logo

ສື່ມວ​ນ​ຊົນ​ສາ​ກົນ​ຕີ​ລາ​ຄາ​ອະ​ນາ​ຄົດ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

2026/1/13 | 09:09:02
(VOVWORLD) - ງົບປະມານປີ 2026 ຂອງ ຫວຽດນາມ ວາງອອກຂອບເຂດສົກປີການເງິນທີ່ມີລັກສະນະເປັນເຈົ້າການ, ປະສານສົມທົບກັບບັນດາເປົ້າໝາຍພັດທະນາມີຄວາມຫວັງ, ຮັກສາການລົງທຶນພາກລັດ ແລະ ບັນດາຄຳໝັ້ນສັນຍາການບໍລິການສາທາລະນະ; ບຸລິມະສິດຈັດແບ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ບັນດາລາຍການປ່ຽນແປງໃໝ່ທີ່ກ່ຽວຂ້ອງ.
ທ່າກ່ຳປັ່ນເຕີນກາງ ໄຊງ່ອນ (ພາບ: TTXVN)

ວັນທີ 11 ມັງກອນ, ເວັບໄຊ intellinews.com ໄດ້ລົງບົດລາຍງານແງ່ຫວັງ ຫວຽດນາມ ປີ 2026 ຂອງ bne IntelliNews (ອົງການສື່ມວນຊົນສາກົນກ່ຽວກັບຂ່າວເສດຖະກິດ - ການເງິນ ແລະ ການເມືອງ ຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນ ໂດຍມີສຳນັກງານຕັ້ງຢູ່ ເຢຍລະມັນ), ໂດຍຢັ້ງຢືນວ່າ ປີ 2025 ແມ່ນປີທີ່ເຫັນປະຈັກຕາບາດກ້າວຫັນປ່ຽນນັບທັງກຳລັງໜູນເສດະກິດ ແລະ ການປະຕິຮູບລະບອບລະບຽບການ. ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍແຜນການປັບປຸງກົງຈັກບໍລິຫານຫ້ກະທັດລັດ ແລະ ແບ່ງສິດອຳນາດ; ຍູ້ແຮງການປະຕິຮູບ ຕິດພັນຢ່າງແໜ້ນແຟ້ນກັບໂຄງການດຳເນີນງານທາງດ້ານເສດຖະກິດ, ຊ່ວຍຍູ້ໄວລະດັບການຕັດສິນ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງພາກສາທາລະນະ, ເຊິ່ງແມ່ນບັນດາປັດໄຈສຳຄັນທີ່ສຸດ ເພື່ອຮັກສາການເຕີບໂຕ ແລະ ພັດທະນາ. ດັ່ງນັ້ນ, ພື້ນຖານເສດຖະກິດ ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈໃນປີ 2025.

ບົດລາຍງານກໍໄດ້ໃຫ້ຂໍ້ສັງເກດວ່າ ງົບປະມານປີ 2026 ຂອງ ຫວຽດນາມ ວາງອອກຂອບເຂດສົກປີການເງິນທີ່ມີລັກສະນະເປັນເຈົ້າການ, ປະສານສົມທົບກັບບັນດາເປົ້າໝາຍພັດທະນາມີຄວາມຫວັງ, ຮັກສາການລົງທຶນພາກລັດ ແລະ ບັນດາຄຳໝັ້ນສັນຍາການບໍລິການສາທາລະນະ; ບຸລິມະສິດຈັດແບ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ບັນດາລາຍການປ່ຽນແປງໃໝ່ທີ່ກ່ຽວຂ້ອງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນຄວາມຫວັງຂອງ ຫວຽດນາມ ໃນການຫັນປ່ຽນຈາກບັນດາກຳລັງໜູນເຕີບໂຕແບບເກົ່າ ໄປສູ່ພື້ນຖານເສດຖະກິດພູມປັນຍາ ແລະ ເຕັກໂນໂລຢີ, ສອດຄ່ອງກັບບັນດາເປົ້າໝາຍຫັນປ່ຽນໂຄງປະກອບທີ່ກວ້າງໃຫຍ່ກວ່າ.

TAG
VOV/VOVworld/​ອະ​ນາ​ຄົດ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ