ສັນຍາຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ: ບາດກ້າວສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ
![]() ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ Pham Binh Minh ແລະ ທ່ານນາງ Catherine Ashton ຜູ້ຕາງຫນ້າຂັ້ນສູງຂອງ EU ພາບ:ec.europa.eu |
“ສັນຍາ PCA ຄັ້ງນີ້ ແມ່ນເປີດກວ້າງບັນດາຂອບເຂດຊຶ່ງ ຫວຽດນາມ ມີຄວາມຕ້ອງການທີ່ສຸດ, ຕົວຢ່າງຄື: ຂົງເຂດວິທະຍາສາດ ເຕັກໂນໂລຊີ, ສຶກສາບຳລຸງສ້າງ.ນັ້ນແມ່ນບັນດາຂົງເຂດຊຶ່ງ ຫວຽດນາມ ຕ້ອງການ ແລະ EU ມີທ່າແຮງ. ພ້ອມກັນນັ້ນ ສຳລັບສັນຍາ PCA, EU ສາມາດຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດສາກົນ, ທົ່ວໂລກ,ນັ້ນແມ່ນການສະແດງໃຫ້ເຫັນບົດບາດຂອງ ຫວຽດນາມ ໃນເວທີສາກົນ, ຕົວຢ່າງຄື: ການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບສິ່ງທ້າທາຍກ່ຽວກັບອາດຊະຍາກຳຂ້າມຊາດຄື: ໄພກໍ່ການຮ້າຍ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ. ນັ້ນແມ່ນບັນດາຂົງເຂດຊຶ່ງ EU ຕ້ອງການມີການຮ່ວມມືຈາກຝ່າຍຫວຽດນາມ.”
ເມື່ອຕີລາຄາກ່ຽວກັບແງ່ຫວັງການພົວພັນລະຫວ່າງ ຫວຽດນາມ ແລະ EU ພາຍຫລັງລົງນາມໃນສັນຍາ PCA, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ Pham Binh Minh ເນັ້ນຫນັກວ່າ: ສອງຝ່າຍລ້ວນແຕ່ມີຄວາມປະເອີບໃຈ ຍ້ອນຫລາຍເຫດຜົນ. ທີຫນຶ່ງແມ່ນ: ຍາມໃດ ການນຳຂັ້ນສູງສອງຝ່າຍ ກໍຖືການພັດທະນາການພົວພັນສອງຝ່າຍເປັນສຳຄັນ. ຄຽງຄູ່ກັນນັ້ນ ດ້ວຍທີ່ຕັ້ງບົດບາດດ້ານການເມືອງ ເສດຖະກິດສຳຄັນຂອງ ຫວຽດນາມ ໃນພາກພື້ນ, ເລື່ອງພັດທະນາການພົວພັນກັບ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ EU ຊຸກຍູ້ການພົວພັນ ແລະ ເພີ່ມທະວີບົດບາດຢູ່ ພາກພື້ນອາຊີຕາເວັນອອກສຽງໃຕ້. ສິ່ງດັ່ງກ່າວຍິ່ງໄດ້ຮັບການປັບປຸງ ເມື່ອ ຫວຽດນາມ ດຳລົງຕຳແຫນ່ງເປັນປະທານ ອາຊຽນ ປີ 2010 ປະສົບຜົນສຳເລັດ ແລະ ວັນທີ 1/7 ຈະມາເຖິງ ຫວຽດນາມ ຈະເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ ແລະ EU ແລະ ດຳລົງຕຳແຫນ່ງເປັນເລຂາທິການໃຫຍ່ ອາຊຽນ ໃນປີ 2013. ເຫດຜົນຫນຶ່ງອີກ ນັ້ນແມ່ນຄວາມສາມາດບົ່ມຊ້ອນການຮ່ວມມືການຄ້າການລົງທຶນລະຫວ່າງສອງຝ່າຍ ຍັງໃຫຍ່ຫລວງຢູ່. ເຖິງວ່າ ໃນໄລຍະຜ່ານມາ ຫວຽດນາມ ແລະ EU ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເສດຖະກິດ ແຕ່ການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ EU ຍັງມີການເຕີບໂຕຢ່າງຕັ້ງຫນ້າ. ປີ 2011, ການຄ້າສອງສົ້ນ ຫວຽດນາມ ແລະ EU ບັນລຸກວ່າ 24 ຕື້ USD, ເພີ່ມຂຶ້ນກວ່າ 36% ເມື່ອທຽບໃສ່ປີ 2010. ເຖິງຢ່າງໃດກໍຕາມ, EU ຍັງແມ່ນຕະຫລາດໃຫຍ່ ແຕ່ການພົວພັນດ້ານການຄ້າກັບ ຫວຽດນາມ ບັນລຸພຽງກວ່າ 0,5% ມູນຄ່າການຄ້າສາກົນຂອງ EU. ເລື່ອງ ຫວຽດນາມ ແລະ EU ລົງນາມໃນສັນຍາ PCA ແລະ ເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA) ຢ່າງເປັນທາງການ ຈະຊ່ວຍໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນກວ່າ. ທ່ານ Franz Jessen ເອກອັກຄະລັດຖະທູດ, ຫົວຫນ້າຄະນະກຳມະການເອີລົບ ປະຈຳ ຫວຽດນາມ ຖືວ່າ:
“ໂດຍບໍ່ຫົວຊາຕໍ່ວິກິດການ, ເມື່ອຕີລາຄາກ່ຽວກັບການພົວພັນດ້ານການຄ້າສອງຝ່າຍ ຫວຽດນາມ ແລະ EU ບໍ່ຖືກຜົນສະທ້ອນປານໃດ. ແລະ ປີນີ້ ວົງເງິນການຄ້າສອງສົ້ນອາດຈະເພີ່ມຂຶ້ນຢ່າງກ້າວກະໂດດ. ສະນັ້ນ ຂ້າພະເຈົ້າຖືວ່າ: ການເຈລະຈາ FTA ບໍ່ພຽງແຕ່ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ ຫວຽດນາມ ເທົ່ານັ້ນ ຫາກ EU ກໍຈະໄດ້ຮັບຜົນດີອີກດ້ວຍ.”
ປະຈຸບັນ ພາຍຫລັງລົງນາມໃນສັນຍາ PCA ແລະ ເລີ່ມຕົ້ນການເຈລະຈາ FTA ລະຫວ່າງ ຫວຽດນາມ ແລະ EU, ສອງຝ່າຍພວມຮີບເຮັ່ງຜັນຂະຫຍາຍບາງເນື້ອໃນຄື: ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ຊຸກຍູ້ EU ຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດໃຫ້ແກ່ ຫວຽດນາມ ໂດຍໄວ ແລະ ຮ່ວມມືໃນບັນດາຂົງເຂດອື່ນຄື: ການສຶກສາ ແລະ ບຳລຸງສ້າງ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ສະກັດກັ້ນ ແລະ ບັນເທົາໄພທຳມະຊາດ. ສອງຝ່າຍກໍເຫັນດີຈະເພ່ີມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ,ໃນນັ້ນມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Herman Van Rompuy ປະທານສະພາເອີລົບ ໃນໄລຍະທ້າຍປີນີ້.
ເລື່ອງຜັນຂະຫຍາຍບັນດາເນື້ອໃນທີ່ບັນລຸໄດ້ໃນສັນຍາ PCA ໃນໄລຍະຈະມາເຖິງແນ່ນອນວ່າຈະປະສົບກັບສິ່ງທ້າທາຍຫລາຍຢ່າງ. ແຕ່ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງແຂງແຮງຂອງການນຳຂັ້ນສູງສອງຝ່າຍ, PCA ຈະແມ່ນປະຖົມປັດໃຈສຳຄັນ, ສ້າງກຳລັງຫນູນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ ຫວຽດນາມ ແລະ EU ເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງເຂດໃນຊຸມປີຈະມາເຖິງ.




