ວັນທີ 15 ກຸມພາ, ສັນຕະປະປາ Pope Leo 14 ໄດ້ຢືນຢູ່ປະຕູປ່ອງຢ້ຽມເພື່ອເປັນປະທານອ່ານອະທິຖານພ້ອມກັບຜູ້ເຊື່ອຖື ແລະ ແຂກທ່ອງທ່ຽວຢູ່ສະໜາມຫຼວງພະວິຫານ Phêrô ຢູ່ Vatican. ສັນຕະປະປາ ໄດ້ສົ່ງຄຳອວຍພອນເຖິງນັບຕື້ຄົນທີ່ພວມລໍຖ້າຕ້ອນຮັບບຸນເຕັດໃນທົ່ວໂລກ.
ສັນຕະປະປາ ໄດ້ສົ່ງຄຳອວຍພອນເຖິງກວ່າ 2 ຕື້ຄົນ ທີ່ພວມລໍຖ້າຕ້ອນຮັບບຸນປີໃໝ່ໄລ່ຕາມຈັນທະປະຕິທິນທີ່ເປັນມູນເຊື້ອ, ໃນນັ້ນສ່ວນຫຼາຍແມ່ນຢູ່ບັນດາປະເທດ ຈີນ, ສ.ເກົາຫຼີ, ຫວຽດນາມ ແລະ ຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ. ສັນຕະປະປາ ສະແດງຄວາມຫວັງວ່າ ໃນໂອກາດບຸນເຕັດຈະມາເຖິງນີ້ ຈະກາຍເປັນໂອກາດເພື່ອໂລກພ້ອມກັນມຸ່ງໄປເຖິງອະນາຄົດ, ສ້າງສັນຕິພາບ ແລະ ຄວາມວັດທະນະຖາວອນໃຫ້ທຸກຊົນຊາດ.




