logo

ສືບ​ຕໍ່​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສິງ​ກະ​ໂປ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

2026/2/11 | 10:22:13
(VOVWORLD) - ຕອນບ່າຍວັນທີ 10 ກຸມພາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ  ແນໃສ່ສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ເລິກເຊິ່ງຂຶ້ນຕື່ມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ (ພາບ: VOV)

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສືບຕໍ່ໃຫ້ບຸລິມະສິດເປີດກວ້າງ ແລະ ຍົກລະດັບເຄືອຂ່າຍບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໄປສູ່ລຸ້ນທີ 2; ສູ້ຊົນບັນລຸ 30 ເຂດ VSIP ໃນປີ 2026. ພ້ອມດຽວກັນນັ້ນ, ກໍ່ສະເໜີໃຫ້ ສິງກະໂປ ສືບຕໍ່ເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າຜະລິດຕະພັນກະເສດ; ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການຄ້າເຂົ້າສານ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ສອງປະເທດ ກໍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນໃນການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນ; ສົ່ງເສີມບັນດາທະນາຄານ, ກອງທຶນລົງທຶນ ແລະ ວິສາຫະກິດເຕັກໂນໂລຢີການເງິນຂອງ ສິງກະໂປ ເປີດກວ້າງການຮ່ວມມື ແລະ ການເຄື່ອນໄຫວໄລຍະຍາວຢູ່ ຫວຽດນາມ, ເປີດກວ້າງການລົງທຶນໃນຂົງເຂດພະລັງງານ, ການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…

        ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence ເຫັນດີເປັນເອກະພາບຕັ້ງໜ້າຮ່ວມມືທາງດ້ານພະລັງງານ, ຂົງເຂດການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມທັງຢັ້ງຢືນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສົ່ງເສີມບັນດາມະຫາວິທະຍາໄລ ສິງກະໂປ ສະໜອງທຶນການສຶກສາ.

        ສອງຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍປະສິດທິຜົນໃນປີ 2027 ເມື່ອ ຫວຽດນາມ ຮັບປະກັນບົດບາດເປັນເຈົ້າພາບຈັດປີ APEC  ແລະ ສິງກະໂປ ຮັບດຳລົງບົດບາດເປັນປະທານ ອາຊຽນ.

ລ້າຍຮວາ

 

TAG
VOV/VOVworld/ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ/ໂອ້​ລົມ​ທາງ​ໂທ​ລະ​ສັບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ