logo

ສີສັນຜະລິດຕະພັນແຜ່ນແພພື້ນເມືອງຢູ່ຕະຫຼາດນັດປາກໍ

2020/9/13 | 03:43:00

(VOVWORLD) -ບົນເສັ້ນທາງໄປຍັງ ມົກເຈົາ, ແຂວງເຊີນລາ, ແຂກທ່ອງທ່ຽວຢາລືມແວ່ຢາມຕະຫຼາດນັດປາກໍຊຶ່ງໄດ້ມີຂຶ້ນພຽງໜຶ່ງຄັ້ງໃນທຸກໆວັນອາທິດ.

ບົນເສັ້ນທາງໄປຍັງມົກເຈົາເພື່ອຮັບຊົມທິດທັດທຳມະຊາດ ສູບເອົາອາກາດທີ່ປອດໂປ່ງເຢັນສະບາຍຂອງເຂດພູພຽງ, ແຂກທ່ອງທ່ຽວຢາລືມແວ່ຢາມຕະຫຼາດນັດປາກໍຂອງຊາວເຜົ່າມົ້ງເຊິ່ງມີຂຶ້ນຢູ່ບໍລິເວນລະຫວ່າງ 3 ຕາແສງ ຮ່າເກຍ, ປາກໍ ແລະ ຫຼອງຫຼວງ
ຕະຫຼາດນັດປາກໍມີຂຶ້ນພຽງໜຶ່ງຄັ້ງໃນສັບປະດາຄືໃນວັນອາທິດ
ບັນດາຜະລິດຕະພັນແຜ່ນແພພື້ນເມືອງເຊິ່ງເປັນສ່ວນປະດັບປະດາໃຫ້ແກ່ສິ້ນຂອງແມ່ຍິງໃຫ້ເພີ່ມຄວາມງາມ.
ເມືອມາຢາມຕະຫຼາດນັດປາກໍ, ຄວາມປະທັບໃຈທີ່ສຸດສຳລັບແຂກທ່ອງທ່ຽວກໍ່ແມ່ນເຂດຂາຍສິ້ນ, ວັດຖະດິບສະໜອງໃຫ້ແກ່ການຕັດຫຍິບ
ຜະລິດຕະພັນທີ່ວາງຂາຍຢູ່ທີ່ນີ້ແມ່ນສິ້ນ, ເສື້ອ, ໝວກ, ຜ້າປົກຫົວ ຖືກຕັດຫຍິບດ້ວຍມືຢ່າງລະອຽດລະອໍ.
ຕະຫຼາດນັດປາກໍປຽບເໝືອນຮູບພາບຫຼາກຫຼາຍສີສັນຂອງແຜ່ນແພພື້ນເມືອງ
ບັນດາສາຍຜ້າຫຼາກຫຼາຍສີສັນເຊິ່ງແມ່ນສ່ວນທີ່ຂາດບໍ່ໄດ້ເມື່ອຕັດຫຍິບຊຸດອາພອນຂອງແມ່ຍິງຊົນເຜົ່າມົ້ງ
ສິ້ນຂອງແມ່ຍິງໄດ້ດຶງດູດພວກແມ່ປ້າເອື້ອຍນ້ອງແມ່ຍິງມາຊອກຊື້
ເມື່ອມາຊື້ສິ້ນ, ເອື້ອຍນ້ອງແມ່ຍິງກໍເຄີຍລອງນຸ່ງເບິ່ງ ແລ້ວຈຶ່ງຕໍ່ລາຄາ
ແຂກທ່ອງທ່ຽວມີຄວາມປະທັບໃຈຍາກທີ່ຈະລືມໄດ້ກ່ຽວກັບສີສັນງາມຕາຂອງສິ້ນ, ແຜ່ນແພພື້ນເມືອງດ້ວຍສີສັນຫຼາກຫຼາຍ.
ສີສັນຢູ່ຕະຫຼາດນັດປາກໍ
ສິ້ນທີ່ວາງຂາຍຢູ່ຕະຫຼາດນັດສ່ວນຫຼາຍໂດຍແມ່ນ ແມ່ຍິງຊາວເຜົ່າມົ້ງຕັດຫຍິບ.
ແມ່ຍິງຄົນໜຶ່ງຊາວເຜົ່າມົ້ງພວມແນະນຳໃຫ້ແຂກຮູ້ກ່ຽວກັບບັນດາຊຸດອາພອນທີ່ມີລາຄານັບລ້ານດົ່ງ
ນອກຈາກບັນດາຜະລິດຕະພັນຖັກແສວແລ້ວ ກໍ່ຍັງມີບັນດາຜະລິດຕະພັນຜ້າເຊິ່ງແມ່ນສິນຄ້າ ປະເພດພິເສດຢູ່ຕະຫຼາດນັດ.
ຍ້ອນຜົນສະທ້ອນຈາກ Covid – 19 ດັ່ງນັ້ນ ປາກໍບໍ່ມີແຂກທ່ອງທ່ຽວຕ່າງປະເທດມາຊື້ເຄື່ອງ
ເຖິງວ່າບໍ່ມີແຂກມາຊື້ເຄື່ອງກໍ່ຕາມ, ແຕ່ພວກແມ່ຄ້າຢູ່ຕະຫຼາດກໍ່ເວົ້າວ່າ ມາຕະຫຼາດໄດ້ກາຍເປັນຄວາມຊີ້ນເຄີຍເພື່ອພົບປະໂອ້ລົມກັນ.
ຕະຫຼາດນັດປາກໍໄດ້ກາຍເປັນສະຖານທີ່ຄດູດດືມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຕະຫຼາດນັດປາກໍ
TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ