logo

ສື່ມວນຊົນ ກຳປູເຈຍ ໃຫ້ຂ່າວເປັນຈຳນວນຫຼາຍຕໍ່ໜ້າການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ

2026/2/5 | 11:58:09
(VOVWORLD) - ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ປັບປຸງການພົວພັນອັນອົບອຸ່ນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາລວມ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າ
  ໜັງສືພິມ “Koh Santepheap” ໄດ້ໃຫ້ຂ່າວກ່ອນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ
(ພາບ: TTXVN)

        ກ່ອນເວລາການຢ້ຽມຢາມທາງລັດຖະກິດປະເທດລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 06 ກຸມພາ, ໃນຊຸມມື້ຜ່ານມາ, ມີຫຼາຍອົງການສື່ມວນຊົນຂອງ ກຳປູເຈຍ ໄດ້ລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທີ່ຈະມາເຖິງຂອງທ່ານເລຂາທິການໃຫຍ່ ໂຕເລິມ.

        ສຳນັກຂ່າວສານ ກຳປູເຈຍ (AKP) ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ປັບປຸງການພົວພັນອັນອົບອຸ່ນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາລວມ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າ ຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ເພື່ອການພັດທະນາຢ່າງວັດທະນາຖາວອນ” ຂອງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.

        ໜັງສືພິມ “Koh Santepheap” ໄດ້ໃສ່ໃຈວ່າ ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວພວມແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ຝ່າຍ ດ້ວຍລະດັບເຕີບໂຕເປັນປົກກະຕິ. ວົງເງິນການຄ້າ 2 ສົ້ນບັນລຸ 11,33 ຕື້ USD ໃນປີ 2025. ແລະ 2 ຝ່າຍສູ້ຊົນໃຫ້ບັນລຸວົງເງິນການຄ້າ 2 ຝ່າຍເປັນ 20 ຕື້ USD ໂດຍໄວ.

        ໃນຂະນະນັ້ນ, ໜັງສືພິມ “Kampuchea Thmey Daily” ໄດ້ເນັ້ນໜັກວ່າ ການຢ້ຽມຢາມແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງເປັນຢ່າງສູງຂອງການນຳ 2 ພັກ, 2 ລັດໃນເລື່ອງ ນຳການພົວພັນໃຫ້ພັດທະນາຕາມທິດນັບມື້ນັບແທ້ຈິງ, ມີປະສິດທິຜົນ.

TAG
VOV/VOVworld/ບ້ານ​ໃກ້​ເຮ​ືອນ​ຄ​ຽງ/​ດີ​ງາມ/ມິດ​ຕະ​ພາບ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ