logo

ສູນປິ່ວປົວ ແລະບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ - ບ່ອນຜ່ອນຄາຍຄວາມເຈັບປວດຈາກສົງຄາມ

2020/7/24 | 09:56:42
(VOVWORLD) -ສູນປິ່ວປົນ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ, ໄດ້ຮັບການສ້າງຕັ້ງເມື່ອປີ 1957, ຂຶ້ນກັບກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ.

ສູນດັ່ງກ່າວມີບົດບາດໜ້າທີ່ຕ້ອນຮັບ, ຄຸ້ມຄອງ, ປິ່ນປົວ, ລ້ຽງດູ, ຟື້ນຟູອະໄວຍະວະ ແລະ ປະຕິບັດບັນດາລະບອບນະໂຍບາຍໃຫ້ແກ່ບັນດາທະຫານເສຍອົງຄະເຈັບໜັກທີ່ມີອັດຕາສ່ວນການອອກແຮງງງານຊຸດໂຊມເຖິງ 81% ຂຶ້ນໄປໃນບໍລິເວນທົ່ວປະເທດ. ປະຈຸບັນ, ສູນດັ່ງກ່າວພວມເບິ່ງແຍງດູແລທະຫານເສຍອົງຄະເກືອບ 60 ຄົນທີ່ມາຈາກ 13 ແຂວງ, ນະຄອນໃນທົ່ວປະເທດ.

ປະຕູທາງເຂົ້າສູນປິ່ວປົນ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ
ຕົ້ນໄມ້ຂຽວທີ່ຢູ່ອ້ອມແອ້ມບ່ອນພັກເຊົາຂອງບັນດາທະຫານເສຍອົງຄະ, ໄດ້ສ້າງບັນຍາກາດປອດໂປ່ງ, ເຢັນສະບາຍໃນຍາມລະດູແລ້ງ.
ເຖິງວ່າສົງຄາມໄດ້ຜ່ານພົ້ນໄປແລ້ວກໍ່ຕາມ, ແຕ່ບັນດາບາດແຜຈາກສົງຄາມຍັງມີຢູ່ຕາມຕົນຕົວຂອງບັນດາທະຫານ.
ທ່ານ ເລດິ່ງເອິນ, ທະຫານເສຍອົງຄະ ¼ ຖືກຂາກຸດທັງ 2 ເບື້ອງໃນຂະນະທີ່ເຂົ້າຮ່ວມການປົກປັກຮັກສາຊາຍແດນຢູ່ທາງພາກເໜືອໄລຍະ 1979 – 1991.
ຖັນແຖວແພດໝໍໄດ້ປະຈຳການຕະຫຼອດເພື່ອປິ່ນປົວໃຫ້ບັນດາທະຫານເຈັບປ່ວຍ ແລະ ເສຍອົງຄະໄດ້ຢ່າງທັນການ
ໃນຊຸມມື້ຂອງເດືອນ ກໍລະກົດ ແມ່ນໂອກາດເພື່ອໃຫ້ບັນດາທະຫານເສຍອົງຄະໄດ້ນຸ່ງຊຸດທະຫານ ແລະ ໃສ່ຫຼຽນກາວິລະກຳ.
ວັນທີ 16 ກໍລະກົດ 2020, ຄະນະປະຕິບັດງານກອງບັນຊາການຕຳຫຼວດທະເລ ແລະ ສະມາຄົມນັກຮົບເກົ່ານະຄອນຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ສູນແຫ່ງນີ້.
ບັນດາທະຫານເສຍອົງຄະພົບປະກັບອົງການຈັດຕັ້ງມະຫາຊົນໃນວັນທີ 16 ກໍລະກົດ 2020.
ໂດຍໄດ້ຮັບການຢື້ຢາມຖາມຂ່າວ, ບັນດາທະຫານເສຍອົງຄະມີຄວາມຮູ້ສຶກວ່າຄື ໄດ້ຈາລຶກບຸນຄຸນກ່ຽວກັບການເສຍສະຫຼະຂອງຕົນອີກຄັ້ງໜຶ່ງ.

ທ່ານນາງ ມ້າທິບິ໊ກຍ້ານ, ຫົວໜ້າສູນປິ່ນປົວ ແລະ ບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ຢຸຍຕຽນ, ໃຫ້ຮູ້ວ່າ, ທາງສູນຈະມານະພະຍາຍາມໃຫ້ຫຼາຍກວ່ານີ້ຕື່ມອີກ, ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາທະຫານເສຍອົງຄະທີ່ພວມປິ່ນປົວຢູ່ສູນແຫ່ງນີ້, ນັ້ນແມ່ນນ້ຳໃຈ, ຄວາມເອົາໃຈໃສ່ເຊິ່ງຊາວຫວຽດນາມ ແຕ່ລະຄົນຕ້ອງຈາລຶກບຸນຄຸນຕໍ່ຄົນລຸ້ນກ່ອນໆ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ