logo

ສວນໝາກສົ້ມໂອ ຢ້ຽນ - ສະຖານທີ່ “Check-in” ທີ່ເປັນເອກະລັກໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ

2024/1/26 | 09:15:00
(VOVWORLD) - ພໍເຫັນໝາກສົ້ມໂອແຕ່ລະໜ່ວຍສຸກເຫຼືອງ, ສົ່ງກິ່ນຫອມຫວນໄປທົ່ວເຂດນັ້ນ ກໍໝາຍຄວາມວ່າ ບຸນເຕັດວຽນມາແລ້ວ. 
ໃນຊຸມວັນນີ້, ສວນໝາກສົ້ມໂອຢ້ຽນ (ຢູ່ຕາແສງ ຝຸກຢ້ຽນ, ເມືອງ ບັກຕື່ລຽມ, ນະຄອນ ຮ່າໂນ້ຍ) ພວມກ້າວເຂົ້າລະດູການສຸກເຫຼືອງ.
ອ້າຍ ຫງວຽນຢາຢຸງ, ເຈົ້າຂອງສວນ ຢຸງທູ (ຢູ່ຕາແສງ ຝຸກຢ້ຽນ, ເມືອງ ບັກຕື່ລຽມ, ນະຄອນ ຮ່າໂນ້ຍ) ໃຫ້ຮູ້ວ່າ ຕົ້ນໝາກສົ້ມໂອ 2.000 ຕົ້ນ ປູກມາໄດ້ 29 ປີ ຂອງຜົວເມຍອ້າຍ, ປີໃດກໍໃຫ້ໝາກດົກ, ຮອດລະດູການ, ໝາກໃດກໍສຸກເຫຼືອງ.
ບັນຍາກາດທີ່ງາມດັ່ງພາບແຕ້ມນັ້ນ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ເກັບພາບເປັນທີ່ລະນຶກເປັນຈຳນວນຫຼວງຫຼາຍ.
ເອື້ອຍນ້ອງແມ່ຍິງຫຼາຍຄົນພາກັນນຸ່ງຊຸດເສື້ອຍາວ ໄປຖ່າຍຮູບເປັນທີ່ລະນຶກ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ
ລາຄາປີ້ເຂົ້າຖ່າຍຮູບແມ່ນ 50.000 ດົ່ງຕໍ່ຄົນ. ແຂກທ່ອງທ່ຽວສາມາດຊື້ໝາກກ້ຽງໃຫຍ່ຢູ່ກັບສວນດ້ວຍລາຄາປະມານແຕ່ 10.000 – 40.000 ດົ່ງຕໍ່ໜ່ວຍ.
ພໍເຫັນໝາກກ້ຽງໃຫຍ່ກຳລັງສຸກເຫຼືອງ ແລະ ສົ່ງກິ່ນຫອມຫວນໄປທົ່ວເຂດ ກໍໝາຍຄວາມວ່າ ບຸນເຕັດວຽນມາແລ້ວ.
ຈັ່ງຫວະການເຮັດວຽກແບບຫົວຄິດຫົວໄຖ ໃນຊຸມວັນສຸດທ້າຍຂອງປີຢູ່ສວນ.
ໝາກສົ້ມໂອ ຢ້ຽນ ແມ່ນໝາກໄມ້ພື້ນບ້ານທີ່ເປັນເອກະລັກຂອງຮ່າໂນ້ຍ ນັບແຕ່ໃດໆມາຮອດປັດຈຸບັນ, ສະນັ້ນ, ພໍ່ຄ້າຊາວຂາຍຢູ່ແຂວງຕ່າງໆ ໄດ້ເກັບຊື້ຢູ່ກັບສວນເປັນຈຳນວນຫຼາຍ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ