logo

ສູນວັນເສົາ - ເຂດວັດທະນະທຳສິລະປະໃໝ່ຢູ່ຮ່າໂນ້ຍ

2021/11/20 | 15:16:00
(VOVWORLD) - ສູນວັນເສົາ - ສູນປະດິດຄິດສ້າງໃໝ່ ດ້ວຍຄວາມຫວັງປະກອບສ່ວນຊຸກຍູ້ ຂະແໜງອຸດສາຫະກຳວັດທະນະທຳຫວຽດນາມ ຫາກໍ່ເປີດນຳເຂົ້າເຄື່ອນໄຫວໃນວັນທີ 12 ພະຈິກ ປີ 2021.
ໂດຍຖືກຕັ້ງ ຢູ່ເຮືອນເລກທີ 121 ຖະໜົນ 8/3 ສູນວັນເສົາ ບໍ່ພຽງແຕ່ແມ່ນເຂດສິລະປະ ເທົ່ານັ້ນ ຫາກຍັງແມ່ນ ຫໍສະໝຸດແຫ່ງໜຶ່ງ ດ້ວຍປຶ້ມນັບພັນຫົວ ກ່ຽວກັບວັນນະຄະດີສິລະປະ, ວິຈິດສິນ, ສະຖາປັດຕະຍາກຳ… ພ້ອມກັບເຂດເຮັດວຽກ, ຫ້ອງທົດລອງອາຫານການກິນ…
ບັນດາຜູ້ສ້າງຕັ້ງສູນມຸ່ງໄປສູ່ການພັດທະນາ ບັນດາຜະລິດຕະພັນປະດິດຄິດສ້າງ ຫຼາຍຮູບຫຼາຍສີ, ຈາກພື້ນຖານວັດທະນະທຳ ແລະ ພູນປັນຍາ
ສູນວັນເສົາໄດ້ຮັບການລົງທຶນຢ່າງລະອຽດເພື່ອສ້າງເຂດປະດິດຄິດສ້າງ ທັນສະໄໝ ມີພາຫະນະອຸປະກອນຄົບທຸກຢ່າງ ແຕ່ກໍ່ມີຄວາມໃກ້ຊິດສະໜິດສະໜົມກັບທຳມະຊາດ
ຫໍສະໝຸດຢູ່ສູນວັນເສົາ ແມ່ນບ່ອນສະໜອງບັນດາເອກະສານໃໝ່ທີ່ສຸດ ກ່ຽວກັບຂະແໜງອຸດສາຫະກຳວັດທະນະທຳ
ສຳລັບບັນດາສ່ວນບຸກຄົນ, ວິສາຫະກິດ ເຄື່ອນໄຫວໃນຂະແໜງອຸດສາຫະກຳສະບຽງອາຫານ ແລະ ອອກແບບອຸດສາຫະກຳ, ສູນວັນເສົາ ຊ່ວຍສະໜອງບັນດາພາຫະນະອຸປະກອນຮັບໃຊ້ການຄົ້ນຄ້ວາ ແລະ ພັດທະນາຜະລິດຕະພັນຄື: ຫ້ອງທົດລອງ ສະບຽງອາຫານ, ເຄື່ອງພິມ 3D, ບັນດາອຸປະກອນຖ່າຍຮູບຜະລິດຕະພັນສະເພາະ.
ສູນຍັງແມ່ນບ່ອນດຳເນີນບັນດາການເຄື່ອນໄຫວເຊື່ອມຕໍ່, ແນະນຳຜະລິດຕະພັນ, ຮຽກຮ້ອງການລົງທຶນ, ຈັດຕັ້ງກອງປະຊຸມສຳມະນາ, ງານວາງສະແດງແນໃສ່ປະກອບສ່ວນສ້າງປະຊາຄົມວິສາຫະກິດປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ ແລະ ພັດທະນາຢ່າງແຂງແຮງ.
ນາງຫງວຽນທິຖຸຍເຟືອງ ຜູ້ສ້າງຕັ້ງສູນວັນເສົາ ກ່າວຄຳເຫັນທີ່ພິທີເປີດນຳສູນເຂົ້າເຄື່ອນໄຫວ
ສູນຍັງແມ່ນບ່ອນດຳເນີນບັນດາການເຄື່ອນໄຫວເຊື່ອມຕໍ່, ແນະນຳຜະລິດຕະພັນ, ຮຽກຮ້ອງການລົງທຶນ, ຈັດຕັ້ງກອງປະຊຸມສຳມະນາ, ງານວາງສະແດງແນໃສ່ປະກອບສ່ວນສ້າງປະຊາຄົມວິສາຫະກິດປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ ແລະ ພັດທະນາຢ່າງແຂງແຮງ.
ເນື່ອງໃນໂອກາດພິທີເປີດນຳເຂົ້າເຄື່ອນໄຫວ, ສູນວັນເສົາໄດ້ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມຄົ້ນຫາໃນຂົງເຂດສິລະປະຂອງ ຈິດຕະກອນ ຕະຮຸຍລອງ ໃນທຸກໆວັນເສົາປະຈຳອາທິດ, ເລີ່ມແຕ່ວັນທີ 12 ພະຈິກ ແລະ ແກ່ຍາວຈົດຮອດວັນທີ 11 ທັນວາ ຈຶ່ງຈະອັດລົງ
ມາຢ້ຽມຊົມສູນແຫ່ງນີ້, ຜູ້ຊົມຈະໄດ້ຮັບຊົມຜະລິດຕະພັນຈິດຕະກຳປະມານ 40 ຢ່າງຄື: ພາບຄັດມັນ, ພາບສີນ້ຳ, ບັນດາຜະລິດຕະພັນຮູບແກະຄວັດສະຫຼັກ…

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ