logo

ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

2026/2/24 | 11:16:00
(VOVWORLD) - ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກຳມາທິການຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ 

 ເມື່ອເຮັດວຽກກັບກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ສະເໜີກຳມາທິການຕ້ອງສົມທົບກັບແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານຢູ່ຂັ້ນຕາແສງ, ຂັ້ນແຂວງກ່ຽວກັບວຽກງານເລືອກຕັ້ງ ແລະ ວຽກງານບຸກຄະລາກອນໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XVI. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ປັນຍາປະດິດເຂົ້າໃນການຄຸ້ມຄອງວຽກງານສະມາຊິກສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ.

        “ກຳມາທິການວຽກງານສະມາຊິກສະພາແຫ່ງຊາດຫັນຈຸດສຸມໃນເດືອນ ມີນາ, ເມສາ ໄປສູ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ ເປັນຈຸດສຸມ. ເຮັດແນວໃດເພື່ອໃຫ້ການເລືອກຕັ້ງຄັ້ງນີ້, ສະພາແຫ່ງຊາດສາມາດເລືອກເອົາສະມາຊິກຄົບ 500 ທ່ານ ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 864 ທ່ານ ຢູ່ 182 ເຂດເລືອກຕັ້ງ; ຊີ້ນຳສະພາປະຊາຊົນທ້ອງຖິ່ນຕ່າງໆ ກໍຕ້ອງເລືອກເອົາສະພາປະຊາຊົນຂັ້ນແຂວງ, ຂັ້ນຕາແສງໃຫ້ຄົບຈຳນວນ”.

 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ພິທີເປີດຕົວປະມວນປຶ້ມກ່ຽວກັບກົດໝາຍ (ພາບ: VOV)

ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມພິທີເປີດຕົວປະມວນປຶ້ມກ່ຽວກັບກົດໝາຍທີ່ໄດ້ຮັບການຮັບຮອງເອົາຜ່ານກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຢູ່ສຳນັກພິມຈຳໜ່າຍ ການເມືອງແຫ່ງຊາດ ຊື້ເທິດ, ຮ່າໂນ້ຍ.


TAG
VOV/VOVworld/​ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ/ກຳ​ມາ​ທິ​ການ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ