logo

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

2026/2/11 | 10:31:43
(VOVWORLD) - ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

ກຳລັງປະກອບອາວຸດ ແຂວງ Mondulkiri ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026 (ພາບ: TTXVN)

ທ່ານພົນຈັດຕະວາ ແຮມໂບນາແຣນ ຕີລາຄາສູງຈິດໃຈຄວາມຮັບຜິດຊອບ, ການໜູນຊ່ວຍຢ່າງທັນການຂອງທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ໃນການສົມທົບກັນລາດຕະເວນສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ, ສູ້ຊົນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.

ທ່ານພັນເອກ ຫງວຽນແທັ່ງດິງ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ຢັ້ງຢືນວ່າ ສາຍພົວພັນຮ່ວມມື, ການສົມທົບລະຫວ່າງທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ແລະ ກຳລັງປະກອບອາວຸດແຂວງ Mondulkiri ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພໃນສັງຄົມ ແລະ ສະຖຽນລະພາບຢູ່ເຂດຊາຍແດນ.

TAG
VOV/VOVworld/ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ/ລາດຕະເວນສອງຝ່າຍ/ກຳ​ລັງ​ປະ​ກອບ​ອາ​ວຸດ ແຂວງ Mondulkiri

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ