logo

ສປປ.ລາວ ປະດັບຫຼຽນໄຊອິດສະຫຼະ ໃຫ້ການນໍາຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນສູນກາງ

2018/9/5 | 08:57:00
(VOVWORLD) -ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ.

 ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ

(ພາບ: Phuong Hoa/TTXVN)

ຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ປະດັບຫຼຽນໄຊອິດສະຫຼະໃຫ້ບັນດາການນໍາຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ; ຄະນະຊົນເຜົ່າ; ຄະນະສາສະໜາລັດຖະບານ ເພື່ອຮັບຮູ້ການປະກອບສ່ວນຂອງການນໍາຫວຽດນາມໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ເນັ້ນໜັກວ່າ ຜ່ານຫຼາຍໄລຍະປະຫວັດສາດທີ່ຫຍຸ້ງຍາກລໍາບາກ, ສອງປະເທດຫວຽດນາມ - ລາວ ຍັງຄົງເປັນຈິດໜຶ່ງໃຈດຽວ, ສະໜິດຕິດພັນ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ. ປັດຈຸບັນດນີ້, ໃນວິວັດການເຊື່ອມໂຍງ ແລະ ສ້າງສາປະເທດຊາດ, ນໍ້າໃຈສາມັກຄີີ ແລະ ມູນເຊື້ອອັນດີງາມ ໄດ້ກາຍເປັນປັດໄຈຕັດສິນ ແລະ ຊັບສົມບັດອັນລໍ້າຄ່າຂອງແຕ່ລະຊົນຂາດ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ໂດຍສະເພາະແມ່ນວຽກງານຂົນຂວາຍປະຊາຊົນຂອງສອງປະເທດໃນໄລຍະຜ່ານມາ ຍາມໃດກໍໄດ້ຮັບຄວາມເຄົາລົບນັບຖື ຈາກປະຊາຊົນສອງປະເທດ ແລະ ເປັນຈິດໜຶ່ງໃຈດຽວ ສະໜັບສະໜູນຊຶ່ງກັນ ແລະກັນ.

TAG
VOV/VOVworld/ຈິດໜຶ່ງ​ໃຈ​ດຽວ/ປະດັບຫຼຽນໄຊ/​ຂົນ​ຂວາ​ຍປະຊາຊົນ​/​ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ