![]() |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ຄວນສືບຕໍ່ຖືບັນດາຫຼັກການກຳນົດທິດທີ່ມີຄວາມສຳຄັນນີ້ເປັນສຳຄັນ ເພື່ອແນໃສ່ຮັບປະກັນອາຊີຕາເວັນອອກ ແມ່ນກົນໄກເຈລະຈາ, ຮ່ວມມື ແລະ ຫຼຸດຜ່ອນຄວາມສັບສົນກ່ຽວກັບຍຸດທະສາດ.
ໂດຍສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຢ່າງສັບສົນຢູ່ບັນດາຈຸດຮ້ອນເຮັ່ງຢູ່ພາກພື້ນ ໃນນັ້ນມີທະເລຕາເວັນອອກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:
“ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ແລະ ຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍ. ພວກຂ້າພະເຈົ້າເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຈົ່ງອົດກັ້ນ ເພື່ອແນໃສ່ສະກັດກັ້ນບັນດາການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ກໍ່ການຂັດແຍ້ງກັນ ແລະ ສົ່ງຜົນກະທົບບໍ່ດີຕໍ່ສະພາບແວດລ້ອມຢູ່ທະເລ. ບັນດາຄວາມແຕກໂຕນກັນ ແລະ ການຂັດແຍ້ງກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີທີ່ສອດຄອ່ງກັບກົດໝາຍສາກົນ; ສິດ ແລະ ຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງບັນດາປະເທດ ຕ້ອງໄດ້ຮັບການເຄົາລົບຢ່າງຄົບຖ້ວນ. ປັດຈຸບັນ, ອາຊຽນ ແລະ ຈີນ ພວມສືບຕໍ່ສົມທົບກັນຢ່າງຕັ້ງໜ້າເພື່ອມຸ່ງໄປເຖິງການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ມີລັກສະນະສະເໝີຕົ້ນສະເໝີປາຍກັບກົດໝາຍສາກົນ ແລະ UNCLOS 1982. ພວກຂ້າພະເຈົ້າ ຫວັງວ່າ ຈະໄດ້ຮັບການໜູນຊ່ວຍ ແລະ ການເຂົ້າຮ່ວມຂອງບັນດາປະເທດ ອາຊີຕາເວັນອອກເຂົ້າໃນວິວັດທະນາການດັ່ງກ່າວ. ຂ້າພະເຈົ້າຂໍຢ້ຳຄືນວ່າ ຫວຽດນາມ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນກ່ຽວກັບອະທິປະໄຕນິຕິກຳ ສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ”.
ສິ້ນສຸດກອງປະຊຸມ, ບຣູໄນ, ປະທານ ອາຊີຕາເວັນອອກ EAS ໄດ້ອອກຖະແຫຼງການປະທານ ກ່ຽວກັບໝາກຜົນກອງປະຊຸມ.




