້ວນແຕ່ມີຕົວເລກລະອຽດ. ພ້ອມກັນນັ້ນ, ກໍ່ສາມາດກວດກາບັນດາຂັ້ນຕອນ, ລະບຽບການນັບແຕ່ເມື່ອລົດເລີ່ມເຂົ້າມາດ່ານຊາຍແດນຈົນຮອດຕອນອອກຈາກຊາຍແດນ”.

TAG
VOV/VOVworld/​ສະ​ຖິ​ຕິ/​ເຄື່ອນ​ໄຫວ/​ສົ່ງ​ອອກ/ນຳ​ເຂົ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ