logo

ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​​ລະ​ຫວ່າງ​ການ​ຮັບ​ປະ​ກັນ​ກາ​ນປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບກັບ ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

2025/12/29 | 11:41:12
(VOVWORLD) -  ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ປະຕິບັດໂຄງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງວຽກເຮັດງານທຳ; ຊຸກຍູ້ລັກສະນະຕັ້ງໜ້າ, ເຈັດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດສັງຄົມ…
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ການພັດທະນາເສດຖະກິດ - ສັງຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ນັ້ນແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມ ກ່ຽວກັບການຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮັບໃຊ້ການພັດທະນາເສດຖະກິດສັງຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ດຳເນີນໃນຕອນເຊົ້າວັນທີ 29 ທັນວາ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ເຂດໃກ້ຄຽງແມ່ນສະຖານທີ່ມີທີ່ຕັ້ງຍຸດທະສາດສຳຄັນພິເສດ ກ່ຽວກັບການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສິ່ງແວດລ້ອມ, ຊີວະນາໆພັນ, ການຕ່າງປະເທດ, ເປັນປະຕູເຂົ້າອອກທາງທິດໃຕ້ຂອງປະເທດຊາດ ແລະ ຕິດພັນກັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ປະຕິບັດ 5 ກຸ່ມໜ້າທີ່ຈຸດສຸມ, ຫຼັກແຫຼ່ງ, ລຸລ່ວງ. ໃນນັ້ນ, ຕ້ອງຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ - ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດນັບແຕ່ຂັ້ນຮາກຖານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ປະຕິບັດໂຄງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງວຽກເຮັດງານທຳ; ຊຸກຍູ້ລັກສະນະຕັ້ງໜ້າ, ເຈັດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດສັງຄົມ…

TAG
VOV/VOVworld/​ກາ​ນປ້ອງ​ກັນ​ຊາດ/ປ້ອງ​ກັນ​ຄວາມ​ສະ​ຫງົບ/ການ​ພັດ​ທະ​ນາ​ເສດ​ຖະ​ກິດ/ສັງ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ