(ພາບປະກອບ: tuyengiao.vn) |
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ ການຫັນເປັນດີຈີຕອນ ແມ່ນກຳລັງໜູນຂອງການພັດທະນາເສດຖະກິດຂອງປະເທດຊາດ. ຕາມການກຳນົດທິດນີ້, ເດືອນພຶດສະພາ 2021, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາລັດຖະບານດີຈີຕອນ, ມຸ່ງໄປເຖິງລັດຖະບານດີຈີຕອນ ໄລຍະ 2021 – 2025, ວິໄສທັດຮອດປີ 2030. ຖັດຈາກນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານສ້າງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານດີຈີຕອນໃຫ້ສົມບູນແບບ. ຫວ່າງມໍ່ໆມານີ້, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ກໍໄດ້ຍື່ນສະເໜີ ຮ່າງຍຸດທະສາດພັດທະນາເສດຖະກິດດີຈີຕອນ, ສັງຄົມຕໍ່ລັດຖະບານ ດ້ວຍເນື້ອໃນກວມລວມ, ກຳນົດທິດຫັນເປັນດີຈີຕອນໃນຂົງເຂດຕ່າງໆ, ພິເສດແມ່ນ 8 ຂົງເຂດທີ່ໃຫ້ບຸລິມະສິດຫັນເປັນດີຈີຕອນ. ນີ້ໄດ້ຮັບການຕີລາຄາວ່າ ແມ່ນບັນດາບາດກ້າວທີ່ມີລັກສະນະກຳນົດທິດ ແລະ ແມ່ນມາດຕະການສຳຄັນ, ພ້ອມທັງແມ່ນກຳລັງໜູນທີ່ໃຫຍ່ຫຼວງສຳລັບຂະບວນການຫັນເປັນດີຈີຕອນຢູ່ ຫວຽດນາມ. ປະສິດທິຜົນທີ່ໄດ້ຮັບການຮັບຮອງໃນຕົວຈິງ ແມ່ນການຫັນເປັນດີຈີຕອນໄດ້ມີຄວາມຄືບໜ້າຢ່າງຕັ້ງໜ້າ, ໂດຍສະເພາະແມ່ນການຮັບຮູ້. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ຢັ້ງຢືນວ່າ:
“ການຫັນເປັນດີຈີຕອນໃນປີ 2021, ໃນເບື້ອຕົ້ນແມ່ນບັນລຸໄດ້ບາງໝາກຜົນສຳຄັນ. ຈະແຈ້ງທີ່ສຸດແມ່ນຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໃນອົງການຈັດຕັ້ງລັດ, ວິສາຫະກິດ ແລະ ປະຊາຊົນ ໄດ້ຮັບການຍົກສູງຂຶ້ນ. ເຕັກໂນໂລຢີດີຈີຕອນ ໄດ້ເຊື່ອມຊຶມເຂົ້າໃນການເຄື່ອນໄຫວຂອງລັດຖະບານ, ຂະແໜງການເສດຖະກິດ ແລະ ສັງຄົມ ເທື່ອລະກ້າວ”.
ສິ່ງທີ່ໜ້າສົນໃຈແມ່ນ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ຄວາມມານະພະຍາຍາມຫັນເປັນດີຈີຕອນພັດໄດ້ຮັບການເພີ່ມທະວີຄວາມໄວໃນເກືອບທຸກຂັ້ນ ແລະ ທຸກຂົງເຂດ. ການຫັນເປັນດີຈີຕອນ ນັບມື້ນັບເຂົ້າສູ່ລ່ວງເລິກໃນທຸກດ້ານຂອງຊີວິດ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ, ພົ້ນເດັ່ນແມ່ນໃນບັນດາຂົງເຂດເສດຖະກິດ, ການສຶກສາ, ການຄ້າເອເລັກໂຕນິກ ຫຼືການຄຸ້ມຄອງລັດ… ທ່ານ ຫງວຽນວັນຄວາ, ປະທານສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຕີລາຄາວ່າ:
“ການຫັນເປັນດີຈີຕອນພວມສ້າງການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນທຸກຂົງເຂດ. ຕົວຢ່າງຄືຢູ່ ດ່າໜັງ, ປະຊາຊົນສາມາດເຮັດລະບຽບການລົງທະບຽນຊື້ໄຟຟ້າດ້ວຍການປະຕິບັດບາງຂັ້ນຕອນທີ່ງ່າຍໆໃນໂທລະສັບມືຖືສະມາດໂຟນ. ຢູ່ລ້າງເຊີນ, ນາຍບ້າຍໄດ້ກາຍເປັນຫົວໜ້າກຸ່ມເຕັກໂນໂລຢີວົງຄະນະຍາດ, ແນະນຳພໍ່ແມ່ປະຊາຊົນພັດທະນາຫ້າງຮ້ານເປັນດີຈີຕອນ, ຊ່ວຍຍົກລາຍຮັບຂາຍຜະລິດຕະພັນກະເສດແບບອອນລາຍເພີ່ມຂຶ້ນທົບ 174 ເທົ່າ. ຢູ່ ກວາງນິງ, ເຈົ້າແຂວງນັ່ງຢູ່ຫ້ອງເຮັດວຽກສາມາດເຂົ້າໃນລະບົບ ແລະ ກຳໄດ້ຂັ້ນຕອນ, ຄວາມຄືບໜ້າຂອງການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດແຕ່ຂັ້ນຕາແສງຂຶ້ນໄປ”.
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ່ງຮຸ່ງ |
“ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຈົ່ງຮັບເອົາຄວາມຮັບຜິດຊອບພັດທະນາບັນດາພື້ນຖານຫັນເປັນດີຈີຕອນແຫ່ງຊາດ. ການຮັບເອົາການພັດທະນາບັນດາພື້ນຖານດີຈີຕອນນີ້ແມ່ນຮັບພາລະກຳຂອງຊາດ. ເພາະວ່າ ບັນດາພື້ນຖານນີ້ ແມ່ນໂຄງລ່າງຂອງພື້ນຖານເສດຖະກິດດີຈີຕອນ ແລະ ບໍ່ພຽງແຕ່ເທົ່ານັ້ນ, ມັນຍັງຮັກສາຊັບພະຍາກອນທາງຂໍ້ມູນຂອງຊາວ ຫວຽດນາມ. ບັນດາພື້ນຖານດີຈີຕອນນີ້ ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດດີຈີຕອນໂດຍໄວ, ສ້າງກຳລັງໜູນແກ່ການເຕີບໂຕແບບຍືນຍົງ, ເພື່ອປະເທດ ຫວຽດນາມ ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045”.




