ຕາຊົວນອນຢູ່ຈຸດທີ່ສູງກ່ວາ 1500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ. ປັດຈຸບັນຕາຊົວ ມີເນື້ອທີ່ຊາຊານຕວຽດກ່ວາ 200 ແຮກຕາ, ໃນນັ້ນເກືອບເຄິ່ງໜຶ່ງແມ່ນ ຕົ້ນຊາໃຫຍ່ມີອາຍຸນັບພັນປີ.
ຊາວຕາແສງຕາຊົວເກັບກູ້ຊາຊານຕວຽດ.
ດອກຊາຢູ່ແຫ່ງນີ້ກໍ່ມີຄວາມງົດງາມຫຼາຍກ່ວາເມື່ອທຽບໃສ່ແຫ່ງອື່ນໆ.
ຊາວເຜົາມົ້ງໄປເດັດຊາ ຢູ່ຕາມເນີນພູ ໂດຍໃຊ້ມືດຽວ, ເດັດເທື່ອລະໃບ ຮອດເວລາເຕັມມື ຈຶ່ງເອົາໃສ່ກະພາ ຢູ່ທາງຫຼັງ.
ຊາຊານຕວຽດ ແມ່ນຊາທີ່ມີໃບໃຫຍ່ ສີຂຂາວໜົ່ນ, ຢູ່ດ້ານລຸ່ມກໍ່ມີຂົນອ່ອນຊັ້ນໜຶ່ງ ແຫລກແລະ ຂາວ
ຊາຊານຕວຽດເມື່ອເດັດມາ ກໍ່ນຳໄປຕາກ ບາງຄັ້ງກໍ່ຕ້ອງຄົນໃຫ້ແຫ້ງສະເໝີ
ຄຸນນະພາບຂອງຊາ ແມ່ນຕ້ອງຂຶ້ນກັບປະສົບການຂອງຜູ້ປຸງແຕ່ງ
ອາທິດໜຶ່ງ ຄອບຄົວໜຶ່ງສາມາດເຮັດຊາໄດ້ພຽງບາງໂລເທົ່ານັ້ນ
ຊາຕາຊົວ ຢູ່ເມືອງບັກອຽນແຂວງເຊີນລາແມ່ນໜຶ່ງໃນບັນດາປະເພດຊາທີ່ມີລົດຊາດຫອມພິເສດກ່ວາໝູ່ຕາມວິທີດື່ມນ້ຳຊາຂອງຊາວຫວຽດນາມ.