logo

ສື່ມວນ​ຊົນ​ລາວ ໃຫ້​ຂ່າວ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ ລາວ​ ຂອງ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ

2023/4/12 | 10:56:27
(VOVWORLD) -    ສື່ມວນຊົນ ລາວ ສະບັບອອກວັນທີ 11 ແລະ 12 ເມສາ ໄດ້ໃຫ້ຂ່າວ ແລະ ບົດ ພ້ອມກັບຮູບພາບເປັນຈຳນວນຫຼາຍກ່ຽວກັບການເຄື່ອນໄຫວ ກໍຄືໝາກຜົນການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃນລະຫວ່າງວັນທີ 10 – 11 ເມສາ.
ບັນຍາກາດຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ (ພາບ: TTXVN)

ວັນທີ 11 ເມສາ, ໜັງສືພິມ ປະຊາຊົນ - ສຽງຂອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ລົງເປັນບົດຂຽນ: “ຫວຽດນາມ - ລາວ ສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ”. ບົດຂຽນ ໄດ້ທົບທວນຄືນບັນດາໝາກຜົນຮ່ວມມື ເຊິ່ງສອງຝ່າຍບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງໃຫ້ຮູ້ວ່າ ການນຳສອງປະເທດ ໄດ້ເນັ້ນໜັກວ່າ ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ພວມຢູ່ໃນໄລຍະດີງາມທີ່ສຸດ ແລະ ຢືນຢັນວ່າ ຈະພ້ອມກັນຖະໜຸຖະໜອມ, ສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

        ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ສຽງຂອງ ສຳນັກຂ່າວສານ ລາວ ສະບັບອອກວັນທີ 12 ເມສາ ໄດ້ລົງພິມບົດຂຽນ: “ຊົມເຊີຍຜົນງານການຮ່ວມມືຮອບດ້ານ ລາວ - ຫວຽດນາມ”, ແລະ ຢັ້ງຢືນ ການຢ້ຽມຢາມປະເທດ ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສະແດງໃຫ້ເຫັນນະໂຍບາຍຖືການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ເປັນສຳຄັນຂອງພັກ, ລັດ ຫວຽດນາມ.

        ໜັງສືພິມ Vientiane Times ສະບັບວັນທີ 12 ເມສາ ກໍໄດ້ລົງພິມບົດຂຽນໃນໜ້າທຳອິດ ໂດຍໄດ້ເຕື້ອງເຖິງເລື່ອງ ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບການນຳຫຼັກແຫຼ່ງຂອງລາວ ໃນການຢ້ຽມຢາມຄັ້ງນີ້, ດ້ວຍໝາກຜົນແມ່ນ ທັງສອງຝ່າຍຕ່າງກໍເຫັນດີເປັນເອກະພາບ ຈະເຮັດໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

TAG
VOV/VOVworld/ປະ​ທານ​ປະ​ເທດ/ຫວໍ​ວັນ​ເຖືອງ/ໜັງ​ສື​ພິມ/ສື່ມວນ​ຊົນ/ຫວຽດ​ນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ