logo

ສ​ປ​ປ. ເກົາຫຼີ ທົດ​ລອງ​ການ​ຍິງ​ລູກ​ສອນ​ໄຟຫຼາຍເລົາ​ຂະ​ໜາດ​ໃຫຍ່

2026/1/28 | 12:12:19
(VOVWORLD) - ວັນທີ 27 ມັງກອນ, ສຳນັກຂ່າວສານສູນກາງ ສປປ. ເກົາຫຼີ (KCNA) ໃຫ້ຮູ້ວ່າ ປະເທດນີ້ ໄດ້ທົດລອງລະບົບຍິງລູກສອນໄຟຫຼາຍເລົາຂະໜາດໃຫຍ່ (MRLS) ທີ່ໄດ້ຍົກລະດັບແລ້ວ ເພື່ອຕີລາຄາປະສິດທິຜົນການຕໍ່ສູ້ ແລະ ຄວາມຊັດເຈນຂອງອາວຸດປະເພດນີ້. ການນຳ ສປປ.ເກົາຫຼີ Kim Jong Un ໄດ້ຕິດຕາມການເຄື່ອນໄຫວທົດລອງນີ້ໂດຍກົງ.

 ຕາມ KCNA ແລ້ວ, ລູກສອນໄຟ MRLS ໄດ້ນຳໃຊ້ເຕັກໂນໂລຢີໃໝ່ 4 ລູກ ທີ່ຫາກໍ່ດຳເນີນການທົດລອງນັ້ນ ໄດ້ຍິງຖືກເປົ້າໝາຍຢູ່ເຂດທະເລຫ່າງຈາກຖານຍິງ 358,5 ກິໂລແມັດ. ການທົດລອງໄດ້ດຳເນີນໃນສະພາບການ ສປປ.ເກົາຫຼີ ຄາດວ່າ ຈະຮຽກໂຮມກອງປະຊຸມໃຫຍ່ພັກແຮງງານ ສປປ.ເກົາຫຼີ ຄັ້ງທີ 9 ໃນຕົ້ນເດືອນຈະມາເຖິງ, ບ່ອນທີ່ ສປປ.ເກົາຫຼີ ຄາດວ່າຈະປະກາດແຜນການພັດທະນາ 5 ປີ ກ່ຽວກັບການປ້ອງກັນຊາດ, ເສດຖະກິດ ແລະ ບັນດາຂົງເຂດອື່ນ, ເຊິ່ງເປັນຄັ້ງທຳອິດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 8 ເມື່ອປີ 2021.

        KCNA ໄດ້ຄັດສະເໜີຄຳປາໄສຂອງການນຳ Kim Jong Un ໃຫ້ຮູ້ວ່າ ການທົດລອງໃນວັນທີ 27 ມັງກອນ ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່ສຳລັບການຍົກສູງປະສິດທິຜົນການນາບຂູ່ຍຸດທະສາດຂອງ ສປປ.ເກົາຫຼີ, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ບັນດາການຍົກລະດັບໄດ້ປະຕິບັດເພື່ອຫັນຄວາມສາມາດບຸກໂຈມຕີຂອງລະບົບຍິງໃຫ້ໄດ້ດີທີ່ສຸດ.

TAG
VOV/VOVworld/ຍິງ​ລູກ​ສອນ​ໄຟ​ຫຼາຍ​ເລົາ​ຂະ​ໜາດ​ໃຫຍ່/ລູກສອນ​ໄຟ MRLS

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ