logo

ສ​ປ​ຊ ຮຽກ​ຮ້ອງ ໃຫ້​ຢຸດ​ຍິງ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

2026/2/24 | 07:12:16
(VOVWORLD) - ພາຍຫຼັງການປະທະກັນຢູ່ ຢູແກຼນ ຄົບຮອບ 4 ປີ (24 ກຸມພາ 2022 – 24 ກຸມພາ 2026), ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຢັ້ງຢືນຄືນຄຳຮຽກຮ້ອງ “ຄຳສັ່ງຢຸດຍິງໃນທັນທີ, ຮອບດ້ານ ແລະ ບໍ່ມີເງື່ອນໄຂ” ຄືດັ່ງເປັນບາດກ້າວເດີນທຳອິດມຸ່ງໄປເຖິງພື້ນຖານສັນຕິພາບແບບຍຸຕິທຳ, ຍາວນານ ແລະ ຮອບດ້ານ.
ສ່ວນໜຶ່ງຂອງໂຮງງານກັນຕອນນ້ຳມັນຢູ່ Szazhalombatta, ຮຸງກາຣີ (ພາບ: REUTERS/Bernadett Szabo)

ໃນຖະແຫຼງການທີ່ໄດ້ຍົກອອກມາທີ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ວັນທີ 23 ກຸມພາ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ວິກິດການຢູ່ ຢູແກຼນ ຍັງຄົງແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນກໍຄືທົ່ວໂລກ; ພ້ອມທັງຢັ້ງຢືນມາດຕະການສັນຕິພາບຢ່າງຍຸຕິທຳທີ່ຕ້ອງປະຕິບັດຕາມກົດບັດ ສປຊ, ກົດໝາຍສາກົນ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ, ຮັບປະກັນເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ອົງການນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມ, ໜູນຊ່ວຍທຸກຄວາມມານະພະຍາຍາມເພື່ອມຸ່ງໄປເຖິງເປົ້າໝາຍນີ້.

ກໍໃນວັນດຽວກັນ, ສະຫະພາບເອີຣົບ (EU) ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ການລົງໂທດຄັ້ງໃໝ່ທີ່ເລັ່ງໃສ່ ລັດເຊຍ, ພາຍຫຼັງ ຮຸງກາຣີ ປະຕິເສດຂໍ້ສະເໜີດັ່ງກ່າວ.


 

TAG
VOV/VOVworld/ຮູງ​ດາ​ຣີ/ຄຳ​ສັ່ງ​ລົງ​ໂທດ/ຄຳ​ສັ່ງ​ຢຸດ​ຍິງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ